ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Pistorius ໃຫ້ການຕໍ່ສານ ໂດຍເນັ້ນໜັກ ໃສ່ເລື່ອງ ຄວາມສຳພັນ ກັບນາງ Steenkamp (ສະໄລດ໌/ວີດີໂອ)


SOUTH AFRICA PISTORIUS TRIAL VOSOT
please wait

No media source currently available

0:00 0:01:21 0:00
ທະນາຍຄວາມ​ ທີ່ຕໍ່ສູ້ຄະດີໃຫ້ນັກ​ແລ່ນອາຟຣິກາ​ໃຕ້ ທ້າວ
Oscar Pistorius ກຳລັງ​ເນັ້ນ​ໜັກ​ໃສ່ຄວາມ​ສຳພັນ​ຂອງ
ລາວ ກັບຄູ່​ຮັກນາງ Reeva Steenkamp ​ໃນ​ຂະນະ​ທີ່
ລາວ​ໃຫ້ການ​ເປັນ​ມື້​ທີສອງ​ໃນ​ການ​ດຳ​ເນີນ​ຄະ​ດີກ່ຽວກັບ
ການສັງຫານ ​ນາງ​ ເມື່ອ​ປີ​ແລ້ວ​ນີ້.

ທ້າວ Pistorius ​ໄດ້​ກ່າວ​ຕໍ່​ສານ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ກ່ອນ​ຄຳ່ຄືນ ​ທີ່​ລາວໄດ້ ຍິງນາງ Steenkamp ຢູ່​ທີ່​ເຮືອນ​
ຂອງ​ລາວນັ້ນ ທັງ​ສອງ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ແຜນ​ການ
ເດີນທາງ​ໃນ​ອະນາ​ຄົດ ​ແລະ​ຕົກ​ແຕ່ງ​ເຮືອນໃ​ໝ່ທີ່​ນະຄອນ
Johannesburg.

ວີດີໂອ: ທ້າວ Pistorius ຫລັ່ງນ້ຳຕາ ເວລາໃຫ້ການຕໍ່ສານ:
Pistorius Breaks Down During Testimony
please wait

No media source currently available

0:00 0:01:41 0:00

ທ້າວ Pistorius ຍັງ​ໄດ້ອ່ານ​ດັງໆ ເນື້ອໄນຂອງຂໍ້ຄວາມທີ່ສົ່ງມາໃຫ້ໂດຍ​ນາງ Steen-
kamp ​ໃນ​ຂະນະ​ທີ່ຫົວໜ້າທະນາຍຄວາມຂອງ​ລາວ ນຳພາ​ລາວ​ໄປ​ສູ່ ບັ້ນ​ຕອນ​ການ
​ສົນ​ທະນາ ທີ່ກ່າວ​ເຖິງ​ເວລາ​ທີ່​ບຸກຄົນທັງ​ສອງ​ໄດ້​ໂຕ້​ຖຽງ​ກັນ ຄືນ ດີກັນ ​ແລະ​ຢູ່​ນຳ​ກັນ​
ດ້ວຍ​ຄວາມ​ມ່ວນ​ຊື່ນ.

ທາງຝ່າຍຈຳເລີຍ ​ໄດ້​ນຳສະ​ເໜີ​ເລື່ອງລາວຂອງຝ່າ​ຍຕົນ​ເອງ ​ເພື່ອ​ພະຍາຍາມ​ເກ້ຍ
ກ່ອມສານວ່າ ທ້າວ Pistorius ບໍ່​ມີ​ຄວາມ​ຜິດ ​ໃນການ​ສັງຫານນາງ Steenkamp.

ບັນດາໄອ​ຍະ​ການ​ສານກ່າວ​ວ່າ ທ້າວ Pistorius ​ຕັ້ງໃຈ​ຍິງ​ນາງ Steenkamp ໃນ​
ຂະນະ​ທີ່ຝ່າຍ​ຈຳເລີຍກ່າວ​ວ່າ ທ້າວ Pistorius ຄິດ​ວ່າ ລາວ​ຍິງ​ໃສ່ຜູ້​ບຸກລຸກໃນ​ຍາມ​
ກາງ​ຄືນ ​ເວລາ​ລາວ​ຍິງ​ປືນ​ເຂົ້າ​ໄປ​ໃສ່​ປະຕູ​ຫ້ອງ​ນຳ້ນັ້ນ.
XS
SM
MD
LG