ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມື​ປືນ ສັງ​ຫານ ​ຜູ້​ໄປ​ບູ​ຊາ​ ຢູ່​ໂບດ​ຊາວ ຢິວ ໃນ​ນະ​ຄອນ ພິດ​ສ​ເບີກ


ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ຮ້ອງ​ຄຳ​ວ່າ “ພວກ ຢິວ ທັງ​ໝົດ​ນີ້​ຕ້ອງ​ຕາຍ” ໄດ້​ຈູ່​ໂຈມ​ເຂົ້າ​ໃນ​ໂບດ​
ຊາວ ຢິວ ໃນເມືອງ ພິດສເບີກ (Pittsburg) ໃນລະຫວ່າງການສູດມົນເມື່ອວັນເສົາ
ວານນີ້, ແລະ ໄດ້ຍິງເຂົາເຈົ້າຢ່າງບໍ່ເລືອກໜ້າ ແລະ ໄດ້ສັງຫານຜູ້ທີ່ໄປສູດມົນ 11 ຄົນ
ໃນການຍິງຄົນຈຳນວນຫຼາຍ ຄັ້ງຫຼ້າສຸດ ໃນ ສະຫະລັດ.

6 ຄົນ, ລວມ​ທັງ​ຕຳ​ຫຼວດ​ຄົນ​ນຶ່ງ​ຜູ້​ທີ່​ໄດ້​ຕໍ່​ສູ້​ກັບ​ຄົນ​ຮ້າຍ ແມ່ນ​ໄດ້​ຮັບ​ບາດ​ເຈັບ, ອີງ​
ຕາມບັນດາເຈົ້າໜ້າທີ່, ຜູ້ທີ່ກ່າວວ່າ ພົນລະເຮືອນສອງຄົນໃນນັ້ນ ມີອາການສາຫັດ.

ນີ້​ແມ່ນ “ເບິ່ງ​ຄື​ວ່າ​ຈະ​ເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຕໍ່​ຊຸມ​ຊົນ​ຊາວ ຢິວ ໃນ​ປະ​ຫວັດ
ສາດຂອງ ສະຫະລັດ”, ອີງຕາມການກ່າວຂອງ ກຸ່ມຕໍ່ຕ້ານການໝິ່ນປະໝາດ ຫຼື Anti-
Defamation League ເຊິ່ງແມ່ນອົງການທີ່ບໍ່ຂຶ້ນກັບລັດຖະບານຂອງຊາວ ຢິວ ສາ
ກົນ.

ທຳ​ນຽບ​ຂາວ ໄດ້​ສັ່ງ​ໃຫ້ລົດ​ທຸງ​ຊາດ ສະ​ຫະ​ລັດ ລົງ​ເຄິ່ງ​ເສົາ ​ຢູ່​ທຸກໆ​ສະ​ຖານ​ທີ່​ຂອງ​
ລັດຖະບານ ຈົນຮອດວັນທີ 31 ຕຸລາ “ເພື່ອສະແດງເຖິງຄວາມເຄົາລົບຢ່າງຈິງໃຈ ຕໍ່
ຜູ້ເຄາະຮ້າຍຍ້ອນຄວາມຮຸນແຮງທີ່ໂຫດຮ້າຍນີ້.”

ອົງ​ການ​ສັນ​ຕິ​ບານ​ກາງ ຫຼື FBI ໄດ້​ເປັນ​ຜູ້​ນຳ​ໜ້າ ແລະ ​ສືບ​ສວນ​ສອບ​ສວນການ​ຍິງ​
ກັນດັ່ງກ່າວນີ້ ວ່າເປັນຄະດີຄຽດຊັງ.

ຜູ້​ຕ້ອງ​ສົງ​ໄສ​ທີ່ໄດ້​ຖືກ​ຄວບ​ຄຸມ​ຕົວ ຊື່​ວ່າ​ທ້າວ ໂຣ​ເບີດ ບາວ​ເວີ​ສ໌ ອາ​ຍຸ 46 ປີ, ​ມາຈາກ
ພາກໃຕ້ຂອງເມືອງ ພິດສເບີກ, ແມ່ນມີອາການຄົງທີ່ ພ້ອມກັບບາດແຜຈາກການຖືກ
ຍິງຫຼາຍບ່ອນ, ອີງຕາມການກ່າວຂອງຜູ້ອຳນວຍການຄວາມປອດໄພ ໃນສາທາລະ
ນະ ຂອງເມືອງ ພິດສເບີກ ທ່ານ ເວັນແດລ ນິສຣິຈ໌ (Wendell Hissrich).

ບັນ​ດາ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ້າວ ບາວ​ເວີ 29 ກະ​ທົງ, ລວມ​
ທັງການໃຊ້ຄວາມຮຸນແຮງ, ການໃຊ້ປືນໂຈມຕີ, ແລະ ລ່ວງລະເມີດກົດ​ໝາຍ​ສິດ​ທິ​ພົນ​
ລະເມືອງສະຫະລັດ ດ້ວຍ.

ທ່ານ ສ​ກັອດ ເບ​ຣ​ດີ, ໄອ​ຍະ​ການ​ສຳ​ລັບ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ ເພັນ​ຊິ​ລ​ເວ​ເນຍ ໄດ້​
ກ່າວວ່າ “ພວກເຮົາຈະອຸທິດແຫຼ່ງຊັບພະຍາກອນທັງໝົດ ຂອງຫ້ອງການຂ້າພະເຈົ້າ
ໃຫ້ການສືບສວນສອບສວນ ຄະດີຄຽດຊັງຂອງລັດຖະບານກາງ ແລະ ການດຳເນີນຄະ
ດີໃຫ້ເຖິງທີ່ສຸດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG