ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ໂຈມຕີ ໂບດຊາວຢິວ ໄດ້ໄປ ປາກົດໂຕ ຢູ່ສານລັດຖະບານກາງ ໃນ ນະຄອນພິສເບີກ

ພາບແຕ້ມ ໃນຫ້ອງສານສູງສຸດ ຂອງ ທ້າວ ໂຣເບີດ ເກຣກໍຣີ ບາວເວີຣສ໌ ຜູ້ທີ່ໄດ້ຮັບບາດເຈັບ ໃນການຍິງຕໍ່ສູ້ກັບຕຳຫຼວດ ໃນຂະນະທີ່ ນັ່ງຢູ່ໃນລໍ້ຊຸກ ຊຶ່ງຜູ້ກ່ຽວໄດ້ໄປປາກົດໂຕ ຢູ່ທີ່ສານລັດຖະບານກາງ, ວັນທີ 29 ຕຸລາ 2018, ໃນ ນະຄອນ ພິສເບີກ.

ຜູ້ຊາຍ ທີ່ໄດ້ຖືກກ່າວຫາ ໃນການສັງຫານ 11 ຄົນ ຢູ່ທີ່ໂບດຊາວຢິວ ໃນນະຄອນ
ພິສເບີກ ນັ້ນ ແມ່ນມີກຳນົດ ຈະໄປປາກົດໂຕ ຢູ່ສານ ລັດຖະບານກາງ ສະຫະລັດ
ໃນວັນພະຫັດມື້ນີ້ ເພື່ອຮັບຟັງ ຂໍ້ກ່າວຫາ 44 ກະທົງ ທີ່ປະກອບດ້ວຍ ການຄາດຕະກຳ
ແລະ ອາຊະຍາກຳຍ້ອນຄວາມກຽດຊັງ.

ຄະນະຕຸລາການ ໄດ້ຟ້ອງທ້າວ ໂຣເບີດ ບາວເວີຣສ໌ ອາຍຸ 46 ປີ ໃນວັນພຸດ ວານນີ້ ໃນການມີສ່ວນກ່ຽວຂ້ອງ ກັບການໂຈມ ໃນວັນທີ 27 ຕຸລາ ຢູ່ທີ່ໂບດ Tree of Life
ຂອງຊາວຢິວ.

ໃນການປະກາດຟ້ອງນັ້ນ ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ ແຈັຟ ແຊັດຊັນສ໌
ໄດ້ກ່າວວ່າ ອາຊະຍາກຳດັ່ງກ່າວ “ເປັນຄວາມຊົ່ວຊ້າສາມານ ທີ່ ບໍ່ສາມາດເຂົ້າໃຈໄດ້
ແລະ ເປັນສິ່ງທີ່ຄັດກັບ ຄຸນນະທຳຂອງປະເທດນີ້ແທ້ໆເລີຍ. ສະນັ້ນແລ້ວ ຄະດີນີ້
ບໍ່ພຽງແຕ່ເປັນສິ່ງທີ່ສຳຄັນ ສຳລັບພວກຜູ້ເຄາະຮ້າຍ ແລະພວກຄົນຮັກແພງ ຂອງ
ເຂົາເຈົ້າເທົ່ານັ້ນ ແຕ່ສຳລັບເມືອງພິສເບິກ ແລະ ປະເທດໂດຍລວມ.”

ຕຳຫຼວດ ນະຄອນ ພິສເບີກ ຢືນຍາມ ໃນຂະນະທີ່ ຫີບສົບ ຂອງທ່ານ ເອີຣວິງ ຢັງເງີ ( Irving Younger) ອາຍຸ 69 ກຳລັງຖືກເຄື່ອນຍ້າຍ ຢູທີ່ໂບດ Congregation Rodef Shalom ໃນພິທີຊາປະນະກິດສົບ ເມື່ອວັນທີ 31 ຕຸລາ 2018, ໃນນະຄອນ ພິສເບີກ ລັດເພັນຊີລເວເນຍ.

ພິທີຊາປະນະກິດສົບ ຂອງພວກຜູ້ເຄາະຮ້າຍ ຍັງດຳ​ເນີນຕໍ່ໄປ ໃນວັນພະຫັດ ມື້ນີ້ ໂດຍມີ
ພິທີຊາປະນະກິດສົບ ໃຫ້ແກ່ ທ່ານນາງ ເບີຣນິສ ແລະ ທ່ານ ຊີລວັນ ຊາຍມັນ ພ້ອມດ້ວຍ
ທ່ານ ດຣ ຣີເຈີຣດ໌ ກັອດຟຣີດ໌.

ໃນວັນພຸດວານນີ້ ພວກເພື່ອນມິດຫຼາຍຮ້ອຍຄົນ ໄດ້ໄປເຕົ້າໂຮມກັນ ເພື່ອໄວ້ອາໄລ ໃຫ້
ແກ່ ທ່ານ ແມລວິນ ແວກສ໌ ອາຍຸ 88 ປີ ຜູ້ທີ່ໄດ້ເປັນ ຜູ້ນຳພາພິ ທີທາງສາສະໜາ ຊາບບັຕ
(Sabbath) ໃນວັນເສົາທີ່ຜ່ານມາ ຊຶ່ງໃນເວລາທີ່ ມືປືນ ໄດ້​ບຸກເຂົ້າໄປໃນໂບດດັ່ງກ່າວ
ແລ້ວຮ້ອງໂຮອອກມາວ່າ “ຢິວໝົດທຸກຄົນ ຕ້ອງຕາຍ!” ແລະ ໄດ້ເລີ້ມເປີດສາກ​ລະ​ດົມ
ຍິງ​ເຂົ້າ​ໃສ່. ພິທີຊາປະນະກິດສົບ ຍັງໄດ້ຖືກຈັດໃຫ້ແກ່ ທ່ານ ເອີຣວິງ ຢັງເງີ ອາຍຸ 69 ປີ
ພະນັກງານຂາຍອະສັງຫາ ລິມະຊັບ ຜູ້ທີ່ໄດ້ກະສຽນແລ້ວ ແລະ ທ່ານນາງ ໂຈຍສ໌
ໄຟນ໌ເບີກ ອາຍຸ 75 ປີ ນັກຄົ້ນຄວ້າຢູ່ມະຫາວິທະຍາໄລ ຜູ້ທີ່ໄດ້ກະສຽນແລ້ວເຊັ່ນກັນ.

ພວກປະທ້ວງຖືປ້າຍ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ຢູ່ໃນບໍລິເວນ ຂອງສູນກາງປະຊາຄົມຊາວຢິວ ຫຼື Jewish Community Center ໃນຄຸ້ມ Squirrel Hill ຂອງນະຄອນພິສເບີກ, ບ່ອນທີ່ ພິທີຊາປະນະກິດສົບ ໄດ້ຈັດຂຶ້ນແກ່ ດຣ ເຈີຣຣີ ຣາບີໂນວິດຊ໌, ວັນທີ 30 ຕຸລາ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະສະຕີໝາຍເລກນຶ່ງ ທ່ານ ນາງ
ເມີລາເນຍ ທຣຳ ໄດ້ເດີນທາງໄປຢ້ຽມຢາມ ໂບດດັ່ງກ່າວ ໃນວັນອັງຄານ ມື້ກ່ອນ ແລ້ວ
ໄດ້​ວາງ​ກ້ອນ​ຫີນ​ໃສ່ ​ດາວ​ແຫ່ງ ເດ​ວິດ 11 ດວງ ທີ່ຕັ້ງຂຶ້ນຢູ່ນອກ ໂບດຢິວ. ການວາງ
ກ້ອນຫີນ ໃສ່ຂຸມຝັງສົບ ຫຼື ສະຖານທີ່ ລະນຶກເຖິງ ແມ່ນປະເພນີບູຮານ ຂອງຊາວຢິວ.

ທ່ານ ທຣຳ ຍັງໄດ້ພົບກັບ ບັນດາເຈົ້າໜ້າທີ່ຕຳຫຼວດ ຜູ້ທີ່ໄດ້ຮັບບາດເຈັບຍ້ອນ ຖືກຍິງ
ໃນການຍິງຕໍ່ສູ້ ຂະນະທີີ່ພວກເຂົາເຈົ້າ ກຳລັງທຳການຈັບກຸມທ້າວບາວ ເວີຣສ໌ ຢູ່ນັ້ນ
ແລະ ທ່ານ ທຣຳ ກໍໄດ້ໃຊ້ເວລານຶ່ງຊົ່ວໂມງໂອ້ລົມກັບ ທ່ານນາງ ເພັກ ດູຣາຊໂກ ຜູ້ທີ່
ສາມີ ຂອງນາງ ຄື ທ່ານ ດຣ ຣີເຈີຣດ໌ ກັອດຟຣີດ໌ ຜູ້ທີ່ ລວມຢູ່ໃນຈຳນວນ 11 ຄົນ ທີ່ຖືກ
ຍິງຕາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG