ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ເຈົ້າໜ້າທີ່ຍາມຝັ່ງສະຫະລັດ ກ່າວວ່າ ຜູ້ຂັບເຮືອ ແລະຜູ້ໂດຍສານ 4 ຄົນ ຂອງເຮືອດໍານໍ້າ ເສຍຊີວິດແລ້ວ


ພົນເຮືອຕີຈອນ ມາວເກີ, ຜູ້ບັນຊາການຂອງໜ່ວຍຍາມຝັ່ງເຂດທີນຶ່ງ (First Coast Guard District) ກ່າວຕໍ່ບັນດານັກຂ່າວໃນວັນທີ 22 ມິຖຸນາ 2023, ຢູ່ທີ່ຖານທັບຂອງໜ່ວຍຍາມຝັ່ງ Boston, ກ່ຽວກັບການລະເບີດພາຍໃນຂອງເຮືອດໍານໍ້າ Titan ໃກ້ກັບຊາກເຮືອໄທທານິກ.

ໜ່ວຍຍາມຝັ່ງຂອງສະຫະລັດກ່າວວ່າ ເຮືອດໍານໍ້າທີ່ຫາຍສາບສູນໄປນັ້ນ ໄດ້ລະ ເບີດຂຶ້ນຢູ່​ພາຍ​ໃນ ໃກ້ກັບຊາກຂອງເຮືອໄທທານິກ, ເຊິ່ງໄດ້ເຮັດ 5 ຄົນຢູ່ໃນເຮືອດໍານໍ້າດັ່ງກ່າວເສຍຊີວິດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ​ເອ​ພີ.

ເຈົ້າໜ້າທີ່ຈາກ​ໜ່ວຍຍາມຝັ່ງ ກ່າວໃນລະຫວ່າງການຖະແຫຼງຂ່າວ ວັນພະຫັດວານນີ້ວ່າ ພວກເຂົາເຈົ້າໄດ້ແຈ້ງໃຫ້ຄອບຄົວຂອງລູກເຮືອໄຕທັນ ແລ້ວ, ເຊິ່ງເຮືອດໍານໍ້າລໍານີ້ໄດ້ຫາຍສາບສູນໄປເປັນເວລາຫຼາຍມື້. ຊາກເສດເຫຼືອດັ່ງກ່າວ ຖືກຄົ້ນພົບໃນລະຫວ່າງການຄົ້ນຫາເຮືອດໍານໍ້າ ເຊິ່ງສອດຄ່ອງກັບການສູນເສຍຄວາມດັນຢ່າງຮ້າຍແຮງ, ກ່າວໂດຍພົນເຮືອຕີຈອນ ມາວເກີ (John Mauger) ເຊິ່ງເປັນເຈົ້າໜ້າທີ່​ ຈາກ​ໜ່ວຍຍາມຝັ່ງເຂດ​ທີ​ນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG