ພວກໂຈນທະເລໄດ້ໂຈມຕີກຳປັ່ນ 4 ລຳທີ່ອ່າວນະຄອນຫຼວງກາບົງ ເຮັດໃຫ້ກັບຕັນຊາວກາບົງຄົນນຶ່ງເສຍຊີວິດ ແລະລັກພາໂຕລູກເຮືອ ທີ່ເປັນຄົນຈີນ 4 ຄົນ
ໄປ.
ກຳລັງຮັກສາຄວາມສະຫງົບຂອງກາບົງ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກຕຳຫຼວດສາກົນແລະກຳລັງອື່ນໆຢູ່ໃນຂົງເຂດ ພວມຊອກຫາໂຕປະກັນ ແລະພວກໂຈນທີ່ຈັບເຂົາເຈົ້າໄປ.
ກຳປັ່ນລຳນຶ່ງແມ່ນເປັນຂອງບໍລິສັດຊາຕຣາມ (Satram) ຊຶ່ງເປັນບໍລິສັດຂົນສົ່ງທາງທະເລ ທີ່ມີສຳນັກງານຕັ້ງຢູ່ປະເທດກາບົງ. ອົງການຂ່າວເອພີລາຍງານວ່າກັບຕັນຄົນນີ້ ເຮັດວຽກໃຫ້ແກ່ບໍລິສັດຊາຕຣາມ.
ອົງການຂ່າວ AFP ຂອງຝຣັ່ງກ່າວວ່າ ກຳປັ່ນອີກ 2 ລຳເປັນຂອງບໍລິສັດຊີກາເປເຊ (Sigapeche) ຊຶ່ງເປັນບໍລິສັດຈີນກັບກາບົງ ທີ່ໄດ້ຈ້າງພວກລູກເຮືອ
ທີ່ຖືກລັກພາໂຕໄປ.
ກຳປັ່ນທັງ 4 ແມ່ນປັກທຸງຊາດປານາມາ ອີງຕາມລາຍງານຂອງອົງການຂ່າວ AFP.
ການໂຈມຕີທີ່ອ່າວລີເບຣິວິລແມ່ນບໍ່ຄ່ອຍເກີດຂຶ້ນປານໃດ ແຕ່ມັກຈະເກີດຂຶ້ນໃນເຂດນ່ານນ້ຳອ້ອມແອ້ມບໍລິເວນອ່າວກີເນຍ.
ອົງການຄຸ້ມຄອງການເດີນເຮືອທາງທະເລ ກ່າວວ່າ 82 ເປີເຊັນ ຂອງການລັກພາໂຕທາງທະເລໃນໂລກ ແມ່ນເກີດຂຶ້ນໃນບໍລິເວນອ່າວກີເນຍ.