ສະມາຊິກສະພາແຫ່ງຊາດລະບຸວ່າ ແຂວງຊຽງຂວາງຍັງບໍ່ມີພື້ນຖານໂຄງລ່າງ ເພື່ອຮອງຮັບ ການທ່ອງທ່ຽວ ພາຍຫລັງທີ່ອົງການ UNESCO ໄດ້ປະກາດຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກແລ້ວນັ້ນ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດລາວ ຈາກແຂວຊຽງຂວາງ ໃຫ້ການຢືນຢັນໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 5-25 ມິຖຸນາ 2019 ນີ້ວ່າ ແຂວງຊຽງຂວາງ ຍັງຂາດແຄນພື້ນຖານໂຄງລ່າງເພື່ອຮອງຮັບການທ່ອງທ່ຽວ ທີ່ຄາດໝາຍວ່າ ຈະມີການຂະຫຍາຍຕົວເພີ້ມຂຶ້ນ ພາຍຫລັງທີ່ອົງການ UNESCO ປະກາດຮັບຮອງໃຫ້ທົ່ງໄຫຫີນໃນແຂວງຊຽງຂວາງ ເປັນມໍລະດົກໂລກທາງປະຫວັດສາດຢ່າງເປັນທາງການໃນໄວໆນີ້ ໂດຍສະເພາະແມ່ນສະໜາມບິນບໍ່ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້. ສ່ວນຖະໜົນຫົນທາງໄປຫາແຫລ່ງທ່ອງທ່ຽວຕ່າງໆ ກໍຍັງບໍ່ໄດ້ມາດຕະຖານ ແລະ ໂຮງແຮມ-ບ້ານພັກ-ຮ້ານອາຫານ-ສະຖານບໍລິການຕ່າງໝ ຍັງບໍ່ພຽງພໍ ເຮັດໃຫ້ມີນັກທ່ອງທ່ຽວຕ່າງຊາດ ເດີນທາງມາແຂວງຊຽງຂວາງ ພຽງ 8 ໝື່ນກວ່າຄົນເທົ່ານັ້ນ ໃນແຕ່ລະປີ ຈຶ່ງນັບວ່າເປັນບັນຫາທີ່ລັດຖະບານລາວ ຈະຕ້ອງເລັ່ງພັດທະນາ ໃຫ້ໄດ້ຢ່າງເປັນຮູບປະທຳ ດັ່ງທີ່ທ່ານວິໄລສຸກໄດ້ຢືນຢັນວ່າ:
“ໃນເມື່ອເຮົາໄດ້ຮັບແຫລ່ງທ່ອງທ່ຽວ ມໍລະດົກໂລກແຫ່ງທີ 3 ເກີດຂຶ້ນແລ້ວ ລັດຖະບານເຮົາມີຄວາມພ້ອມແນວໃດ ໃນການກະກຽມ ເພື່ອເຮັດຈັ່ງໃດ ເສີມຂະຫຍາຍແຫລ່ງລາຍຮັບໂຕນີ້ ຍົກຕົວຢ່າງຄືຊຽງຂວາງເຮົາ ສະໜາມບິນ ຍັງແມ່ນສະໜາມບິນພາຍໃນ ຍົນໃຫຍ່ບໍ່ສາມາດລົງໄດ້. ອັນນີ້ ເຮັດໃຫ້ນັກທ່ອງທ່ຽວຈະເຂົ້າເຖິງກໍມີບັນຫາ ພື້ນຖານໂຄງຫລ່າງ ເຊັ່ນວ່າ ໂຮງແຮມ ແລະແຫລ່ງທ່ອງທ່ຽວອື່ນໆ ຊຶ່ງເຮົາຈະມີແຫລ່ງທ່ອງທ່ຽວອັນໃດຕິດພັນຕື່ມ ເພື່ອເປັນການກະຕຸຊຸກຍູ້.
ສ່ວນທ່ານທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າ ກອງປະຊຸມຄະນະກຳມະການຂອງອົງການ UNESCO ໄດ້ມີມະຕິຕົກລົງ ເພື່ອຮັບຮອງທົ່ງໄຫຫີນເປັນມໍລະດົກໂລກ ແຫ່ງທີ 3 ໃນລາວ ເມື່ອບໍ່ນານມານີ້ໂດຍກຳນົດທີ່ຈະປະກາດຮັບຮອງທົ່ງໄຫຫີນແລະມອບໜັງສືຮັບຮອງໃຫ້ກັບຄະນະຜູ້ຕາງໜ້າຂອງລັດຖະບານລາວ ຢ່າງເປັນທາງການໃນໂອກາດກອງປະຊຸມໃຫຍ່ຂອງຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຂອງອົງການ UNESCO ຊຶ່ງກຳນົດຈະມີຂຶ້ນ ໃນລະຫວ່າງ ວັນທີ 30 ມິຖຸນາ - 10 ກໍລະກົດ 2019 ຢູ່ທີ່ນະຄອນ Baku ເມືອງຫຼວງຂອງສາທາລະນະລັດອາເຈີບາຍຈານ.
ທັງນີ້ ຄະນະຊ່ຽວຊານຂອງອົງການ UNESCO ໄດ້ເດີນທາງມາເກັບຂໍ້ມູນແລະກວດກາຄວາມພ້ອມ ໃນດ້ານຕ່າງໆຂອງທົ່ງໄຫຫີນໄດ້ຕາມເງື່ອນໄຂທີ່ອົງການ UNESCO ກຳນົດໃນທຸກດ້ານ ແລະເພື່ອເຮັດໃຫ້ສະດວກຕໍ່ການຄຸ້ມຄອງເຂດທົ່ງໄຫຫີນ ດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11 ເຂດນີ້ ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ມີໄຫຫີນທີ່ໄດ້ຂຶ້ນທະບຽນໄວ້ທັງໝົດ 999 ໜ່ວຍ.
ສ່ວນທ່ານນາງນວນສີ ສິດທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ
ແລະທ່ອງທ່ຽວແຂວງຊຽງຂວາງ ຖະແຫຼງຢືນຢັນວ່າ ທາງການແຂວງຊຽງຂວາງຈະຈັດ
ງານສະເຫຼີມສະຫຼອງທົ່ງໄຫຫີນຢ່າງຍິ່ງໃຫຍ່ ເມື່ອອົງການ UNESCO ໄດ້ມີມະຕິ
ຮັບຮອງທົ່ງໄຫຫີນ ເປັນມໍລະດົກໂລກ ຢ່າງເປັນທາງການແລ້ວນັ້ນ ດັ່ງທີ່ ທ່ານນາງ
ນວນສີ ໄດ້ໃຫ້ການຢືນຢັນວ່າ "ຄວາມເຊື່ອໝັ້ນກ່ຽວກັບການຮັບຮອງນີ້ ພວກເຮົາ
ກະແມ່ນຫຼາຍສົມຄວນ ເມື່ອໃດເພິ່ນຕອບມາວ່າຮັບຮອງ ແຂວງພວກເຮົາ ກໍຈະ
ກະກຽມວ່າ ຈະເຮັດຊ່ຳໃດ ສະຫຼອງແນວໃດປັບປຸງດ້ານບຸກຄະລາກອນ ຂອງໜ່ວຍ
ງານມໍລະດົກຂັ້ນບ້ານ ຂັ້ນເມືອງ ເພື່ອວ່າ ກຽມພ້ອມຕົວນີ້ ປັບປຸງສະຖານທີ່ການ
ປົກປັກຮັກສາອະນາໄມຕ່າງໆ ນັ້ນ ພວກເຮົາໄດ້ກຽມໄວ້ໝົດແລ້ວ."
ປັດຈຸບັນ ລາວມີມໍລະດົກໂລກ 2 ແຫ່ງ ກໍຄື ເມືອງຫຼວງພະບາງຊຶ່ງເປັນມໍລະດົກໂລກທາງວັດທະນະທຳ ແລະຜາສາດວັດພູແຂວງຈຳປາສັກ ເປັນມໍລະດົກໂລກດ້ານປະຫວັດສາດ. ສ່ວນທົ່ງໄຫຫີນ ກໍຈະຈັດເປັນມໍລະດົກໂລກ ທາງປະຫວັດສາດ ແລະເປັນມໍລະດົກໂລກແຫ່ງທີ 3 ໃນລາວ. ສ່ວນສຽງແຄນລາວນັ້ນ ກໍຖືກຮັບຮອງໃຫ້ເປັນມໍລະດົກໂລກ ທີ່ຈັບຕ້ອງບໍ່ໄດ້ ດ້ານສຽງເພງຂອງມະນຸດຊາດແລະມອບໃບປະກາດໃຫ້ທາງການລາວ ເມື່ອເດືອນມີນາ 2018 ທີ່ນະຄອນປາຣີ ສ່ວນລຳວົງລາວແລະລາຍນາກຂອງສິ້ນໄໝລາວນັ້ນ ທາງການລາວ ກໍໄດ້ສະເໜີຕໍ່ອົງການ UNESCO ເພື່ອຮັບຮອງໃຫ້ເປັນມໍລະດົກໂລກ ໃນດ້ານວັດທະນະທຳຂອງມະນຸດຊາດດ້ວຍເຊັ່ນກັນ.