ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Pitorius ຈະເລີ້ມ ທຳການກວດ ສະພາບຈິດ ໃນ​ວັນ​ຈັນ​ນີ້ (ສະ​ໄລ​ດ໌)


ທ້າວ Oscar Pistorius ກຳລັງຮັບຟັງ ຫລັກຖານຈາກ ໝໍປົວໂຣກຈິດ
ທ້າວ Oscar Pistorius ກຳລັງຮັບຟັງ ຫລັກຖານຈາກ ໝໍປົວໂຣກຈິດ
ຜູ້​ພິພາກສາອາ​ຟຣິກາ​ໃຕ້ຄົນ​ນຶ່ງ​ໄດ້​ສັ່ງ​ໃຫ້ນັກ​ແລ່ນທ້າວ
Oscar Pistorius ​ໄປ​ກວດສອບ​ກ່ຽວ​ກັບ​ສະພາບຈິດ
​ແລະ​ການກວດສອບ ທາງດ້ານຈິດຕະວິທະຍາ ​ເລີ້ມ​ໃນ
​ວັນ​ຈັນ​ຈະ​ມາ​ເຖິງ​ນີ້ ​ເພື່ອ​ກວດກາ​ເບິ່ງວ່າ ສະພາບ​ດ້ານ​
ຈິດໃຈຂອງ​ລາວ ​ເຮັດ​ໃຫ້​ລາວ “​ຮັບຜິດ​ຊອບໃນຄວາມ
ຜິດ” ທີ່ລາວ ​ໄດ້​ຍິງ​ຄູ່​ຮັກ​ຂອງ​ລາວຫຼືບໍ່.

ຜູ້ພິພາກສາ Thokozile Masipa ກ່າວ​ໃນ​ວັນ​ອັງຄານ
​ມື້​ນີ້​ວ່າ ບັນດາ​ນາຍ​ໝໍ ຈະ​ພາກັນ​ກວດເບິ່ງວ່າ ​ໂຣກ​ຈິດ
ຫລືສະພາບຈິດທີ່ບົກຜ່ອງ ​ເວລາ​ທີ່​ລາວ​ຍິງ​ຄູ່ຮັກຂອງ
ລາວນັ້ນ ມີ​ຜົນ​ສະທ້ອນຕໍ່​ຄວາມ​ສາມາດຂອງ ໃນການ
​ຮັບ​ຮູ້​ວ່າ​ມັນເປັນ ຄວາມ​ຜິດ​ຫລື​ບໍ່.

ທ້າວ Pistorius ຈະ​ໄປກວດທີ່​ໂຮງໝໍ​ໂລກ​ຈິດ Weskoppies ຢູ່ນະຄອນ ຫລວງ
Pretoria ທຸກໆ​ວັນ ​ຈົນ​ເຖິງ​ເວລາ 30 ມື້.

​ຫລັງ​ຈາກ​ການ​ກວດ​ສອບ​ສີ້​ນສຸດແລ້ວ ຄະນະ​ນາຍ​ໝໍຈະສົ່ງ​ລາຍ​ງານ​ໄປ​ຫາ​ສານ ທະນາຍຄວາມ​ທີ່ຕໍ່ສູ້ຄະດີ ​ແລະ​ໄອ​ຍະ​ການ.

ຜູ້​ພິພາກສາກ່າວ​ວ່າ ການ​ດຳ​ເນີນ​ຄະ​ດີ ​ທີ່​ໄດ້​ເລີ້ມ​ໃນ​ຕົ້ນ​ເດືອນ​ມີນາ ​ຈະ​ເລີ້ມ​ຄືນອີກ
ໃນ​ວັນ​ທີ 30 ​ເດືອນ​ມິ​ຖຸນາ.

ບັນດາ​ໄອ​ຍະ​ການ ກ່າວ​ວ່າ ທ້າວ Pistorius ມີ​ຄວາມ​ຕັ້ງ​ໃຈ​ຍິງ ນາງ Reeva
Steenkamp ຢູ່​ເຮືອນ​ຂອງລາວໃນ​ປີ​ກາຍ​ນີ້. ທ້າວ Pistorius ກ່າວ​ວ່າ ລາວໄດ້​
ສັງຫານນາງ ດ້ວຍ​ຄວາມຜິດພາດ ຄິດ​ວ່າ ລາວ​ໄດ້​ຍິງຜູ້​ລ່ວງ​ລຳ້ເຂົ້າ​ມາ​ໃນ​ຍາມ​ມື້​ຄືນ.
XS
SM
MD
LG