ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ສະແດງ ຄວາມເສົ້າສະຫຼົດໃຈ ນຳຂ່າວ ການເສຍຊີວິດ ຂອງເຈົ້າໜ້າທີ່ ຂັ້ນສູງຂອງລາວ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ Chuck Hagel
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ Chuck Hagel
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດສະຫະ
ລັດ ອາເມລິກາ ທ່ານນາງ ເຈນ ສະກີ.


ເລື່ອງເຄື່ອງບິນທະຫານປະສົບອຸບັດເຫດເຊິ່ງມີຄະນະການ
ນຳຂັ້ນສູງຂອງລັດຖະບານລາວເດີນທາງໄປນຳ.

ພວກຂ້າພະເຈົ້າຂໍສະແດງຄວາມເສົ້າເສຍໃຈຢ່າງສຸດຊຶ້ງເມື່ອໄດ້ຍິນຂ່າວກ່ຽວກັບ
ເຄື່ອງບິນທະຫານປະສົບອຸບັດຕິເຫດຕົກຢູ່ໃນປະເທດລາວເຊິ່ງເຮັດໃຫ້ຄະນະການ
ນຳຂັ້ນສູງ ພ້ອມດ້ວຍເຈົ້າໜ້າທີ່ອື່ນໆທີ່ຢູ່ໃນເຄື່ອງບິນດັ່ງກ່າວໄດ້ເສຍຊີວິດ.

ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈເປັນຢ່າງຍິ່ງຕໍ່ລັດຖະບານລາວ, ຄອບຄົວຂອງຜູ້ເຄາະຮ້າຍແລະປະຊາຊົນລາວໃນການສູນເສຍອັນໃຫຍ່ຫຼວງໃນ
ຄັ້ງນີ້ດ້ວຍ.

STATEMENT BY JEN PSAKI, SPOKESPERSON

Plane Crash Carrying Lao Government Officials

We are deeply saddened to hear the news of aplane crash in Laos, which claimed the lives ofLao Government officials and others on boardthe flight. We extend our deepest condolences to the Government of Laos.

Our thoughts and prayers are with the families of the victims and
with all the people of Laos at this difficult time.


ສານຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນຊາດສະຫະລັດອາເມລິກາ Chuck Hagel:

ຂ້າພະເຈົ້າພ້ອມດ້ວຍພັນລະຍາ ທ່ານ ນາງ Lilibet ຮູ້ສຶກເສົ້າສະຫລົດໃຈ ທີ່ໄດ້
ຮູ້ຂ່າວວ່າ ທ່ານ ດວງໃຈ ພິຈິດ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ ແລະ ພັນລະຍາ ທ່ານ ນາງ ທັນດາ ພິຈິດ ໄດ້ເສຍຊີວິດ ຍ້ອນອຸບັດເຫດເຮືອບິນຕົກ ໃນວັນເສົາ ວັນທີ 17 ພຶດສະພາ.

ພວກຂ້າພະເຈົ້າ ມີຄວາມຍິນດີທີ່ໄດ້ເປັນເຈົ້າພາບຕ້ອນຮັບທ່ານລັດຖະມົນຕີ ດວງ
ໃຈ ພິຈິດ ແລະ ທ່ານ ນາງ ທັນດາ ພິຈິດ.

ໃນກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງອາເມຣິກາ-ອາຊຽນ ທີ່ໄດ້ຈັດຂື້ນຢູ່ລັດ ຮາວາຍ ໃນເດືອນທີ່ຜ່ານມານີ້.

ຂ້າພະເຈົ້າຂໍສະແດງຄວາມຂອບໃຈທີ່ໄດ້ມີໂອກາດເຮັດວຽກຮ່ວມກັບທ່ານລັດຖະ
ມົນຕີເພື່ອຊ່ວຍໃຫ້ການພົວພັນທາງດ້ານວຽກງານການປ້ອງກັນຊາດຂອງສອງປະ
ເທດພວກເຮົາມີຄວາມກ້າວໜ້າແລະເສີມຂະຫຍາຍການເປັນຄູ່ຮ່ວມງານກັນລະ
ຫວ່າງ ອາເມຣິກາ-ອາຊຽນ.

ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ ແລະໄວ້ອາໄລຮ່ວມກັບຄອບຄົວຂອງ
ທ່ານ ບັນດາຄອບຄົວຂອງຜູ້ທ່ີເສຍ ຊີວິດ ແລະ ປະຊາຊົນລາວມານະໂອກາດນີ້
ດ້ວຍ.


Statement by U.S. Secretary of Defense Chuck Hagel on the Passing of Laos Defense Minister Phichit

Lilibet and I were deeply saddened to learn that Laos Defense Minister Douangchay Phichit and his wife, Thanda Phichit, were killed in a plane crash on Saturday, May 17th.

We had the pleasure of hosting Minister Douangchay and Madam Thanda Phichit at the U.S.-ASEAN defense forum last month in Hawaii. I appreciated the opportunity to work with the Minister to help advance our two countries’ emerging defense relationship, and to strengthen the U.S.-ASEAN partnership.
XS
SM
MD
LG