ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ້າວ Pistorius ຖືກຕັດສິນ ຕິດຄຸກ 6 ປີ ຍ້ອນສັງຫານ ຜູ້ສາວຂອງລາວ


ທ້າວ Oscar Pistorius (ກາງ) ໄປຮອດສານ ທີ່ນະຄອນ
Pretoria ອາຟຣິກາໃຕ້. (ວັນທີ 6 ກໍລະກົດ 2016)
ທ້າວ Oscar Pistorius (ກາງ) ໄປຮອດສານ ທີ່ນະຄອນ Pretoria ອາຟຣິກາໃຕ້. (ວັນທີ 6 ກໍລະກົດ 2016)

ນັກ​ກິລາ​ຄົນ​ພິການ ທ້າວ Oscar Pistorius ​ໄດ້​ຖືກ​ຕັດສິນ ໃຫ້​ຕິດ​ຄຸກ 6 ປີ​ໃນ​ວັນ​ພຸດ ​ມື້ນີ້​ ຍ້ອນ​ໄດ້​ສັງຫານ​ຜູ້​ສາວ​ຂອງ​ລາວ ນາງ Reeva Steenkamp ​ເມື່ອ​ສາມ​ປີ​ກ່ອນ.

ຜູ້​ພິພາກສາ Thokozile Masipa ​ໄດ້​ອ້າງສະພາບ​ການ​ຕ່າງໆ​ ທີ່​ຊ່ອຍ​ໃຫ້​ມີ​ການ​ຫລຸດ ຜ່ອນ​ໂທດ ​ເຊັ່ນ​ການສຳນຶກ​ຜິດ ​ເວລາ​ທີ່​ຜູ້ກ່ຽວ​ໄດ້​ຮັບ​ໃຊ້​ຢູ່​ໃນ​ຄຸກ​ ໃນການ​ຕັດສິນ​ໂທດ​ຕົ້ນຕໍ ແລະ​ຄວາມ​ຈິງ​ທີ່​ວ່າ​ລາວ​ບໍ່​ໄດ້​ໃສ່​ຂາ​ທຽມ​ຂອງ​ລາວ​ໃນ​ເວລາ​ທີ່​ເກີດ​ເຫດ ​ໄດ້​ຊ່ອຍ​ໃຫ້ການ​ຫລຸດຜ່ອນ​ໂທດ​ທີ່​ໄດ້​ລະບຸ​ໄວ້ 15 ປີ​ນັ້ນ.

​ໃນ​ລະຫວ່າງ​ການ​ດຳ​ເນີນ​ຄະດີ ທ້າວ Pistorius ກ່າວ​ອ້າງ​ວ່າ ລາວ​ເຂົ້າ​ໃຈ​ຜິດຄິດ​ວ່າ ນາງ Steenkamp ​ເປັນ​ຜູ້​ບຸກລຸກເວລາ​ລາວ​ຍິງ​ຜ່ານ​ປະຕູ​ຫ້ອງນ້ຳ​ທີ່​ອັດໃສ່​ກະ​ແຈ​ເຂົ້າ ​ໄປ ຊຶ່ງ​ໄດ້​ສັງຫານ​ນາງ​ໃນ​ຄ່ຳ​ຄືນ​ ວັນ​ວາ​ເລນ​ທາຍ​ນ໌ ປີ 2013 ​ແຕ່​ພວກ​ໄອຍະ​ການ​ໂຕ້ ​ແຍ້ງວ່າ ລາວ​ຕັ້ງ​ໃຈ​ສັງຫານ​ນາງ Steenkamp.

ນາງ Steenkamp ທີ່​ຮຽນ​ຈົບ​ດ້ານ​ກົດໝາຍແລະ​ເປັນ​ຕົວຢ່າງໃນ​ການ​ສ້າງແຮງດົນ​ໃຈ​ໃຫ້ຫຼາຍໆ​ຄົນ ​ມີ​ອາຍຸ 29 ປີ​ເວລາ​ນາງ​ຖືກ​ຂ້າ​ຕາຍ​ໂດຍ​ຜູ້​ບ່າວ​ຂອງ​ນາງ.

​ໃນ​ປີ 2014 ຜູ້​ພິພາກສາ Masipa ​ໄດ້​ພົບ​ເຫັນ​ວ່າ ທ້າວ Pistorius ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນໂດຍ​ບໍ່​ໄດ້​ປະສົງ​ຮ້າຍ ​ແລະ​ໄດ້​ຕັດສິນ​ໂທດ​ໃຫ້​ຜູ້ກ່ຽວ​ຕິດ​ຄຸກ​ເປັນ​ເວລາ 5 ປີ. ລາວ​ໄດ້​ຖືກ​ປ່ອຍ​ພາຍ​ໃຕ້​ການ​ຄວບ​ຄຸມ​ໃນ​ເດືອນ​ຕຸລາ ຫລັງຈາກ​ໄດ້​ຮັບ​ໃຊ້​ໂທດ​ນຶ່ງ​ປີ ​ແຕ່​ຕໍ່​ມາ​ການ​ຕັດສິນ​ໂທດ​ຜູ້ກ່ຽວ​ໄດ້​ຖືກ​ຕ່າວ​ປີ້ນ​ໂດຍ ສານ​ອຸທອນ ​ແລະ​ພົບ​ເຫັນ​ລາວ​ມີ​ຄວາມ​ຜິດ​ໃນ​ຖານ​ຂ້າ​ຄົນ​ເມື່ອ​ເດືອນ​ທັນວາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

South Africa Pistorius
please wait

No media source currently available

0:00 0:00:50 0:00

XS
SM
MD
LG