ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ພວກ​ໂຈນ​ສະ​ລັດ ປ່ອຍ​ ເຮືອ​ບັນທຸກ​ນ້ຳ​ມັນ ຂອງຫວຽດນາມ​ແລ້ວ


ກ່ຳປັ່ນ Sunrise 689 ຂອງບໍລິສັດ​ສ້າງ​ກຳ​ປັ່ນຫາ​ປາ Hai Phong
ກ່ຳປັ່ນ Sunrise 689 ຂອງບໍລິສັດ​ສ້າງ​ກຳ​ປັ່ນຫາ​ປາ Hai Phong

ພວກ​ໂຈນ​ສະ​ລັດ​ທີ່​ຍຶດ​ເອົາ​ເຮືອ​ບັນທຸກ​ນ້ຳ​ມັນ​ຂອງຫວຽດນາມ
​ໃນ​ອາທິດ​ແລ້ວ​ນີ້ ​ນອກ​ຝັ່ງ​ທະ​ເລ​ຂອງ​ສິງກະ​ໂປນັ້ນ ​ໄດ້ປ່ອຍ​ເຮືອ
​ລຳ​ນັ້ນ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ລັກ​ເອົາ​ນ້ຳມັນໄປ​ຢ່າງ​ຫລວງຫລາຍ.

​ກຳ​ປັ່ນ​ Sunrise-689 ​ໄດ້​ຫາຍ​ໄປ​ຈາກ​ຈໍ​ເຣດາ ບໍ່​ດົນ​ຫຼັງ​ຈາກ​ທີ່​
ໄດ້​ອອກ​ຈາກ​ສິງກະ​ໂປ​ໄປ ​ໃນ​ວັນພະຫັດ​ແລ້ວ​ນີ້ ​ແລະ​ຫຼັງ​ຈາກ
ຕໍ່​ມາ​ນັ້ນ ກໍ​ໄດ້​ມີ​ຫຼາຍໆ​ປະ​ເທດ​ຊ່ວຍ​ກັນອອກ​ຄົ້ນ​ຫາ.

ບໍລິສັດ​ສ້າງ​ກຳ​ປັ່ນຫາ​ປາ Hai Phong ທີ່ເປັນເຈົ້າ​ຂອງ​ເຮືອ
ກ່າວ​ວ່າ ມີ​ໂຈນ​ສະ​ລັດ​ສິບ​ຄົນທີ່​ຖື​ອາວຸດ​ປືນ ເຂົ້າ​ປຸ້ນກຳ​ປັ່ນ​ລຳ​ດັ່ງກ່າວ ​ແລະ​ລັກ​ເອົາ​ສ່ວນ​ນຶ່ງ​ຂອງ​ນ້ຳ​ມັນ 5 ພັນ ​ໂຕນ ​ໄປ.

ຈໍານວນ​ທີ່​ແທ້​ຈິງ​ຂອງ​ນ້ຳມັນ​ທີ່​ຖືກ​ພວກ​ໂຈນ​ສະ​ລັດລັກ​ເອົາ​ໄດ້​ນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ໂຈນ​ສະ​ລັດ​ໄດ້​ເຂົ້າຂະໜາ​ບຂ້າງ​ເຮືອ ດ້ວຍ​ເຮືອ​ໄວ​ສອງ​ລຳ.

ບໍລິສັດກ່າວ​ວ່າ ກຳ​ປັ່ນໄ​ດ້ຖືກ​ປ່ອຍໃນ​ວັນ​ພະຫັດ​ມື້​ນີ້ ​ແລະ​ເວລາ​ນີ້​ ​ກຳລັງ​ຖືກ​ພາ​ເຂົ້າ​ຝັ່ງ​ພາຍ​ໃຕ້​ການ​ຄຸ້ມ​ກັນ​ ຂອງ​ໜ່ວຍ​ທະຫານ​ຍາ​ມຝັ່ງ​ຫວຽດນາມ​. ບໍລິສັດຍັງກ່າວອີກ​ວ່າ ລູກເຮືອ 2 ຄົນ ​ໃນ​ຈຳນວນ 18 ຄົນ ​ໄດ້​ຮັບ​ບາດ​ເຈັບ.

​ເບິ່ງ​ຄື​ວ່າ ພວກ​ໂຈນ​ສະ​ລັດສາມາດຫລົບ​ຫຼີກຈາກ​ການ​ຕິດຕາມ​ໄດ້ ຫຼັງ​ຈາກ​ທີ່​ໄດ້​ທຳລາຍ​ລະບົບ​ສື່ສານ​ ແລະ​ລະບົບ​ນຳ​ທາງ ຂອງ​ກຳ​ປັ່ນ​.

ການ​ໂຈມ​ຕີ​ຂອງ​ພວກ​ໂຈນ​ສະ​ລັດ ​ໄດ້​ເພີ້​ມຂຶ້ນໃນເມື່ອ​ໄວໆ​ມາ​ນີ້ ​ ​ໃນ​ເຂດເອ​ເຊຍຕາ​ເວັນ​ອອກສຽງໃຕ້ ບ່ອນ​ທີ່​ຫ້ອງ​ການ​ເດີນ​ເຮືອ​ທາງ​ທະ​ເລນາໆ​ຊາດ ກ່າວ​ວ່າ ມີກຳ​ປັ່ນ ຢ່າງ​ນ້ອຍ 12 ລຳ​ແລ້ວ ຖືກຈີ້​ໄປ ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ເປັນ​ຕົ້ນ​ມາ.

XS
SM
MD
LG