ພິງ ລັດວົງ ກໍເປັນພຽງເດັກນ້ອຍລາວທັມມະດາຜູ້ນຶ່ງ ທີ່ເຂົ້າມາຕັ້ງຖິ່ນຖານໃນສະຫະລັດ ແບບຊາວອົບພະຍົບລາວທົ່ວໄປ ແຕ່ວ່າ ພິງໄດ້ຕໍ່ສູ້ສ້າງເນື້ອສ້າງຕົວມາ ຈົນໄດ້ດິບໄດ້ດີ
ການໃຊ້ຊີວິດຂອງພິງ ຈຶ່ງແຕກຕ່າງອອກໄປຈາກຊາວລາວອົບພະຍົບທົ່ວໄປ ແລະວ່າ
ເລື້ອງລາວຂອງພິງ ຈະເປັນໄປຢ່າງໃດນັ້ນ ຂໍເຊີນທ່ານຮັບຟັງການສຳພາດຈາກວັນນະ
ສອນ ໃນລາຍການຊີວິດຊາວລາວໃນຕ່າງແດນ ໃນອັນດັບຕໍ່ໄປ.
ໃນການສຳພາດກັບ ພິງ ລັດວົງຄັ້ງນີ້ ແມ່ນບົດຮຽນສອນໃຈ ເຮັດໃຫ້ພວກເຮົາ ໄດ້ຮຽນຮູ້
ເຖິງຄວາມສາມາດຂອງຄົນເຮົາ ຊີວິດຄວາມສາມາດຂອງຄົນເຮົາ ແມ່ນຖືວ່າພະເຈົ້າ
ໃຫ້ມາຊຶ່ງແຕ່ລະຄົນກໍມີຄວາມສາມາດ ທີ່ເດັ່ນຕາມແບບສະບັບຂອງໃຜລາວ ທີ່ບໍ່ເໝືອນ
ໃຜ ແລະບໍ່ມີໃຜເໝືອນ ທີ່ເອີ້ນກັນວ່າ ພອນສະຫວັນ. ພິງຖືວ່າເປັນຜູ້ຊາຍທີ່ມີພອນ
ສະຫວັນ ໃນຫຼາຍໆດ້ານ ບໍ່ວ່າ ຈະເປັນຊ່າງຕັດຜົມ ຫຼືເປັນຜູ້ສອນໝາ ກໍໄດ້ຮັບລາງວັນ
ແລະອື່ນໆ ຊຶ່ງ ພິງໄດ້ເລົ່າສູ່ຟັງວ່າ ຈຳເປັນທີ່ຈະຕ້ອງອອກມາຫາວຽກເຮັດງານທຳ
ເພື່ອຊ່ອຍເຫຼືອຕົວເອງ ຫຼັງຈາກທີ່ຈົບມັດທະຍົມສືກສາແລ້ວ ເພາະພໍ່ແມ່ບໍ່ມີເງິນສົ່ງເສຍ
ໃຫ້ຮຽນຕໍ່ໃນລະດັບສູງ ຈຶ່ງຫັນມາເອົາດີເປັນຊ່າງຜົມ ແລະວາງແຜນໄວ້ວ່າ ພໍເກັບເງິນ
ໄດ້ແດ່ແລ້ວຈຶ່ງຈະສາມາດຮຽນຕໍ່ໃນລະດັບສູງໄດ້ ຊຶ່ງພິງເລົ່າໃຫ້ວີໂອເອ ຟັງກ່ຽວກັບ
ເບື້ອງຫຼັງຄວາມເປັນມາແລະປະສົບການຕ່າງໆ ໃນການເປັນຊ່າງຜົມນີ້ວ່າ:
ພິງ ບໍ່ແມ່ນຊ່າງຕັດຜົມທຳມະດາແລ້ວລະ ເພາະວ່າ ໄດ້ຮັບເຖິງລາງວັນສູງສຸດເປັນທີ 1
ໃນການອອກແບບຊົງຜົມຜູ້ຊາຍ ໃນລະດັບເວທີໂລກ ໃນປີ 1989 ທີ່ເອີ້ນວ່າ Interna-
tional Beauty Show ຫຼັງຈາກທີ່ໄດ້ຊະນະລາງວັນສູງສຸດແລ້ວນັ້ນ ກໍຍິ່ງເຮັດໃຫ້ພິງ
ມີຄວາມບາກບັ່ນ ເກັບສະສົມປະສົບການເລື້ອຍໆ ຈົນເທົ່າເຖິງປະຈຸບັນນີ້ ນອກຈາກ
ຝີມືການເປັນຊ່າງຜົມແລ້ວ ພິງຍັງມີພອນສະຫວັນ ດ້ານອື່ນໆ ຊຶ່ງຖືວ່າເປັນງານອະດີ
ເລກ ເພື່ອຄວາມມ່ວນຊື່ນເທົ່ານັ້ນ ແຕ່ຍ້ອນນິໄສສ່ວນຕົວທີ່ວ່າ ຖ້າຕັ້ງໃຈເຮັດອັນໃດ
ແລ້ວ ກໍຈະເຮັດໃຫ້ເຖິງທີ່ສຸດ ເອົາດີໃຫ້ໄດ້ເປັນທີ່ນຶ່ງ ຊຶ່ງກິດຈະກຳທີ່ວ່ານີ້ ກໍແມ່ນການ
ຝຶກຊ້ອມໃຫ້ໝາຫຼິ້ນ Frisbee ຊຶ່ງກິລາປະເພດນີ້ ຖືວ່າໜ້ອຍຄົນຈະເຮັດໄດ້ ໂດຍ
ສະເພາະຄົນເອເຊຍພວກເຮົາ ຊຶ່ງພິງເລົ່າໃຫ້ຟັງວ່າ ໄດ້ຝຶກຊ້ອມໃຫ້ໝາຂອງຕົວເອງ
ຕັ້ງແຕ່ອາຍຸຍັງນ້ອຍ ຕອນ 6 ເດືອນ ຫຼິ້ນ Frisbee ຈົນເຖິງເຂົ້າແຂ່ງຂັນ Frisbee
ລະດັບໂລກ ນີ້ບໍ່ແມ່ນຂອງງ່າຍ ...ຂໍເຊີນຟັງການສຳພາດກ່ຽວກັບການຝຶກແອບໝາ
ຕົວໜ້ອຍ ຈົນໃຫ້ມີຄວາມສາມາດສະແດງກະໂດດໂລດເຕັ້ນຮັບຟຣີສ໌ບີ:
ນອກເໜືອໄປຈາກຄວາມສາມາດ ທັງສອງດ້ານທີ່ແຕກຕ່າງກັນອອກໄປແລ້ວ ພິງຍັງ
ສະແຫວງຫາກິດຈະກຳ ແລະກິລາ
ອອກກຳລັງກາຍອື່ນໆ ເຊັ່ນການຕີກ໊ອຟ ແລະການຍົກກ້າມ ເພື່ອຮັກສາຫຸ່ນໃຫ້ດີ
ສະເໝີມາ ຊຶ່ງກິລາຫຼິ້ນກ້າມ ກໍເປັນກິດ
ຈະກຳອັນນຶ່ງທີ່ ພິງໃຫ້ຄວາມສົນໃຈມາໂດຍຕະຫຼອດຈົນມາເອົາດີເຂົ້າແຂງຂັນ
ເປັນຕົວແທນຂອງຂົງເຂດອໍແລັນຈ໌ ລັດ
ຄາລີຟໍເນຍ ແລະເຄີຍ ໄດ້ເປັນຕົວແທນ
ຂອງອາເມຣິກາ ໃນລຸ້ນທີ່ມີນ້ຳໜັກນ້ອຍສຸດ ທີ່ມີນ້ຳໜັກ 143 ພາວນ໌ແລະຕ່ຳກວ່າ
ເພື່ອແຂ່ງຂັນໃນລະດັບສາກົນ ທີ່ປະເທດອອສເຕຣຍຊຶ່ງບອກມາວ່າໄດ້ເລີ້ມຫຼິ້ນກ້າມ
ເຮັດໃຫ້ຫຸ່ນດີ ມາຕັ້ງແຕ່ອາຍຸຍັງໜ້ອຍພຸ້ນ ຊຶ່ງຄັ້ງທຳອິດທີ່ພິງໄດ້ແຮງດົນບັນດານ
ໃນຢາກມີຫຸ່ນງາມໆດັ່ງພະເອກກ້າມບຶກ Arnold Schwarzenegger ດາລານັກ
ສະແດງຮູບເງົາເອັກຊັນຕ່າງໆຂອງຮໍລີວູດ ຊຶ່ງພິງເລົ່າໃຫ້ຟັງຜ່ານການສຳພາດດັ່ງນີ້:
ກ່ອນຈົບການສຳພາດ ພິງຍັງໄດ້ຝາກເຖິງພໍ່ແມ່ນພີ່ນ້ອງຊາວລາວ ພວກໜຸ່ມນ້ອຍທີ່ມີ
ໃຈຮັກກິລາດ້ານຫຼິ້ນກ້າມນີ້ວ່າ ຈະໃຫ້ການສະໜັບສະໜຸນ ຊ່ອຍເຫຼືອໃນທຸກດ້ານ
ຖ້າຫາກສົນໃຈ ປັດຈຸບັນນີ້ ພິງກຳລັງຕຽມຕົວຕຽມພ້ອມ ໃນອີກບໍ່ເທົ່າໃດສັບປະດານີ້
ພິງກໍຈະໄດ້ເປັນຕົວແທນຂອງລັດ ຄາລີຟໍເນຍ ເພື່ອປະກວດ ໃນລະດັບປະເທດ
ໃນການແຂ່ງຂັນທີ່ Las Vegas ໃນເດືອນກໍລະກົດຈະມາເຖິງນີ້. ທາງວີໂອເອ ຂໍເປັນ
ກຳລັງໃຈ ອວຍພອນໃຫ້ພິງ ຈົ່ງໄປເຖິງຈຸດໝາຍປາຍທາງ ທີ່ພິງໄດ້ຕັ້ງໃຈໝາຍໝັ້ນໄວ້.
ຂໍເຊີນຮັບຟັງ ການສະພາດທັງໝົດ ໃນສຽງບັນທຶກຂ້າງລຸ່ມນີ້: