ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແປັບນ້ຳ ໄດ້ສ້າງຄວາມຢ້ານກົວ ແລະ ຄວາມບໍ່ແນ່ນອນ ເຂົ້າໃນ ການໂຄສະນາ ຫາສຽງ ກາງສະໄໝ


ເຈົ້າໜ້າທີ່ຕຳຫຼວດ ຂອງໜ່ວຍເກັບກູ້ລະເບີດ ກົມຕຳຫຼວດ ເມືອງ ໂບຣວາຣດ໌ ກຳລັງຍ່າງ ໄປຕຶກແຫ່ງນຶ່ງ ບ່ອນທີ່ ສຳນັກງານ ຂອງສະມາຊິກສະພາ ສະຫະລັດ ທ່ານນາງ ເດບບີ ວາສເສີມານ ສໂຊລຕ ຕັ້ງຢູ່ໃນເມືອງ ຊັນຣາຍສ໌ ລັດຟລໍຣີດາ, ວັນທີ 24 ຕຸລາ 2018.
ເຈົ້າໜ້າທີ່ຕຳຫຼວດ ຂອງໜ່ວຍເກັບກູ້ລະເບີດ ກົມຕຳຫຼວດ ເມືອງ ໂບຣວາຣດ໌ ກຳລັງຍ່າງ ໄປຕຶກແຫ່ງນຶ່ງ ບ່ອນທີ່ ສຳນັກງານ ຂອງສະມາຊິກສະພາ ສະຫະລັດ ທ່ານນາງ ເດບບີ ວາສເສີມານ ສໂຊລຕ ຕັ້ງຢູ່ໃນເມືອງ ຊັນຣາຍສ໌ ລັດຟລໍຣີດາ, ວັນທີ 24 ຕຸລາ 2018.

ເຫຼືອອີກພຽງສອງສັບປະດາ ກ່ອນໜ້າການເລືຶອກຕັ້ງກາງສະໄໝຂອງ ສະຫະລັດ ແລ້ວ
ກໍມີຮູບການໃໝ່ຂອງຄວາມຢ້ານກົວ ແລະ ຄວາມບໍ່ແນ່ນອນ ໄດ້ຖືກບົ່ມຊ້ອນເຂົ້າໃນ
ການໂຄສະນາຫາສຽງ ທ່າມກາງເລື່ອງຂອງພວກລະເບີດແປັບນ້ຳ ທີ່ໜ້າສົງໄສ ຊຶ່ງໄດ້
ຖືກສົ່ງໄປໃຫ້ ສະມາຊິກພັກເດໂມແຄຣັດ ຜູ້ ສຳຄັນຫຼາຍທ່ານ. ອັນນັ້ນ ຈຶ່ງໄດ້ຫັນຄວາມ
ສົນໃຈຄືນມາອີກເທື່ອນຶ່ງ ໃນເລື່ອງ ການ​ໂຈມ​ຕີ ທີ່ເຜັດຮ້ອນທາງດ້ານການເມືອງ ຊຶ່ງ
ໄດ້​ກໍ່​ໃຫ້​ເກີດບັນຍາກາດ ຂອ ຄວາມແຕກແຍກ ໃນປັດຈຸບັນ ມາເປັນເວລາຍາວນານ
ໂດຍທີ່ທັງສອງພັກການ ເມືອງຮຽກຮ້ອງ ໃຫ້ຫລຸດຜ່ອນການ​ແຕກ​ແຍກ​ດັ່ງ​ກ່າວລົງ.
ຈິມ ມາໂລນ ນັກ ຂ່າວວີໂອເອແຫ່ງຊາດ ມີລາຍງານຕື່ມ ຈາກນະຄອນຫຼວງວໍຊິງຕັນ
ດັ່ງທີ່ ໄຊຈະເລີນສຸດ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ທີ່ການໂຄສະນາຫາສຽງ ໃນລັດວິສຄອນຊິນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຮຽກ
ຮ້ອງໃຫ້ຜູ້ຊົມທັງຫຼາຍ ຈົ່ງສະຫງົບສະຕິອາລົມ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາຢາກໃຫ້ທຸກພັກຝ່າຍ ຫັນໜ້າເຂົ້າ
ຫາກັນ ຢ່າງສັນຕິ ແລະ ສາມັກຄີກັນ. ພວກເຮົາສາມາດເຮັດໄດ້. ພວກເຮົາສາມາດ
ເຮັດໄດ້. ພວກເຮົາສາມາດເຮັດໄດ້. ມັນກໍຈະເກີດຂຶ້ນ.”


ແຕ່ ທ່ານ ທຣຳ ໄດ້ໂຈມຕີ ອົງການຂ່າວ ຢູ່ໃນທວີດເຕີ ແມ່ນກະທັງທີ່ ທ່ານໄດ້ຂໍຮ້ອງ
ໃຫ້ໃຊ້ການເວົ້າຈາຊັກຊວນຄົນ ທາງດ້ານການເມືອງທີ່ຮ້ອນແຮງ ຂອງທັງສອງຝ່າຍນັ້ນ
ພໍປານກາງ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກທີ່ມີສ່ວນພົວພັນ ໃນເວທີການ ເມືອງນັ້ນ
ຕ້ອງຍຸຕິການປະພຶດ ຕໍ່ຝ່າຍຄ້ານທາງດ້ານການເມືອງ ເປັນຄືກັບວ່າ ພວກເຂົາບໍ່ມີ
ຄຸນນະທຳເລີຍ. ພວກເຮົາກໍຕ້ອງເຮັດເຊັ່ນນັ້ນ.”


ບັນດາສະມາຊິກພັກເດໂມແຄຣັດ ໄດ້ຟ້າວຍົກເອົາຄຳເວົ້າອັນນັ້ນ ຂຶ້ນມາຕອບໂຕ້ຄືນວ່າ
ທ່ານ ທຣຳ ເອງ ໄດ້ເປັນຜູ້ຍຸແຍ່ສຳຄັນ ທີ່ສ້າງຄວາມເຄັ່ງຕຶງ ທາງດ້ານການເມືອງ ດ້ວຍ
ການໂຈມຕີເຂົ້າຂ້າງພັກພວກຂອງທ່ານນັ້ນ.

Trump Calls for Unity, Blames Media Amid Bomb Threats
please wait

No media source currently available

0:00 0:02:21 0:00

ຜູ້ປົກຄອງ ນະຄອນ ນິວຢອກ ທ່ານ ບີລ ເດີ ບລາສຊີໂອ ກ່າວວ່າ “ອັນນີ້ ເປັນເວລາທີ່
ເຈັບປວດທີ່ສຸດ ໃນປະເທດຂອງພວກເຮົາ. ມັນເປັນເວລາ ທີ່ປະຊາຊົນ ກຳລັງຮູ້ສຶກ
ວ່າ ​ມີ​ຄວາມຄຽດແຄ້ນຫຼາຍ ຢູ່ໃນບັນຍາກາດ ແລະເຫດການຕ່າງໆເຊັ່ນນີ້ ໄດ້ທະວີ
ຄວາມເຈັບປວດອັນນັ້ນ ແລະທະວີ ຄວາມຢ້ານກົວດ້ວຍ.”


ທ່ານ ທຣຳ ໄດ້ຈັບຜິດບັນດາສະມາຊິກພັກເດໂມແຄຣັດ ຢ່າງເອົາຈິງເອົາຈັງ ໃນການ
ໂຄສະນາຫາສຽງກາງສະໄໝ ລວມທັງການໂຮມຊຸມນຸມ ຢູ່ໃນລັດມອນຕານາ ເມື່ອ
ບໍ່ດົນມານີ້.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພັກເດໂມແຄຣັດ ໄດ້ກາຍເປັນພັກ ທີ່ມີຫົວ
ນິຍົມຊ້າຍຈັດໂພດ ທີ່ຈະເຊື່ອຖືໄດ້ ດ້ວຍອຳນາດ. ນະໂຍບາຍທີ່ຮຸນແຮງ ຂອງພວກ
ເຂົາເຈົ້າ ແມ່ນເປັນອັນຕະລາຍ ຕໍ່ຄອບຄົວຂອງພວກເຈົ້າ ແລະຕໍ່ປະເທດຂອງພວກ
ເຈົ້າ.”

ກ່ອນ​ໜ້າ​ ທີ່​ຈະ​ເກີດເລື່ອງ ​ການ​ສົ່ງລະເບີດທາງໄປສະນີ ຊຶ່ງແນໃສ່ບັນດາສະມາຊິກ
ພັກເດໂມແຄຣັດ ນັ້ນ ທ່ານ ທຣຳ ໄດ້ເພັ່ງເລັງໃສ່ເລື່ອງຄວາມເປັນຫ່ວງ ກ່ຽວກັບພວກ
ອົບພະຍົບ ທີ່ພົວພັນກັບຂະບວນພວກຄົນຍົກຍ້າຍຖິ່ນຖານ ຊາວອາເມຣິກາກາງ ທີ່
ກຳລັງເດີນ​ທາງຜ່ານປະເທດເມັກຊິໂກ.

ສ່ວນພັກເດໂມແຄຣັດ ກໍຕອບໂຕ້ຄືນ ດ້ວຍຄວາມພະຍາຍາມ ຮຽກຮ້ອງໃຫ້ ອອກໄປ
ໃຊ້ສິດອອກສຽງ ໃນວັນສຸດທ້າຍຂອງການໂຄສະນາຫາສຽງໂດຍໄດ້ ຮັບການຊ່ອຍເຫຼືອ
ຈາກອະດີດປະທານາທິບໍດີ ບາຣັກ ໂອບາມາ.

ອະດີດປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ “ຄ່າເດີມພັນແມ່ນສູງ. ຜົນ ຂອງການ
ທີ່ຜູ້ໃດກໍຕາມ ບໍ່ໄດ້ອອກໄປ ແລະ ບໍ່ເຮັດທຸກສິ່ງທຸກຢ່າງ ທີ່ເຈົ້າສາມາດເຮັດໄດ້ ເພື່ອ
ນຳເອົາພວກເພື່ອນມິດ ພວກເພື່ອນບ້ານ ແລະ ຄອບຄົວຂອງເຈົ້າ ໃຫ້ອອກໄປ, ຜົນ
ຂອງການທີ່ເຈົ້າຢູ່ແຕ່ໃນບ້ານ ຈະເປັນອັນຕະລາຍ ຢ່າງເລິກເຊິ່ງ ຕໍ່ປະເທດນີ້ ຕໍ່ປະຊາ
ທິປະໄຕຂອງພວກເຮົາ.”

ທັງສອງພັກການເມືອງ ບັດນີ້ ແມ່ນໄດ້ເພັ່ງເລັງໃສ່ ເລື່ອງການປຸກລະດົມພວກມີສິດອອກ
ສຽງຂອງເຂົາເຈົ້າ ໃນວັນສຸດທ້າຍ ຂອງການໂຄສາຫາສຽງກາງສະໄໝ ອີງຕາມການ
ກ່າວຂອງນັກວິເຄາະ ທ່ານ ເດວິດ ບາກເກີ.

ທ່ານ ເດວິດ ບາກເກີຣ ຈາກມະຫາວິທະຍາໄລ ອາເມຣິກັນ ກ່າວວ່າ “ສິ່ງທີ່ທັງສອງຝ່າຍ
ຕ້ອງການ ກໍແມ່ນວ່າ ໃຫ້ພວກຄົນຂອງເຂົາເຈົ້າອອກໄປໃຊ້ສິດໃນວັນ ເລືອກຕັ້ງ. ແລະ
ຕາມປະເພນີແລ້ວ ອັນນັ້ນ ແມ່ນມີຄວາມສຳຄັນຍິ່ງ ສຳລັບພັກເດໂມແຄຣັດ ເພາະວ່າ
ພັກຣີພັບບລີກັນ ແມ່ນພຽງແຕ່ມີທ່າອຽງຈະເຮັດເຊັ່ນນັ້ນ ຫຼາຍກວ່າ ບໍ່ວ່າແມ່ນຫຍັງ
ກໍຕາມ.”

ພັກເດໂມແຄຣັດ ຍັງຄົງມີຄວາມໝັ້ນໃຈ ຂອງການທີ່ຈະໄດ້ບ່ອນນັ່ງຕື່ມ ໃນວັນ ທີ 6
ເດືອນພະຈິກອີງຕາມການກ່າວຂອງນັກຍຸດທະສາດຂອງພັກເດໂມແຄຣັດ ທ່ານ ຈິມ
ແຄສສເລີ.

ທ່ານ ຈິມ ແຄສສເລີ ກ່າວວ່າ “ມີຄື້ນຟອງສີຟ້າກຳລັງຈະມາ. ຄຳຖາມກໍ ແມ່ນວ່າ ມັນ
ໃຫຍ່ສ່ຳໃດ? ຂ້າພະເຈົ້າເຊື່ອວ່າ ພັກເດໂມແຄຣັດຈະເຂົ້າ​ຄວບ​ຄຸມ ສະພາຕ່ຳຄືນ.
ຂ້າພະເຈົ້າ ບໍ່ຄຶດວ່າ ພວກເຂົາເຈົ້າຈະເຂົ້າ​ຄວບ​ຄຸມສະພາສູງຄືນ ໄດ້ ໃນຊ່ວງເວລາ
ນີ້.”

​ມັນຍັງຄົງຕ້ອງຖ້າເບິ່ງວ່າ ການເພັ່ງເລັງໃສເລື່ອງຄວາມໝັ້ນຄົງ ແລະ ຄົນເຂົ້າເມືອງ
ຄັ້ງທີຫລັງ ຈະສົ່ງຜົນກະທົບແນວໃດ ໃນວັນສຸດທ້າຍຂອງການໂຄສະນາຫາສຽງ.....
ອັນເປັນເດືອນຕຸລາແບບຄລາສສິກທີ່ບໍ່ໜ້າເຊື່ອກໍເປັນໄດ້ ທີ່ອາດ ຈະກຳນົດວ່າ ພັກໃດ
ຈະຄວບຄຸມ ລັດຖະສະພາ ສຳລັບ ສອງປີຂ້າງໜ້າ.

Bomb Scares Inject Fear and Uncertainty into Midterm Campaign
please wait

No media source currently available

0:00 0:03:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG