ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຕ້ຖຽງ ບັ້ນສຸດທ້າຍ ເພື່ອປະກັນຕົວ ທ້າວ Pistorius


ທ້າວ Oscar Pistorius ກໍາລັງຟັງຄໍາຕັດສິນຂອງສານ ເພື່ອປະກັນ ຕົວໄດ້
ທ້າວ Oscar Pistorius ກໍາລັງຟັງຄໍາຕັດສິນຂອງສານ ເພື່ອປະກັນ ຕົວໄດ້
ທະນາຍ​ຄວາມ​ຂອງ​ທ້າວ Oscar Pistorius ນັກ​ກິລາ​ໂອ​ລິ​ມປິກ​ຊາວ​ອາ​ຟຣິກາ​ໃຕ້ກໍາລັງ​ໂຕ້​ແຍ້​ງກັນ​ບັ້ນ​ສຸດ​ທ້າຍ​ເພື່ອ​ໃຫ້​ຜູ້ກ່ຽວປະກັນ​ຕົວ​ໄດ້ ​ໃນ​ຂະນະ​ທີ່​ຫົວໜ້າ​ສືບ ສວນ​ສອບ​ສວນນັກ​ກິລາ​ດັ່ງກ່າວ ກໍ​ປະ​ເຊີນ​ກັບຂໍ້​ຫາ​ຄາດ​ຕະກໍາ​ຂອງ​ລາວ​ເອງ​ນັ້ນ.

ທ່ານ Barry Roux ທະນາຍຄວາມ​ຝ່າຍ​ຈໍາ​ເລີຍ ຕໍາ​ໜິຕິຕຽນ​ເຈົ້າໜ້າ​ທີ່ ສືບສວນ​ເມື່ອ​ວັນ​ພະ​ຫັດ​ມື້​ນີ້ ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ ຫຼັກຖານທີ່ບໍ່​ມີ​ຄຸນ​ນະ​ພາບຂອງ​ພວກ​ເຂົາ​ເຈົ້າ. ນອກ​ນີ້​ທະນາຍ ຍັງ​ໄດ້​ເນັ້ນ​ຢໍ້າວ່າ​ຄະດີ​ການ​ຍິງ​ສັງຫານ​ໂດຍ​ທ້າວ Pistorius ຕໍ່​ແຟນ ຂອງ​ລາວ ຄື​ນາງ Reeva Steenkamp ​ເມື່ອ​ອາທິດ​ຜ່ານ​ມາ​ນັ້ນ ​ແມ່ນ​ອຸບັດ​ເຫດຫຼາຍ ກວ່າ ບໍ່​ແມ່ນ​ການ​ຄາດ​ຄະ​ກໍາ​ທີ່​ວາງ​ແຜນ​ໄວ້​ລ່ວງ​ໜ້າ​ແຕ່​ຢ່າງ​ໃດ. ຜູ້​ພິພາກສາ​ສານ ທີ່​ກໍາກັບ​ດູ​ແລ​ໃນ​ຄະດີ​ນີ້ ​ໄດ້​ຕັດສິນ ໃນ​ຕົ້ນ​ອາທິດ​ນີ້​ວ່າ ທ່ານ​ບໍ່​ສາມາດປະຕິ​ເສດ​ເລຶ່ອງ ການວາງ​ແຜນໄວ້​ລ່ວງ​ໜ້າ ​ແຕ່​ວ່າ​ຂໍ້​ຫາ​ນີ້ ອາດ​ລົດ​ລະດັບ​ລົງ​ໄດ້. ການ​ຄາດ​ຄະ​ກໍາ​ທີ່​ວາງ​ແຜນ​ໄວ້​ລ່ວງ​ໜ້າ​ນັ້ນ ອາດ ​ເຖິງ​ຂັ້ນຖືກ​ຈໍາ​ຄຸກ​ຕະຫຼອດຊີວິດ.

ກ່ອນ​ທະນາຍ​ຈໍາ​ເລີຍ​ເລີ່​ມການ​ໂຕ້​ຖຽງ​ກັນ​ບັ້ນ​ສຸດ​ທ້າຍ​ນັ້ນ ຄະດີ​ດັ່ງກ່າວ ​ແມ່ນ​ໄດ້ສ້າງ​ຄວາມ​ປະຫຼາດ​ໃຈ​ ກ່ຽວ​ກັບ​ຫົວໜ້າ​ເຈົ້າໜ້າ​ທີ່​ສືບສວນ. ຄື​ເຈົ້າໜ້າ​ທີ່ເວົ້າ​ວ່າ ​ນັກ​ສືບ ສວນ Hilton Botha ກໍ​ຖືກ​ຂໍ້​ຫາ​ ເຈັດ​ກະທົງ ທີ່ພະຍາ​ຍາມ​ທໍາ​ການ​ຄາດ​ຕະກໍາ ​ໃນ​ການ​ເຊື່ອມ​ໂຍງ​ກັບເຫດການ​ທີ່​ຖືກ​ກ່າວ​ຫາ​ວ່າ​ຍິງ​ລົດ​ຄັນ​ນຶ່ງ​ທີ່​ຜູ້ກ່ຽວ​ພະ​ຍາ​ຍາມ​ສັ່ງໃຫ້​ຢຸດນັ້ນ.

ຂໍ້​ຫາ​ຕ່າງໆ​ນີ້ ກ່ຽວ​ພັນ​ກັບ​ເຫດການເກີດ​ຂຶ້ນ​ເມື່ອ​ປີ 2011 ທີ່​ໄດ້​ຖືກ​ຖອນ ຄະດີ​ເປັນ​ການ​ຊົ່ວຄາວ ​ແຕ່​ທາງ​ຕໍາຫຼວດ​ເວົ້າ​ວ່າ​ຄະດີ​ດັ່ງກ່າ​ວ​ໄດ້ຖືກ​ຮື້ຟື້ນ​ຄືນມາ​ອີກ.

ນັກ​ສືບສວນ Botha ​ໄດ້​ຖືກຮ້ອງ​ຂໍ​ໃຫ້​ກັບ​ຄືນ​ໄປ​ໃຫ້ການເມື່ອ​ວັນ​ພະຫັດ ມື້​ນີ້ ​ແຕ່​ບໍ່​ໄດ້​ຖືກສອບ​ຖາມ​ກ່ຽວ​ກັບ​ຄະດີ​ຂອງ​ຜູ້ກ່ຽວ​ເອງ.
XS
SM
MD
LG