ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຈນທະເລ ໂຈມຕີ ກຳປັ່ນ ລຳລຽງນ້ຳມັນ ຍີ່ປຸ່ນ ນອກຝັ່ງ ມາເລເຊຍ


ກຳປັ່ນລຳລຽງນ້ຳມັນ ຂອງຍີ່ປຸ່ນ
ກຳປັ່ນລຳລຽງນ້ຳມັນ ຂອງຍີ່ປຸ່ນ
ໂຈນທະເລ ໄດ້ລັກພາຕົວ ສະມາຊິກຈຸເຮືອ 3 ຄົນ ແລະຍຶດ
ເອົານ້ຳມັນກາຊວນຫລາຍລ້ານລິດ ໃນການໂຈມຕີກຳປັ່ນ
ບັນທຸກນ້ຳມັນຂອງຍີ່ປຸ່ນ ຢູ່ນອກແຄມຝັ່ງທະເລກ້ຳຕາເວັນ
ຕົກຂອງມາເລເຊຍ.

ຕຳຫຼວດມາເລເຊຍ ກ່າວວ່າ ພວກໂຈນທະເລ 6 ຄົນ ທີ່ຕິດ
ອາວຸດໄດ້ເຂົ້າໄປຫາກຳປັ່ນບັນທຸກນ້ຳມັນທີ່ວ່ານີ້ດ້ວຍເຮືອ
ໄວ ແລ້ວກໍປີນຂຶ້ນໄປຈັບກຸມພວກຈຸເຮືອສ່ວນໃຫຍ່ໄວ້ ໃນ ຕອນເຊົ້າວັນອັງຄານວານນີ້.​

ພວກໂຈນທະເລ ສາມາດຂົນຍ້າຍນ້ຳມັນ ປະມານນຶ່ງລ້ານ
ລິດ ໃສ່ເຮືອສອງລຳທີ່ຢູ່ໃກ້ໆນັ້ນ ກ່ອນທີ່ຈະຫລົບໜີໄປ ພ້ອມດ້ວຍຈັບຕົວປະກັນ ຊາວ ອິນໂດເນເຊຍ 3 ຄົນ ໄປນຳ.

ກຳປັ່ນບັນທຸກນ້ຳມັນຂອງຍີ່ປຸ່ນລຳນີ້ແມ່ນໄດ້ເດີນທາງອອກຈາກສິງກະໂປ ມຸ້ງໜ້າໄປ
ຍັງມຽນ ມາ ໄດ້ຖືກໂຈມຕີ ໃນບໍລິເວນຊ່ອງແຄບ Malacca ຊຶ່ງເປັນບ່ອນທີ່ການລຳ
ລຽງນ້ຳມັນສ່ວນ ໃຫຍ່ຂອງໂລກ ຜ່ານໄປນັ້ນ.

ການໂຈມຕີຂອງໂຈນທະເລ ໃນບໍລິເວນຊ່ອງແຄບດັ່ງກ່າວ ໄດ້ຫຼຸດລົງໃນຫຼາຍໆປີທີ່
ຜ່ານມາ ທັງນີ້ກໍເປັນຍ້ອນມີການລາດຕະເວນເພີ້ມຂຶ້ນແລະການເອົາມາດຕະການທີ່
ເຂັ້ມງວດ ໃນດ້ານ ຄວາມປອດໄພ. ແຕ່ວ່າການປຸ້ນສະດົມດັ່ງກ່າວນີ້ ແມ່ນມີເພີ່ມຂຶ້ນ ໃນປີກາຍນີ້.

ພວກເຈົ້າໜ້າທີ່ບໍ່ໄດ້ກ່າວວ່າ ແມ່ນຜູ້ໃດທີ່ພວກເຂົາເຈົ້າເຊື່ອວ່າ ເປັນຜູ້ຮັບຜິດຊອບ
ໃນການໂຈມຕີ ເມື່ອວັນອັງຄານວານນີ້.
XS
SM
MD
LG