ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂດຍຜ່ານ ນະວັດຕະກໍາໃໝ່ ໝາກນັດ ສາມາດໃຊ້ ປົວປາກບາດ ໃຫ້ດີ ໄວຂຶ້ນ


ໝາກນັດທີ່ສາມາດນໍາໃຊ້ເຂົ້າໃນຂັ້ນຕອນປິ່ນປົວເພື່ອເຮັດໃຫ້ປາກບາດດີໄວຂຶ້ນໄດ້
ໝາກນັດທີ່ສາມາດນໍາໃຊ້ເຂົ້າໃນຂັ້ນຕອນປິ່ນປົວເພື່ອເຮັດໃຫ້ປາກບາດດີໄວຂຶ້ນໄດ້

ພວກນັກຄົ້ນຄວ້າຊາວບຣາຊີລ ກໍາລັງພາກັນພັດທະນາ ຂະບວນນະວັດ
ຕະກໍາໃໝ່ ໂດຍໃຊ້ໝາກນັດເພື່ອເຮັດໃຫ້ຂັ້ນຕອນການປິ່ນປົວປາກບາດ
ໃຫ້ດີໄວຂຶ້ນ. ຈູລີ ທາບໍ ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງ
ບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.


ມັນເປັນໝາກໄມ້ເຂດຮ້ອນ ທີ່ຄົນນິຍົມກັນຫລາຍທີ່ສຸດ.... ແຕ່ວ່າ ມັນບໍ່ແມ່ນ
ໃຊ້ເພື່ອກິນເປັນອາຫານເທົ່ານັ້ນ. ພວກນັກຄົ້ນຄວ້າຊາວບຣາຊີລໄດ້ຄົ້ນ ພົບ
ການນໍາໃຊ້ໝາກນັດອີກແບບນຶ່ງ-ໃນທາງການຢາ ທີ່ໃຊ້ເທັກໂນໂລຈີສູງ!

ທັງນີ້ກໍເປັນຍ້ອນວ່າ ໝາກໄມ້ທີ່ມີລົດສົ້ມ-ຫວານ ທີ່ມີຕົ້ນກໍາເນີດມາຈາກ
ເຂດທະວີບອາເມຣິກາໃຕ້ຊະໜິດນີ້ ມີທາດໂບຣເມແລນ ...... ຊຶ່ງເປັນນໍ້າ
ຍ່ອຍທໍາມະຊາດ ຕ້ານກັບການໄຄ່ພອງທີ່ຖືກໃຊ້ຢູ່ໃນຂົງເຂດດັ່ງກ່າວເພື່ອ
ປິ່ນປົວການບາດເຈັບ ແລະເຮັດໃຫ້ຂັ້ນຕອນປິ່ນປົວໄວຂຶ້ນກວ່າເກົ່າມາເປັນ
ເວລາດົນນານແລ້ວ.

ພວກຄົ້ນຄວ້າຊາວບຣາຊີລໄດ້ເອົາທາດໂບຣເມແລນໄປແຊ່ແຜ່ນນາໂນ
ແຊລລູລົສ ຊຶ່ງເປັນແຜ່ນທີ່ມີເສັ້ນໃຍໃສບາງໆ ແລ້ວຈາກນັ້ນ ກໍເອົາມັນໄປ
ປົກໃສ່ປາກບາດ.

ສາດສະດາຈານ ພຣິສຊີລລາ ມາໂຊລາ (Priscilla Mazola) ທີ່ມະຫາວິ
ທະຍາໄລແຄມພີນາສ (Campinas) ກ່າວເປັນພາສາປອກຕຸຍການວ່າ
“ການທີ່ ມີຜ້າພັນບາດ ນາໂນແຊລລູລົສທີ່ມີທາດໂບຣເມແລນນີ້ ແມ່ນ
ຊ່ວຍເຮັດໃຫ້ຂັ້ນຕອນປິ່ນປົວໄວຂຶ້ນກວ່າເກົ່າ ຊຶ່ງເປັນສິ່ງທີ່ເຮົາຄາດຫວັງ
ໄວ້ ທັງນີ້ ກໍເພາະວ່າທາດໂບຣເມແລນ, ຍ້ອນມີປາກົດການຍ່ອຍທາດ
ໂປຣຕິນຂອງມັນ ມັນໄດ້ເອົາຊັ້ນເທິງຂອງບາດ ຊຶ່ງເປັນຊັ້ນໜັງທີ່ຕາຍດ້ານ
ຂອງປາກບາດນັ້ນອອກ ແລະເພາະສະນັ້ນ ມັນກໍປ່ອຍໃຫ້ອອກຊີເຈນເຂົ້າ
ໄປເຖິງພື້ນໜ້າຂອງຜີວໜັງໄດ້ ຊຶ່ງຊ່ວຍເຮັດໃຫ້ບາດຖືກປິ່ນປົວໃຫ້ດີໄວ
ຂຶ້ນ.”

ແຜ່ນນາໂນແຊລລູລົສເອງນັ້ນ ກໍແມ່ນເຮັດມາຈາກເຊື້ອແບັກທີເຣຍ ທີ່ຖືກ
ຫລໍ່ລ້ຽງດ້ວຍເສດໝາກໄມ້.

ສາດສະດາຈານແອງເຈລາ ໂຢຊາລາ ຈາກມະຫາວິທະຍາໄລ ໂຊໂຣແຄບາ
ອະທິບາຍເປັນພາສາປອກຕຸຍການວ່າ “ນະວັດຕະກໍາ ຂອງພວກເຮົາມີຈຸດ
ປະສົງຢູ່ສອງຢ່າງ: ອັນທີນຶ່ງ ແມ່ນການເອົາທາດໂບຣເມແລນໄປໃສ່ກັບ
ທາດໂປຣຕິນຂອງໝາກນັດ ທີ່ເອົາມາຈາກເສດໝາກໄມ້, ຊຶ່ງແມ່ນເປືອກ
ໝາກນັດນັ້ນເອງ. ອັນທີສອງ ແມ່ນພວກເຮົາຍັງໄດ້ເອົາສິ່ງເສດເຫລືອ
ຂອງໝາກໄມ້ນີ້ ໄປຜະລິດແຜ່ນນາໂນແຊລລູລົສອີກດ້ວຍ; ພວກເຮົາໃຊ້
ສິ່ງເສດເຫລືອຂອງໝາກໄມ້ເຮັດເປັນເນື້ອເຍື່ອເພາະເຊື້ອ ຊຶ່ງເປັນທາດ
ບໍາລຸງໃຫ້ແກ່ເຊື້ອແບັກທີເຣຍ ເພື່ອຜະ ລິດແຜ່ນນາໂນແຊລລູລົສນັ້ນ.”

ນະວັດຕະກໍາດັ່ງກ່າວນີ້ ຍັງເປັນການພັດທະນາທີ່ຢູ່ໃນຂັ້ນຕົ້ນໆຢູ່ ເພື່ອໃຊ້
ເຂົ້າໃນການປິ່ນປົວບາດ.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG