ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນຕົກທີ່ປາກິສຖານ ເຮັດໃຫ້ 12 ຄົນເສຍຊີວິດ


ພວກເຈົ້າໜ້າທີ່ກຳລັງຊອກຫາຊາກສົບ ແລະຜູ້ລອດຊີວິດຈາກໄຟໄໝ້ຄຸ້ມຢູ່ອາໃສຂອງປະຊາຊົນໃນນະຄອນ ຄາຣາຈີ ຍ້ອນຖືກຕຳໂດຍເຮືອບິນບັນທຸກສິນຄ້າລໍານຶ່ງທີ່ຕົກ ໃນຕອນເຊົ້າຂອງວັນອາທິດມື້ນີ້ ໃນເວລາບໍ່ພໍ ເທົ່າໃດລຸນຫລັງໄດ້ບິນຂຶ້ນຈາກສະໜາມບິນ.
ພວກເຈົ້າໜ້າທີ່ກຳລັງຊອກຫາຊາກສົບ ແລະຜູ້ລອດຊີວິດຈາກໄຟໄໝ້ຄຸ້ມຢູ່ອາໃສຂອງປະຊາຊົນໃນນະຄອນ ຄາຣາຈີ ຍ້ອນຖືກຕຳໂດຍເຮືອບິນບັນທຸກສິນຄ້າລໍານຶ່ງທີ່ຕົກ ໃນຕອນເຊົ້າຂອງວັນອາທິດມື້ນີ້ ໃນເວລາບໍ່ພໍ ເທົ່າໃດລຸນຫລັງໄດ້ບິນຂຶ້ນຈາກສະໜາມບິນ.

ພວກເຈົ້າໜ້າທີ່​ໃນ​ປາ​ກິ​ສຖານ​ເວົ້າວ່າ ຢ່າງໜ້ອຍມີ 12 ຄົນເສຍ​ຊີວິດ ເວລາເຮືອບິນບັນ ທຸກສິນຄ້າ​ລໍານຶ່ງຕົກ​ ໃນ​ຕອນ​ເຊົ້າໆຂອງ​ວັນ​ອາທິດ​ມື້ນີ້ ຢູ່​ໃນ​ນະ​ຄອນຄາຣາຈີ ​ທີ່​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ຂອງປະ​ເທດ.

ພວກເຈົ້າໜ້າທີ່ແຈ້ງ​ວ່າ​ ເຮືອບິນ​ທີ່​ເຮັດຈາກຣັດ​ເຊຍ ​ໄດ້ຕົກລົງ​ໃສ່ຄຸ້ມ​ຢູ່​ອາ​ໃສຂອງ​ປະຊາ ຊົນ ​ໃນນະ​ຄອນຄາຣາຈີ ​ໃນ​ເວລາ​ບໍ່ພໍ​ເທົ່າ​ໃດ ລຸນ​ຫລັງ​ໄດ້ບິນ​ຂຶ້ນຈາກ​ສະໜາມບິນ ຊຶ່ງ​ໄດ້​ເຮັດ​ໃຫ້​ອາຄານ​ຫລາຍ​ຫລັງ​ເກີດ​ໄຟ​ໄໝ້.

ຕຳຫລວດ​ເວົ້າວ່າ ພວກ​ນັກ​ບິນ​ແລະພະນັກງານ​ໃນ​ເຮືອບິນ​ລຳ​ນັ້ນທັງ​ໝົດ 8 ຄົນ ​ເສຍ​ຊີວິດ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຫລາຍ​ຄົນ​ຢູ່​ພື້ນ​ດິນເສຍ​ຊີວິດ​ເຊ່ນ​ກັນ ​ແລະ​ຄາດ​ວ່າ​ຈໍານວ​ນ ຄົນ​ຕາຍຈະ​ເພີ້​ມຂຶ້ນ.

ເຈົ້າ​ໜ້າ​ທີ່ການບິນ​ທ່ານ​ນຶ່ງ​ເວົ້າ​ວ່າ ​ເຮືອບິນ​ລໍາ​ນັ້ນ​ກໍາລັງ​ນໍາ​ເອົາ​ເຄື່ອງ​ຊ່ວຍ​ເຫລືອ​ດ້ານມະ ນຸດສະ​ທໍາ ​ໄ​ປຍັງ​ນະຄອນຫລວງ​ຄາ​ທູມ ຂອງ​ປະ​ເທດ​ຊູ​ແດນ.

ສື່​ທ້ອງ​ຖິ່ນ​ເວົ້າວ່າ ​ເຮືອບິນ​ລຳ​ນັ້ນ​ໄດ້​ຕົກລົງ​ໃສ່​ຄຸ້ມ​ເຮືອນຢູ່​ຂອງເຈົ້າໜ້າທີ່ທະຫານ​ເຮືອ​ແຫ່ງ​ນຶ່ງ ທີ່ມີ​ອາຄານຫລາຍໆ​ຫລັງ​ກຳລັງຖືກ​ກໍ່ສ້າງຢູ່ ​ແລະເຊື່ອ​ກັນ​ວ່າບໍ່ມີຄົນ​ອາ​ໃສ​ຢູ່.

ໃນຕົ້ນ​ເດືອນ​ນີ້ ກໍມີ 21 ຄົນ​ເສ​ຍຊີວິດໃນນະ​ຄອນຄາຣາຈີ ​ເວລາເຮືອບິນ​ນ້ອຍ​ລຳ​ນຶ່ງ​ຕົກ ​ແລະອຸບັດ​ເຫດຄັ້ງນັ້ນ ກໍ​ເກີດ​ຂຶ້ນ​ໃນ​ເວລາບໍ່ດົນຫລັງຈາກ​ບິນ​ຂຶ້ນຈາກເດີ່ນຄື​ກັນ.

XS
SM
MD
LG