ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຜນທີ່ຈະໃຫ້ ເອກະຊົນ ມາຮັບຜິດຊອບ ສົງຄາມ ສະຫະລັດ ໃນ ອັຟການິສຖານ ຖືກຕ້ອນຮັບ ດ້ວຍຄວາມບໍ່ເໜັງບໍ່ຕີງ


Blackwater Founder Pushes Privatization of US War in Afghanistan
please wait

No media source currently available

0:00 0:02:56 0:00

ຜູ້ກໍ່ຕັ້ງບໍລິສັດ Blackwater ຜັກດັນໃຫ້ສົງຄາມ ສະຫະລັດ ໃນ ອັຟການິສຖານ ເປັນທຸຣະກິດເອກະຊົນ.

ຂໍ້ສະເໜີທີ່ມີບັນຫາຂອງຜູ້ກໍ່ຕັ້ງບໍລິສັດກອງທັບ Blackwater ທ່ານ Erik Prince ທີ່ຈະ
ເຮັດໃຫ້ສົງຄາມ ສະຫະລັດ ໃນ ອັຟການິສຖານ ສ່ວນໃຫຍ່ເປັນການສ່ວນຕົວນັ້ນ ໄດ້
ປະເຊີນກັບການຄັດຄ້ານທີ່ເພີ່ມຂຶ້ນໃນນະຄອນຫຼວງ ກາບູລ ແລະ ວໍຊິງຕັນ.

ມີລາຍງານວ່າ ປະທານາທິບໍດີ ດໍໂນລ ທຣຳ ກຳລັງພິຈາລະນາຂໍ້ສະເໜີ ດັ່ງກ່າວວ່າເປັນ
ສ່ວນໜຶ່ງຂອງການທົບທວນ ກ່ຽວກັບ ສົງຄາມໃນ ອັຟການິສຖານ ທີ່ໃຊ້ເວລາຫຼາຍເດືອນ
ຂອງທ່ານ, ບ່ອນທີ່ ສະຫະລັດ ພວມຕົກຢູ່ໃນສະພາບບໍ່ໄປບໍ່ມາກັບພວກ ຕາລີບານ ຫລັງ
ຈາກການຕໍ່ສູ້ທີ່ແກ່ຍາວມາໄດ້ເຖິງ 16 ປີ ແລ້ວ.

ທ່ານ Prince ໄດ້ໂຄສະນາ ກ່ຽວກັບ ແຜນການວ່າ ເປັນວິທີທີ່ປະຢັດຄ່າໃຊ້ຈ່າຍ ເພື່ອ
ປ່ຽນແປງການເຮັດສົງຄາມ. ພາຍໃຕ້ຂໍ້ສະເໜີນັ້ນ, ສັນຍາຈ້າງປະມານ 5,000 ຄົນຈະ
ໄປສັບປ່ຽນກອງທັບ ສະຫະລັດ ທີ່ປັດຈຸບັນກຳລັງໃຫ້ການປຶກສາແກ່ກອງກຳລັງ ອັຟກາ
ນິສຖານ ຢູ່. ພວກເຂົາເຈົ້າຈະໄດ້ຮັບການໜູນລັງໂດຍກອງກຳລັງທາງອາກາດເອກະຊົນ
ດ້ວຍເຮືອ ບິນ 90 ລຳ. ສັນຍາຈ້າງຈະປະຕິບັດການພາຍໃຕ້ການຄວບຄຸມຂອງ ອັຟກາ
ນິສຖານ.

ທ່ານ Prince ໄດ້ກ່າວໃນການສຳພາດກັບ ວີໂອເອ ພະແນກ ອັຟການິສຖານ ວ່າ “ນີ້
ແມ່ນຈະຕົກຢູ່ພາຍໃຕ້ອຳນາດຂອງລັດຖະບານກາງ ແລະ ການຄວບຄຸມຂອງເສນາທິ
ການໃຫຍ່ຂອງກອງກຳລັງຕິດອາວຸດ ອັຟການິສຖານ. ທີ່ຈະຖືກຍົກຂຶ້ນມານີ້ ບໍ່ແມ່ນທະ
ຫານບ້ານໃນທ້ອງຖິ່ນ.”

ແຕ່ເຈົ້າໜ້າທີ່ ອັຟການິສຖານ ຄົນສຳຄັນຈຳນວນຫຼາຍຄົນຢ້ານວ່າ ທະຫານເອກະຊົນ
ຂອງບໍລິສັດຂອງທ່ານ Prince ນັ້ນ ຈະບໍ່ສາມາດເປັນທີ່ຍອມຮັບໄດ້ ແລະ ວ່າການ
ເຄື່ອນໄຫວດັ່ງກ່າວ ຈະຊໍ້າຮອຍຄວາມໂຫດຮ້າຍປ່າເຖື່ອນ ທີ່ດຳເນີນໂດຍໜ່ວຍປ້ອງກັນ
Blackwater ໃນ ອີຣັກ ແລະ ອັຟການິສຖານ ໃນລະຫວ່າງຊຸມປີ 2000.

ລັດຖະບານຂອງ ອັຟການິສຖານ ບໍ່ໄດ້ຕອບຂໍ້ສະເໜີຢ່າງເປັນທາງການເທື່ອ. ແຕ່ເຈົ້າ
ໜ້າທີ່ອາວຸໂສກະຊວງປ້ອງກັນປະເທດ ອັຟການິສຖານ ໄດ້ກ່າວຕໍ່ວີໂອເອວ່າ “ແຜນ
ການດັ່ງກ່າວມີບັນຫາທາງກົດໝາຍ ແລະ ໄດ້ກໍ່ໃຫ້ມີຄຳຖາມຂຶ້ນມາ ກ່ຽວກັບ ຂໍ້ຕົກລົງ
ການຮັກສາຄວາມປອດໄພສອງຝ່າຍຂອງພວກເຮົາກັບ ສະຫະລັດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG