ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ຕ້ອງ​ສົງ​ໄສ​​ ສົ່ງ​ລະ​ເບີດ​ຖໍ່​ນ້ຳ ທາງໄປສະນີ ຖືກ​ກ່າວ​ຟ້ອງ 30 ກະ​ທົງ ໃນ​ສານ ນະ​ຄອນ​ນິວຢອກ


 ​ທ້າວ​ຊາ​​ຢັອກ ອາ​ຍຸ 56 ປີ ນຸ່ງ​ເສື້ອ​ສີ​ດຳ ຜູ້​ທີ່​ຖືກ​ຈັບ ລະ​ຫວ່າງ​ການ ສືບ​ສວນ ເຂົ້າ​ສູ່​ການ​ສົ່ງ​ວັດ​ທຸ​ລະ​ເບີດ​.
​ທ້າວ​ຊາ​​ຢັອກ ອາ​ຍຸ 56 ປີ ນຸ່ງ​ເສື້ອ​ສີ​ດຳ ຜູ້​ທີ່​ຖືກ​ຈັບ ລະ​ຫວ່າງ​ການ ສືບ​ສວນ ເຂົ້າ​ສູ່​ການ​ສົ່ງ​ວັດ​ທຸ​ລະ​ເບີດ​.

ຜູ້​ຊາຍ​ອາ​ເມ​ຣິ​ກັນ ຜູ້ທີ່ໄດ້​ຖືກ​ກ່າວ​ຫາວ່າ ​ສົ່ງ​ວັນຖຸລະ​ເບີດ ທາງໄປສະນີ ໄປ​ໃຫ້ພວກ
ຕິ​ຕຽນ ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ໄດ້​ຖືກກ່າວຟ້ອງ​ໃນຂໍ້ຫາຫຼາຍກະທົງ ທີ່​ອາດ​ເປັນ
​ຜົນໃຫ້ ຖືກ​ຕັດ​ສິນ​ລົງ​ໂທດຈຳຄຸກ​ຕະ​ຫຼອດ​ຊີ​ວິດ.

ການ​ກ່າວຟ້ອງໃນຂໍ້​ຫາ​30 ກະທົງ ຕໍ່ທ້າວ​ຊີ​ຊາ​ຣ ຊາຢັອກ ໄດ້ຖືກເປີດເຜີຍ ​ຢູ່​ທີ່ສານ
ລັດຖະບານກາງ ໃນ​ນະ​ຄອນ​ນິວຢອກ ເມື່ອວັນສຸກວານນີ້.

ຂໍ້​ກ່າວ​ຫາ​ຕໍ່ ​ທ້າວ​ຊາຢັອກ ອາ​ຍຸ 56 ປີ ຮວມມີ ຂໍ້ຫາ​ຫ້າກະທົງ ຂອງ​ກາ​ນ​ໃຊ້​ອາ​ວຸດ​ທຳ​ລາຍທີ່ມີອານຸພາບ​ ​ຂໍ້​ຫາ​ຫ້າກະທົງ ຂອງການຂົນ​ສົ່ງ​ຂ້າມ​ລັດ ແລະ ການໄດ້​ຮັບວັດຖຸ​
ລະ​ເບີດ ແລະ​ອີກ​ຂໍ້​ຫາ​ຫ້າກະທົງ ຂອງການຂົ່ມ​ຂູ່​ດ້ວຍການສື່ສານລະວ່າງ​ລັດ.

ລາວ​ຍັງ​ໄດ້​ຖືກ​ກ່າວຟ້ອງ​ອີກ​ຫ້າກະທົງ ໃນ​ຂໍ້​ຫາ ຫ້າກະທົງ ຂອງ​ການ​ສົ່ງວັດຖຸ​ລະ​ເບີດ
ທາງໄປສະນີ ​ທີ່​ຜິດ​ກົດ​ໝາຍ ການໃຊ້​ວັດຖຸລະ​ເບີດ ​ເພື່ອ​ກໍ່ອາຊະຍາກຳ ແລະການ​ໃຊ້
ອຸປະກອນ​ທໍ​າ​ລາຍ​ ໃນ​ການ​ກະ​ທຳ​ຜິດທີ່ຕໍ່ເນື່ອງ ​ຂອງອາຊະຍາກຳ ຄວາມ​ຮຸນ​ແຮງ​.

ທ້າວ​ຊາ​ຢັອກ ໄດ້​ໄປປາ​ກົດ​ໂຕ​ ​ເທື່ອ​ທຳ​ອິດ​ຢູ່​ໃນ​ສານ​ດັ່ງ​ກ່າວ ເມື່ອ​ຕົ້ນ​ອາ​ທິດ​ນີ້.

ທ້າວ​ຊາ​ຢັອກ​ໄດ້​ຖືກ​ຈັບກຸມ ​ໃນ​ວັນ​ທີ 26 ເດືອນ​ຕຸ​ລາ ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ ແລະ​ໄດ້​ຖືກ
ແຈ້ງຂໍ້ຫາ​ ​ຫ້າກະທົງ ອີງຕາມຄຳຟ້ອງຢູ່​ທີ່​ນັ້ນ. ລາວ​ໄດ້ອາໄສ​ຢູ່​ລົດ​ຕູ້​ຂອງ​ລາວ ທີ່ຕິດ
ໄປ​ດ້ວຍຂໍ້ຄວາມການ​ສະ​ໜັບ​ສະ​ໜູນ​ທ່ານ​ທ​ຣຳ ແລະ​ ຂໍ້ຄວາມຕໍ່ຕ້ານ ​ພັກ​ເດ​ໂມ​ແຄ
​ຣັດຕ່າງໆ.

ທ້າວ ຊາ​ຢັອກ ຍັງບໍ່ທັນໄດ້ຕອບຍອມຮັບໃດໆເທື່ອ ຕໍ່ຂໍ້ກ່າວ​ຫາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG