ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກໂຈນທະເລຍຶດ ເຮືອປະມົງເກົາຫລີໃຕ້


ເຮືອພວກໂຈນສະລັດໃນທະເລໂຊມາເລຍໄດ້ຍຶດເອົາເຮືອປະມົງເກົາຫລີໃຕ້ລໍານຶ່ງ ໃນຕົ້ນເດືອນຕຸລານີ້.
ເຮືອພວກໂຈນສະລັດໃນທະເລໂຊມາເລຍໄດ້ຍຶດເອົາເຮືອປະມົງເກົາຫລີໃຕ້ລໍານຶ່ງ ໃນຕົ້ນເດືອນຕຸລານີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກຸງ​ໂຊນ ກ່າວ​ວ່າ ພວກ​ໂຈນ​ສະ​ລັດໃນ​ທະ​ເລ​ໂຊ​ມາ​ເລຍ ​ໄດ້​ຍຶດ​ເອົາ​ເຮືອ​ປະມົງ​ເກົາຫລີ​ໃຕ້​ລໍາ​ນຶ່ງ​ໃນ​ຕົ້ນ​ເດືອນ​ນີ້ ພ້ອມ​ກັບ 43 ຄົນ ຢູ່​ໃນ​ເຮືອ​ລໍາ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້​ກ່າວ​ ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເຮືອ​ຫາ​ປູ Keummi 305 ນໍ້າໜັກ 241 ​ໂຕນ ຊຶ່ງມີ​ລູກ​ເຮືອຊາວ​ເກົາຫລີ​ໃຕ້ 2 ຄົນ ຊາວ​ຈີນ 2 ຄົນ​ແລະ​ຄົນ​ເຄັນ​ຢາ 39 ຄົນ ​ໄດ້​ຖືກ​ຈີ້​ໃນ​ວັນ​ທີ 9 ​ເດືອນຕຸລາ​ນີ້ ຢູ່​ໃກ້ໆ​ກັບ​ເກາະ Lamu ຂອງ​ເຄັນ​ຢາ​ໃນ​ມະຫາ​ສະມຸດ​ອິນ​ເດຍ. ກະຊວງ​ການ​ຕ່າງປະ​ເທດບໍ່​ໄດ້ຊີ້​ແຈງ​ວ່າ ​ເປັນ​ຫຍັງ​ຈຶ່ງ​ເປີດ​ເຜີຍ​ຂ່າວ​ນີ້​ໃຫ້​ຊາບ​ ຊ້າ​ກວ່າ 1 ສັບປະດາ​ ຫລັງ​ຈາກ​ເກີດ​ເຫດ​ແລ້ວ.

ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້​ ອ້າງ​ຄໍາ​ເວົ້າ​ຂອງ​ຄົນ​ເກົາຫລີ​ໃຕ້​ຄົນ​ນຶ່ງ​ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ເຄັນ​ຢາ​ວ່າ ​ເຮືອ​ປະມົງ​ລໍາ​ນີ້​ຖືກ​ນໍາ​ໄປ​ຍັງທີ່​ໝັ້ນ​ແຫ່ງ​ນຶ່ງຂອງ​ພວກ​ໂຈນ​ທະ​ເລ​ ​ໃນ​ພາກ​ເໜືອ​ຂອງ​ໂຊ​ມາ​ເລຍ.

ຍັງ​ບໍ່​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ​ໄດ້ມີ​ການ​ເລີ້ມ​ທໍາການ​ເຈລະຈາ​ກັບ​ພວກ​ໂຈນທະ​ເລ​ ຫລື​ຍັງ ຫລື​ວ່າ​ພວກເຂົາໄດ້​ຮຽກຮ້ອງ​ເອົາ​ຄ່າ​ໄຖ່​ ຫລືບໍ່?

XS
SM
MD
LG