ດາຣາ ນັກແລ່ນແລະລານ ອາຟຣິກາໃຕ້ ທ້າວ Oscar Pis-
torius ໄດຖືກພົບເຫັນວ່າມີຄວາມຜິດ ໃນຖານຂ້າຄົນດ້ວຍ
ຄວາມປະໝາດແຕ່ໄດ້ລອດພົ້ນຈາກຂໍ້ຫາຄາດຕະກຳທີ່ຮ້າຍ
ແຮງກວ່າອື່ນໆ ທີ່ພົວພັນກັບການສັງຫານຄົນຮັກຂອງລາວ.
ຜູ້ພິພາກສາ Thokozile Masipa ໄດ້ອອກຄຳຕັດສິນ ທີ່ມີ
ການລໍຖ້າມາເປັນເວລາດົນນານແລ້ວ ໃນວັນສຸກມື້ນີ້ ຕໍ່ນັກ
ແລ່ນໂອລິມປິກ ທີ່ຮູ້ກັນໃນນາມ “the blade runner” ທີ່ໄດ້
ຍິງ ແລະສັງຫານນາງແບບ Reeva Steenkamp ຢູ່ທີ່ເຮືອນ
ຂອງລາວ ໃນເດືອນກຸມພາ ປີ 2013.
ທ້າວ Pistorius ອາຍຸ 27 ປີ ໄດ້ສະແດງຄວາມຮູ້ສຶກຫຍັງຫຼາຍອອກມາ ໃນຂະນະທີ່ຜູ້ພິພາກສາ ອ່ານຄຳຕັດສິນ.
ຜູ້ພິພາກສາ Masipa ກ່າວວ່າ “ໃນຄວາມຜິດຂໍ້ທີນຶ່ງ ການຄາດຕະກໍາ ທີ່ກ່າວຢູ່ໃນວັກ
51 ຂີດ 1 ຂອງກົດໝາຍອາຍາ ສະບັບດັດແປງແກ້ໄຂ 105 ຂອງປີ 1997 ນັ້ນ ຜູ້ຖືກ່າວ
ຫາພົບວ່າ ບໍ່ມີຄວາມຜິດ ແລະຖືກປ່ອຍໂຕ. ແຕ່ຜູ້ກ່ຽວໄດ້ ຖືກພົບເຫັນວ່າ ມີຄວາມຜິດ
ໃນຖານຂ້າຄົນຕາຍ ດ້ວຍຄວາມປະໝາດ.”
ບັນດາໄອຍະການ ໄດ້ໂຕ້ຖຽງວ່າ ທ້າວ Pistorius ໄດ້ກະທຳໂດຍເຈດຕະນາ ເວລາລາວ
ຍິງນາງ Steenkamp ຜ່ານປະຕູຫ້ອງນໍ້າ ທີ່ປິດໄວ້ຢູ່ທີ່ເຣືອນຂອງ ລາວທີ່ນະຄອນ Pretoria. ທ້າວ Pistorius ກ່າວວ່າ ລາວຄິດວ່າ ລາວຍິງໃສ່ຜູ້ບຸກລຸກເຂົ້າມາ ໃນຕອນກາງຄືນ.
ຜູ້ພິພາກສາ Masipa ກ່າວວ່າ ທ້າວ Pistorius ບໍ່ໄດ້ກະທຳຢ່າງມີເຫດຜົນ ເວລາລາວຍິງ
ເຂົ້າໃສ່ປະຕູຫ້ອງນໍ້າ ໂດຍຮູ້ວ່າມີຄົນຢູ່ຂ້າງໃນ ແລະອາດຈະຖືກຂ້າຕາຍ. ແຕ່ທ່ານນາງ
ກ່າວວ່າ ລາວຍັງບໍ່ໄດ້ກະທຳທີ່ຄ້າຍຄືກັນກັບຜູ້ໃດຜູ້ນຶ່ງ ທີ່ເຈດຕະນາທຳການຄາດຕະກຳ ໂດຍໃຫ້ຂໍ້ສັງເກດວ່າ ລາວໄດ້ຮ້ອງຫາ ພວກເຈົ້າໜ້າທີ່ຢ່າງວ່ອງໄວ ແລະພະຍາຍາມ ຊ່ອຍ
ໃຫ້ນາງ Steenkamp ຟື້ນໂຕຄືນມາ.
ຢູ່ອາຟຣິກາໃຕ້ ການຂ້າຄົນດ້ວຍຄວາມປະໝາດ ຫຼື Culpable homicide ແມ່ນສາມາດ
ໄດ້ຮັບໂທດໜັກຕິດຄຸກເຖິງ 15 ປີ. ຜູ້ພິພາກສາຕັດສິນວ່າທ້າວ Pistorius ສາມາດໄດ້ຮັບ
ການປະກັນໂຕ ໂດຍບໍ່ຕ້ອງເຂົ້າຄຸກເທື່ອ ຈົນເທົ່າມີ ການຕັດສິນລົງໂທດ ຊຶ່ງກຳນົດໃສ່ວັນ
ທີ 13 ຕຸລາຈະມານີ້.