ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກໂຈນທະເລ ໂຈມຕີກຳປັ່ນບັນທຸກນໍ້າມັນ ຂອງອັງກິດ ຢູ່ນອກຝັ່ງເຢເມນ


ແຜນທີ ປະເທດເຢເມນ.
ແຜນທີ ປະເທດເຢເມນ.

ພວກໂຈນທະເລໄດ້ໂຈມຕີກຳປັ່ນບັນທຸກນໍ້າມັນອັງກິດຢູ່ນອກຝັ່ງທະເລເຢເມນ ໃນວັນ
ອາທິດວານນີ້ ໂດຍໄດ້ສ້າງຄວາມເສຍຫາຍພຽງເລັກນ້ອຍ ແຕ່ບໍ່ມີຜູ້ໃດ ໄດ້້ຮັບບາດເຈັບ.

ບັນດາຜູ້ບໍລິຫານງານກຳປັ່ນ Stolt Apel ກ່າວວ່າ ມືປືນຫົກຄົນແບ່ງອອກເປັນ ສອງກຸ່ມ
ຢູ່ໃນເຮືອໄວໄດ້ແລ່ນເຂົ້າມາສູ່ກຳປັ່ນປະມານ 140 ກິໂລແມັດ ຢູ່ນອກ ຝັ່ງທະເລເຢເມນ
ໃນອ່າວເອເດັນ.

ພວກຍາມທີ່ຕິດອາວຸດຢູ່ເທິງກຳປັ່ນໄດ້ຍິງຕອບໂຕ້ຄືນ ເຮັດໃຫ້ເຮືອໄວລຳນຶ່ງໄດ້ຮັບຄວາມເສຍຫາຍ.

ໂຄສົກຂອງກຳປັ່ນບັນທຸກນໍ້າມັນ Stolt Apel ກ່າວວ່າ ກຳປັ່ນເຂົາເຈົ້າໄດ້ຮັບ ຄວາມເສຍ
ຫາຍເລັກນ້ອຍ ແລະບໍ່ມີໃຜຢູ່ເທິງກຳປັ່ນໄດ້ຮັບບາດເຈັບ. ບໍ່ມີລາຍ ງານການຮົ່ວໄຫຼໃດໆ
ຂອງນ້ຳມັນອອກຈາກກຳປັ່ນບັນທຸກນ້ຳມັນດັ່ງກ່າວ.

ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າພວກໂຈນທະເລໄດ້ຮັບບາດເຈັບ ຫຼືວ່າພວກເຂົາມາ ຈາກ
ໃສ.

ບັນດາຜູ້ຊ່ຽວຊານດ້ານຄວາມປອດໄພທາງທະເລກ່າວວ່າ ນີ້ເປັນເຫດການເທື່ອ ທີ່ເກົ້າ
ກ່ຽວກັບການປຸ້ນຂອງພວກໂຈນທະເລ ໃນອ່າວເອເດັນປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG