ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຜິດພາດ ຂອງນັກບິນ ແລະອຸປະກອນ ເຊັນເຊີນ້ຳກ້ອນ ເຮັດໃຫ້ເຮືອບິນຕົກ


ພວກພະນັກງານສືບສວນ ຢູ່ທີ່ຈຸດເກີດອຸບັດຕິເຫດ ກຳລັງທຳງານ ເພື່ອຫາສາເຫດ ທີ່ເຮັດໃຫ້ ເຮືອບິນ AN-148 ຕົກ ໃກ້ໆກັບເມືອງ Stepanovskoye, ຢູ່ຫ່າງຈາກສະໜາມບິນ Domodedovo ປະມານ 40 ກິໂລແມັດ, ໃນຣັດເຊຍ, ວັນທີ 12 ກຸມພາ 2018.
ພວກພະນັກງານສືບສວນ ຢູ່ທີ່ຈຸດເກີດອຸບັດຕິເຫດ ກຳລັງທຳງານ ເພື່ອຫາສາເຫດ ທີ່ເຮັດໃຫ້ ເຮືອບິນ AN-148 ຕົກ ໃກ້ໆກັບເມືອງ Stepanovskoye, ຢູ່ຫ່າງຈາກສະໜາມບິນ Domodedovo ປະມານ 40 ກິໂລແມັດ, ໃນຣັດເຊຍ, ວັນທີ 12 ກຸມພາ 2018.

ຄວາມຜິດຂອງນັກບິນ ພ້ອມກັບອຸບປະກອນເຊັນເຊີທີ່ບໍ່ເຮັດວຽກ ມີທ່າທາງວ່າ ຈະເປັນ
ສາເຫດ ເຮັດໃຫ້ເຮືອບິນໂດຍສານອາຍພົ່ນປະສົບອຸບັດຕິເຫດຕົກຢູ່ຣັດເຊຍ ທີ່ເປັນເຫດ
ໃຫ້ທັງໝົດ 71 ຄົນ ຢູ່ເທິງເຮືອບິນລຳດັ່ງກ່າວເສຍຊີວິດ ອີງຕາມພວກເຈົ້າໜ້າທີ່ສືບສວນ.

ຫລັງຈາກໄດ້ມີການສຶກສາເບິ່ງເຄື່ອງບັນທຶກຂໍ້ມູນຂອງຖ້ຽວບິນ An-148 ແລ້ວ ຄະນະ
ກຳມະການ ຄຸ້ມຄອງການບິນພົນລະເຮືອນຂອງ ບັນດາເອກກະລາດອະດີດສະຫະພາບ
ໂຊຫວຽດ ກ່າວວ່າ ອຸບັດຕິເຫດເຮືອບິນຕົກໃກ້ໆ ນະຄອນຫຼວງມົສກູ ໃນວັນອາທິດທີ່
ຜ່ານມານີ້ ເກີດຂຶ້ນຫຼັງຈາກພວກນັກບິນໄດ້ເຫັນຂໍ້ມູນທີ່ແຕກຕ່າງກັນ ຢູ່ເທິງໜ້າເຄື່ອງ
ຄວບຄຸມຄວາມໄວຂອງເຮືອບິນ.

ຄະນະກຳມະການກ່າວວ່າພວກນັກບິນໄດ້ເຫັນຂໍ້ມູນທີ່ບໍ່ຖືກຕ້ອງ ກໍຍ້ອນນັກບິນບໍ່ໄດ້
ເປີດເຄື່ອງເຮັດຄວາມຮ້ອນ ກ່ອນທີ່ຈະບິນຂຶ້ນ.

ມີລາຍງານວ່າ ຫົວໜ້ານັກບິນບໍ່ຕ້ອງການທີ່ຈະເຮັດໃຫ້ເຮືອບິນອຸ່ນ ເພື່ອເຮັດໃຫ້ປະຕູ
ແກ້ວຂອງເຮືອບິນແຈ້ງກ່ອນທີ່ຈະບິນຂຶ້ນ. ຂັ້ນຕອນນີ້ແມ່ນເປັນທາງເລືອກ ແລະ
ການຕັດສິນໃຈຂອງນັກບິນ ແມ່ນອີງຕາມສະພາບຂອງອາກາດ.

ຄະນະກຳມະການກ່າວວ່າ ຕົນຍັງສືບຕໍ່ສຶກສາເບິ່ງຂໍ້ມູນດັ່ງກ່າວ ແຕ່ກໍໃຫ້ຂໍ້ສັງເກດວ່າ
“ຂໍ້ມູນທີ່ຜິດພາດ ທີ່ເຫັນຢູ່ໃນເຄື່ອງຄວບຄຸມ ຄວາມໄວຂອງເຮືອບິນອາດ ມີສ່ວນ
ເຮັດໃຫ້ເກີດສະຖານະການພິເສດ ຢູ່ເທິງເຮືອບິນ.”

ຄະນະກຳມະການກ່າວຕື່ມວ່າ ຂໍ້ມູນທີ່ບໍ່ຖືກຕ້ອງດັ່ງກ່າວແມ່ນມາຈາກ “ເຄື່ອງແທກ
ຄວາມກົດດັນນ້ຳກ້ອນ ທີ່ເຮັດໃຫ້ລະບົບທຳຄວາມຮ້ອນ ຂອງເຂົາເຈົ້າ ຖືກມອດໄວ້.”

ຖ້ຽວບິນ An-148 ຂອງສາຍການບິນຊາຣາຕັອບ (Saratov) ໄດ້ບິນຂຶ້ນຈາກ
ສະໜາມບິນ Domodedovo ໃນນະຄອນຫຼວງມົສກູ ເພື່ອຈະບິນໄປຍັງເມືອງ Orsk
ແລະໄດ້ປະສົບອຸບັດຕິເຫດຕົກລົງໃສ່ທົ່ງແຫ່ງນຶ່ງປະມານ 64 ກິໂລແມັດ ຫ່າງຈາກ
ນະຄອນຫຼວງຂອງຣັດເຊຍ ໄປທາງກ້ຳຕາເວັນອອກສຽງໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG