ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິ່ນປົວ ມະເຮັງ ແບບໃໝ່ ຂອງບໍລິສັດ Novartis ໄດ້ຮັບການສະໜັບສະໜູນ


ປ້າຍທີ່ບອກອາຄານ ບໍລິສັດ Novartis ທີ່ມະຫາວິທະຍາໄລ Cambridge ລັດ Massachusetts. (28 ກຸມພາ 2017)
ປ້າຍທີ່ບອກອາຄານ ບໍລິສັດ Novartis ທີ່ມະຫາວິທະຍາໄລ Cambridge ລັດ Massachusetts. (28 ກຸມພາ 2017)

ຄະນະກຳມະການຊີ້ນຳ ຫ້ອງການອາຫານ ແລະຢາສະຫະລັດ ໄດ້​ໃຫ້ການແນະນຳ
ຢ່າງເປັນ​ເອກ​ກະສັນແລະຢ່າງກະຕືລືລົ້ນກ່ຽວກັບການປິ່ນປົວແບບໃໝ່ສຳລັບໂຣກ
ມະເຮັງໃນເມັດເລືອດໄວເດັກ ເຊິ່ງເປັນຮູບແບບຂອງໂຣກມະເຮັງໄວເດັກທີ່ເກີດຂຶ້ນ ໂດຍທົ່ວໄປ.

ຂັ້ນຕອນທີ່ເອີ້ນວ່າ CTL019 ໄດ້ຖືກພັດທະນາຂຶ້ນມາ ໂດຍບັນດານັກຄົ້ນຄວ້າ ທີ່
ມະຫາວິທະຍາໄລລັດ ເພັນຊິລເວເນຍ ແລະໄດ້ອອກ​ໃບ​ອະ ນຸຍາດໃຫ້​ແກ່ບໍລິສັດ
ຢາ Novartis.

ບັນດາທ່ານໝໍຈະເອົາເມັດເລືອດຂາວ ຂອງຄົນປ່ວຍ ແລະ ປ່ຽນມັນ ດັ່ງນັ້ນພວກ ເຂົາເຈົ້າຈຶ່ງສາມາດຈຳແນກອອກແລະຂ້າ​ແຊລມະເຮັງ ໃນເວລາທີ່ພວກເຂົາເຈົ້າ
ສີດເລືອດເຂົ້າໃນຮ່າງກາຍຄືນ.

ການທົດລອງໄດ້ສະແດງໃຫ້ເຫັນໂຣກມະເຮັງ ໄດ້ຫາຍໄປ 89 ເປີເຊັນຂອງພວກ
ຄົນປ່ວຍໃນການທົດລອງນັ້ນ ລວມທັງເດັກຍິງອາຍຸ 12 ປີທີ່ປອດການ​ເປັນໂຣກ
ມະເຮັງ​ໃນ​ໄລຍະ 5 ປີທີ່ຜ່ານມາ.

ຄະນະກຳມະການຊີ້ນຳອາຫານແລະຢາ ໄດ້ລະບຸຂັ້ນຕອນ CTL019 ນີ້ວ່າ “ເປັນ
ຄວາມ​ກ້າວໜ້າ​ໃນການປິ່ນປົວ ທາງການແພດທີ່ຍິ່ງໃຫຍ່” ແລະໄດ້ແນະນຳການ ຮັກສາໂຣກດັ່ງກ່າວໃຫ້ໄດ້ຮັບການອະນຸມັດ ບຳ ບັດຮັກສາໂຣກຄັ້ງສຸດທ້າຍຈາກ
ອົງການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG