ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຈນທະເລສັງຫານ ຊາວອະເມຣິກັນ 4 ຄົນ


ຮູບພາບເຮືອ yacht SV Quest ທີ່ຖືກຖືກໂຈນທະເລຈີ້ ຢູ່ນອກຝັ່ງ
ທະເລໂຊມາເລຍ ວັນທີ 22 ກຸມພາ 2011
ຮູບພາບເຮືອ yacht SV Quest ທີ່ຖືກຖືກໂຈນທະເລຈີ້ ຢູ່ນອກຝັ່ງ ທະເລໂຊມາເລຍ ວັນທີ 22 ກຸມພາ 2011















ກອງທັບ​ສະຫະລັດ​ກ່າວ​ວ່າ ພວກ​ໂຈນ​ທະ​ເລ​ໄດ້​ຍິງ​ຄົນ​ອະ​ເມຣິກັນ ຕາຍ 4 ຄົນ ​ທີ່​ເດີນທາງໄປກັບ​ເຮືອ yacht ລໍາ​ນຶ່ງ​ທີ່ຖືກຈີ້ຢູ່​ນອກ ​ຝັ່ງທະ​ເລ​ຂອງ​ໂຊ​ມາ​ເລຍ.

ພົນ​ໂທ Mark Fox ​ແຫ່ງ​ກອງທັບ​ເຮືອ​ສະຫະລັດ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ກອງ​ທັບ​ເຮືອ​ສະຫະລັດ​ກໍາລັງ​ພະຍາຍາມ​ເຈລະຈາ​ເພື່ອໃຫ້ມີ ການປ່ອຍ​ໂຕ ພວກ​ທີ່​ຖືກ​ຈັບ​ເປັນ​ໂຕ​ປະກັນ ​ໃນ​ວັນ​ອັງຄານ​ມວານ​ນີ້ ຊຶ່ງ​ເວລາ​ນັ້ນ ບໍ່​ມີ​ການ​ເຕືອນ​ໃດໆ​ລ່ວງ​ໜ້າ ພວກ​ໂຈນ​ທະ​ເລ​ກໍໄດ້​ຍິງຈະຫຼວດ RPG ​ໃສ່​ເຮືອ​ລົບ USS Sterett ຂອງສະຫະລັດ.

ພົນ​ໂທ Fox ກ່າວ​ວ່າ ຈະຫຼວດ​ດັ່ງກ່າວ​ໄດ້​ພາດ​ເປົ້າ​ໝາຍ ​ແຕ່ໃນເວ ລາຕໍ່ມາພວກ​ທະຫານ​ເຮືອ​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ໃນ​ເຮືອ yacht SV Quest. ພົນ​ໂທ Fox ກ່າວ​ຕໍ່​ໄປ​ວ່າ ຫລັງ​ຈາກ​ນັ້ນກໍ​ເຫັນພວກ​ໂຈນ​ທະ​ເລ​ຫລາຍ​ຄົນຢູ່​ເທິງ​ດາດ​ຟ້າ​ເຮືອ​ແລະ​ຍົກ​ມື​ຂຶ້ນ​ ​ແລະ​ພວກ​ກໍາລັງພິ​ເສດ​ຂອງ​ສະຫະລັດ​ກໍເຂົ້າໄປໃນ​ເຮືອ yacht ທີ່​ຖືກ​ຈີ້​ລຳ​ນັ້ນ.

ກຳລັງ​ພິ​ເສດ​ໄດ້​ພົບ​ເຫັນ​ພວກ​ໂຕ​ປະກັນທັງ 4 ຄົນ​ຖືກພວກ​ໂຈນ​ທະ​ເລ​ຍິງ. ​ເຖິງ​ແມ່ນ​ໄດ້​ຮັບ​ການຮັກສາປິ່ນປົວ ພະຍາບານກໍ​ຕາມຊາວ​ອະ​ເມຣິກັນ​ທັງ 4 ຄົນ​ນັ້ນ​ ໄດ້​ເສຍ​ຊີວິດ​ໄປ​ຍ້ອນ ທົນຕໍ່ພິດ​ບາດ​ແຜ​ບໍ່ໄດ້​.

ພົນ​ໂທ Fox ກ່າວ​ວ່າ ກຳລັງ​ພິ​ເສດ​ໄດ້​ຍິງ​ພວກ​ໂຈນທະ​ເລ 2 ຄົນ ​ຕາຍ​ ໃນ​ຂະນະ​ທີ່ກຳລັງ​ພິ​ເສດ​ພະຍາຍາມ​ເຂົ້າ​ຄວບ​ຄຸມ​ເຮືອ Yacht ​ແລະ​ຈັບ​ໂຕ​ຄົນ​ຮ້າຍ​ໄດ້ 15 ຄົນ ແລະໄດ້ພົບ​ເຫັນພວກ​ໂຈນ​ທະ​ເລອີກ 2 ຄົນຕາຍ​ຢູ່​ໃນ​ເຮືອ​ນັ້ນ.

ພວກ​ໂຈນ​ທະ​ເລ​ຈີ້​ເຮືອ yacht ລໍາ​ນີ້​ໃນ​ວັນ​ສຸກ​ແລ້ວ​ ​ແລະ​ໄດ້​ແລ່ນ​ມຸ້ງ​ໜ້າ​ໄປ​ຍັງ​ຝັ່ງ​ທະ​ເລ​ຂອງ​ໂຊ​ມາ​ເລຍ ໂດຍມີ​ເຮືອ​ລົບ​ຂອງ​ກອງທັບ​ເຮືອ​ສະຫະລັດ 4 ລໍາ​ແລະ​ກໍາ​ປັ່ນ​ບັນທຸກ​ເຮືອບິນ​ລົບ​ຂອງ​ສະຫະລັດ​ອີກລໍາ ນຶ່ງແລ່ນຕິດຕາມ​ແລະ​ສັງ​ເກດ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ເຮືອ yacht ທີ່ຖືກ​ຈີ້ນັ້ນ.

XS
SM
MD
LG