ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລະ​ເບີດ​ສະຫຼະ​ຊີບຂອງ​ພວກ​ກະບົດ PKK ​ເຮັດ​ໃຫ້​ທະຫານ ​ເທີກີ ​ເສຍ​ຊີວິດ 2 ຄົນ


Turkey Kurds
please wait
Embed

No media source currently available

0:00 0:00:19 0:00

ຊົ​ມວິ​ດີ​ໂອ ກ່ຽວ​ກັບ ຂ່າວ​ນີ້.

ພວກ​ກະບົດຈາກ​ພັກ​ກຳ​ມະກອນຊາວ ​ເຄີ​ດ ຫຼື PKK ​ໄດ້​ທຳ​ການ​ໂຈມ​ຕີລະ​ເບີດ​ສະຫຼະຊີບ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ສະຖານີ​ຕຳຫຼວດ​ທະຫານ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ​ເທີ​ກີ, ​ເຮັດໃຫ້​ທະຫານ​ສອງ​ຄົນ​ເສຍຊີວິດ ​ແລະ ບາດ​ເຈັບ​ອີກ 24 ຄົນ.

ຫ້ອງການ​ຜູ້​ປົກຄອງແຂວງໃນ​ທ້ອງຖິ່ນ​ໄດ້​ກ່າວ​ວ່າ ການ​ໂຈ​ມຕີ​ໃນ​ແຂວງ Agri, ໃກ້ກັບ ຊາຍແດນປະເທດ ອິຣ່ານ, ລວມມີຍານ ພາຫະນະຮັບ ໃຊ້ການກະສິກຳບັນຈຸດ້ວຍລະເບີດ 2 ໂຕນ.

ການລະເບີດນີ້​ເປັນການເພີ່ມທະວີຄວາມຮຸນແຮງຄັ້ງຫຼ້າສຸດ ລະຫວ່າງພວກ PKK ແລະ ເທີກີ, ເຊິ່ງໄດ້ເລີ່ມຂຶ້ນດ້ວຍການ ໂຈມຕີ ທາງອາກາດຢ່າງຕໍ່ເນື່ອງພຽງໜຶ່ງອາທິດຜ່ານມາ ໂດຍແນເປົ້າໃສ່ ພວກກະບົດຊາວ ເຄີດ ຢູ່ໃນ ເທີກີ ແລະ ພາກເໜືອ ອິຣັກ.

ປະທານຂອງພື້ນທີ່ຊາວ ເຄີດອິຣັກ ໄດ້ອອກຖະແຫຼງການໃນວັນເສົາວານນີ້ ຮຽກຮ້ອງໃຫ້ ທັງສອງຝ່າຍດຳເນີນຂະບວນການທາງສັນຕິພາບ.

ທ່ານ Massud Barzani ໄດ້ກ່າວວ່າພວກ PKK ຄວນຖອນໂຕ ອອກຈາກດິນແດນຂອງ ຊາວ ເຄີດອິຣັກ ເພື່ອປ້ອງກັນຄວາມ ເສຍຫາຍ​ແກ່ພົນລະເຮືອນຈາກການໂຈມຕີທາງ ອາກາດ, ໃນຂະນະດຽວກັນກໍໄດ້ກ່າວປະນາມການ​ໂຈມ​ຕີທາງອາກາດຂອງ ເທີກີ.

ທ່ານ Barzani ກ່າວວ່າ “ພວກເຮົາກ່າວປະນາມການຖິ້ມລະເບີດ, ເຊິ່ງໄດ້ນຳໄປສູ່ ຄວາມທຸກ ທໍລະມານຂອງປະຊາຊົນ ໃນດິນແດນຂອງ ຊາວ ເຄີດ.”

ທ່ານ Barzani ສັງກັດໃນພັກປະຊາທິປະໄຕຂອງຊາວ ເຄີດ ມັກມີ ຄວາມຂັດແຍ້ງກັບ ພວກ PKK ເລື້ອຍໆ, ແຕ່ວ່າໄດ້ອະນຸຍາດໃຫ້ ນັກຮົບຂອງພວກເຂົາ ໄປຫຼົບລີ້ຢູ່ໃນພື້ນທີ່ເຂດ ຊົນນະບົດທີ່ເປັນພູໃນ ເຂດຊາຍແດນຟາກປະເທດ ອິຣັກ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG