ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຄິດເຫັນຕໍ່ການຈັບກຸມພວກທີ່ມີສ່ວນກ່ຽວຂ້ອງພາໃຫ້ເກີດກະແສລະບາດ ຂອງໂຄວິດຄັ້ງໃຫຍ່ 


ປ້າຍເຕືອນຢູ່ຕະຫຼາດ ໃນນະຄອນວຽງຈັນ
ປ້າຍເຕືອນຢູ່ຕະຫຼາດ ໃນນະຄອນວຽງຈັນ

ຂະນະທີ່ຈໍານວນຜູ້ຕິດເຊື້ອສະສົມໃນລາວກໍາລັງຈະເພີ້ມຂຶ້ນທຸກມື້ ຈົນ ເກືອບຈະຮອດ
2,000 ຄົນແລ້ວໃນເວລານີ້ ຫລາຍຄົນຢູ່ໃນລາວ ເກືອບທຸກຫົນ ທຸກແຫ່ງ ແລະທຸກສາ
ຂາວຽກງານ ແລະທຸລະກິດລ້ວນແຕ່ໄດ້ຮັບຜົນກະທົບຢ່າງ ໜັກ ແລະກໍມີຄວາມຮູ້ສຶກເສຍ
ໃຈ ຕໍ່ຜູ້ທີ່ມີສ່ວນກ່ຽວພັນຕົ້ນຕໍ ຂອງສາເຫດເຮັດ ໃຫ້ເກີດກະແສການລະບາດຢ່າງໜັກ
ເປັນປະຫວັດການນັບແຕ່ວັນທີ 20 ເມສາ ກໍຄືວັນທີ່ກວດພົບກໍລະນີ 59 ເປັນຕົ້ນມາ. ທັງ
ນີ້ກໍເພາະວ່າຍິງສາວລາວ 2 ຄົນ ໄດ້ພາຜູ້ຊາຍໄທ 2 ຄົນ ທີ່ລັກລອບເຂົ້າມາລາວ ໄປທ່ຽວ
ຫລິ້ນສະຖານທີ່ຫລາຍ ແຫ່ງທີ່ມີຊຸມຊົນໜາແໜ້ນ ໃນເມືອງສະຫວັນນະເຂດ ແລະນະ
ຄອນຫຼວງວຽງຈັນ ໃນຊ່ວງວັນທີ 7-15 ເມສານັ້ນ. ການສະແດງຄວາມຄິດເຫັນຂອງຄົນ
ລາວບາງ ຄົນເປັນແນວໃດນັ້ນ ກິ່ງສະຫວັນ ມີລາຍລະອຽດຂອງເລື້ອງນີ້ຈາກນັກຂ່າວ
ຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:13 0:00
ລິງໂດຍກົງ

ລາວເປັນປະເທດນຶ່ງ ທີ່ເຄີຍສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້
ດີສົມຄວນມາເປັນເວລາ 1 ປີນັ້ນ ກໍກັບປະເຊີນກັບກະແສການລະບາດ ຢ່າງໜັກຢ່າງ
ເປັນປະຫວັດການນັບແຕ່ອາທິດທີ 3 ຂອງເດືອນເມສາເປັນຕົ້ນມາ ຊຶ່ງມີຈໍານວນກໍລະນີ
ຕິດເຊື້ອໂຄວິດ-19 ເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງກໍຄືເພີ້ມຂຶ້ນເກືອບ ຮອດ 2,000 ຄົນ ຈາກ 59
ຄົນໃນວັນທີ 20 ເມສາມາເປັນ 1,957 ຄົນ ໃນ ວັນເສົາ ທີ 5 ມິຖຸນາຜ່າມາ. ທັງນີ້ ຕາມ
ຄໍາເຫັນຂອງທາງການລາວຕະຫຼອດ ປະະຊາຊົນສ່ວນໃຫຍ່ເຊື່ອກັນວ່າ ມີສາເຫດຕົ້ນຕໍ
ມາຈາກການລະເມີດມາດຕະ ການສະກັດກັ້ນແລະຄວບຄຸມການລະບາດຂອງພະຍາດ
ໂຄວິດ-19 ແລະຄວາມ ບໍ່ສົນໃຈຕໍ່ຄວາມປອດໄພຂອງຕົນເອງ ແລະຜູ້ອື່ນໃນສັງຄົມ
ຂອງນາງສາວລາວ 2 ຄົນ ຊຶ່ງກໍຄືນາງມອນມີນາ ສຸດທິດາ ຫລືຕິນ່າ ຊຶ່ງເປັນຄົນພາຜູ້ຊາຍ
ໄທສອງ ຄົນ ທີ່ລັກລອບເຂົ້າລາວ ທ່ຽວຕາມສະຖານທີ່ບັນເທີງແລະຊຸມຊົນແອອັດຕ່າງໆ
ຢູ່ໃນນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7-15 ເມສາຜ່ານມາ ແລະເອື້ອຍຮັກ ຂອງນາງ
ກໍຄື ນາງພາວະດີ ວິພາກອນ ຫລື ຕຸກຕິກ ຜູ້ທີ່ນຳພາຜູ້ຊາຍໄທເຂົ້າມາລາວແລະໄປທ່ຽວໃນແຂວງສະຫວັນນະເຂດແລະໃນນະຄອນຫລວງວຽງຈັນ ນໍາກັນນັ້ນ. ໃນປັດຈຸບັນ ທາງຕຳຫຼວດລາວກໍໄດ້ຄວບຄຸມໂຕພວກກ່ຽວໄວ້ແລ້ວ.

ພ້ອມກັນນັ້ນ ກໍຍັງໄດ້ປົດນາຍຕຳຫຼວດ 2 ຄົນອອກຈາກຕຳແໜ່ງກໍຄື ຮ້ອຍໂທສອນອາໄລ ໂພທິລາດ ນາຍຕຳຫຼວດປະຈຳເມືອງສອງຄອນ ແລະ ຮ້ອຍເອກພູໄຊ ສີສະຫວັນ, ຕຳຫຼວດປະຈຳແຂວງສະຫວັນນະເຂດ ແລະກໍດໍາເນີນຄະດີ ອາຍາ ຕໍ່ເຂົາເຈົ້າອີກດ້ວຍ ໃນຂໍ້ຫາມີສ່ວນພົວພັນ ໃນກໍລະນີການລັກລອບນຳ ພາຄົນໄທທັງ 2 ຄົນ ເຂົ້າມາໃນລາວ ໂດຍເຮືອຂ້າມຝັ່ງແມ່ນໍ້າຂອງນັ້ນ.

ຕໍ່ບັນຫາດັ່ງກ່າວທາງ ວີໂອເອໄດ້ໂອ້ລົມກັບປະຊາຊົນບາງຄົນ ທັງໃນນະຄອນ ຫລວງວຽງຈັນ ແລະຢູ່ໃນບາງແຂວງ ຊຶ່ງໃນນັ້ນ ມີບາງຄົນກໍບອກວ່າ ການຈັບ ກຸມ ແລະລົງໂທດຕໍ່ແມ່ຍິງສອງຄົນ ແລະຕໍາຫລວດ 2 ຄົນທີ່ກ່ຽວພັນກັບເຫດ ການນີ້ວ່າ ເໝາະສົມ ແລະສົມຄວນແລ້ວ ຫລືບໍ່ກໍຄວນຈະໜັກຂຶ້ນໄປກວ່ານັ້ນ ອີກ ດັ່ງນັກທຸລະກິດທ່ານນຶ່ງໃນນະຄອນຫລວງວຽງຈັນ ຊຶ່ງທ່ານໃຫ້ຄໍາເຫັນຕໍ່ ເລື້ອງນີ້ວ່າ:

“ສົມຄວນແທ້! ຕໍາຫລວດ 2 ຄົນ ໄລ່ອອກ ກະສົມຄວແທ້. ຍ້ອງຍໍ ຊົມເຊີຍ ຊົມເຊີຍ
ຊົມເຊີຍຊົມເຊີຍ ສາມາດເຮັດໄດ້ໜະ. ຊົມເຊີຍໄດ໋! ເພາະວ່າ ມັນໄປຕິດຜູ້ອື່ນເດ
ຄັນຕິດແຕ່ມັນບໍ່ໄປຕິດຜູ້ອື່ນເດ ຄັນຕິດແຕ່ມັນບໍ່ໄປຕິດຜູ້ອື່ນກະໂອ ເຄເດ ຕິດແລ້ວ
ມັນມີບັນຫາໄປຊື້ຂອງຢູ່ຂອງກິນກະບໍ່ໄດ້ນະມັນກະຢ້ານ ຈັກເຂົາຢ້ານເຮົາ ຈັກເຮົາ
ຢ້ານເຂົາ ໄປໃສກະຍາກ ບໍ່ໄດ້ໄປໃສສອງເດືອນລະນະ ກະຊິວ່າມັນສົມຄວນນະຕາມ
ເຮົາຄິດ ມັນບໍ່ຢຸດທໍ່ນີ້ ມັນຍັງລາມ ກະຊິລາມໄປຕໍ່ນະ.”

ດັ່ງທີ່ທ່ານຊົງລົດ ໂພນເງິນ, ນັກຂ່າວວີໂອເອໄດ້ລາຍງານໄປເມື່ອບໍ່ດົນມານີ້ວ່າ ຖ້າຫາກສານປະຊາຊົນລາວ ໄດ້ຕັດສິນວ່າແມ່ຍິງ 2 ຄົນມີຄວາມຜິດຕາມມາດ ຕາ 199 ຂອງກົດໝາຍອາຍາ ກໍຄືເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອໂຣກທີ່ຮ້າຍແຮງໃນລາວ ກໍຈະຖືກລົງໂທດຂັງຄຸກແຕ່ 2 ປີເຖິງ 15 ປີ ແລະປັບໃໝຕັ້ງແຕ່ 10 ລ້ານກີບເຖິງ 70 ລ້ານກີບ.

ແຕ່ວ່າ ດັ່ງນັກທຸລະກິດໃນນະຄອນຫລວງ ວຽງຈັນທີ່ກ່າວມາຂ້າງເທິງນັ້ນ ຍັງ ຄິດວ່າ ພວກກ່ຽວໜ້າຈະໄດ້ຮັບໂທດ ໜັກກວ່ານັ້ນອີກ ເມື່ອອີງໃສ່ຜົນກະທົບ ຢ່າງໜັກຕໍ່ຄົນໃນທຸກແຫ່ງຫົນ ແລະທຸກຂະແໜງການອາຊີບ, ວຽກງານໃນສັງ ຄົມ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:


“ສິບປາຍປີເພາະວ່າ ມັນສັງຄົມເສດຖະກິດເດ ເຈົ້າບໍ່ແມ່ນທໍາມະດາ ທຸລະກິດນ້ອຍ ນັບແຕ່ຕັດຜົມຂຶ້ນໄປນະ ຕັດຜົມທາລ໊ອກທາເລັບ ຮຽບຮ້ອຍໝົດເລີຍ ແຮງທຸກແຮງຊໍ້າ ພວກຊິໄປຂາຍເຄື່ອງ ບ້ານນອກເອົາເຄື່ອງມາເລາະຂາຍ ໄປນັ່ງຂາຍຢູ່ແຄມທາງ ກະຍໍ່ໄດ້ດຽວນີ້ ຂ້ອຍຢາກວ່າ ຈັກສິບປາຍປີຂຶ້ນໄປ ມັນປະຊາຊົນຊິຕາຍກ່ອນ.”

ພ້ອມກັນນີ້ ນັກທຸລະກິດທ່ານນຶ່ງໃນເຂດເມືອງຫາດຊາຍຟອງ ຢູ່ນະຄອນຫລວງ ວຽວຈັນກໍກ່າວ ກ່ຽວກັບຜົນກະທົບໂຄວິດ ແລະຄິດວ່າ ການທີ່ສອງຄົນທີ່່ນໍາຄົນໄທເຂົ້າມານັ້ນເຫັນວ່າ ສົມຄວນຈະຕ້ອງໄດ້ຮັບໂທດ ຕາມລະບຽບກົດໝາຍບ້ານເມືອງ:


“ໂທ້ ແນ່ນອນແລ້ວຕ້ອງເອົາໄປດໍາເນີນຄະດີແຫລະ ປ່ອຍໃຫ້ລອຍນວນຈັ່ງຊັ້ນມັນບໍ່ໄດ້ ມັນຕັ້ງເຈດຕະນາເດເຖົ້າແມ່ນບໍ? ຄັນຜູ້ນ້ອຍເຮົາວິເຄາະເບິ່ງບັນຫານະ ມັນເຈດຕະນາ ເພາະໂຄວິດໃນຊ່ວງນັ້ນ ມັນເປັນຊ່ວງໄລຍະຕິດບ້ານຕິດເມືອງ ໂຄວິດ 19 ກໍາລັງລະບາດ ແຕ່ໂຕຮ້າຍແຮງ ແມ່ນໂຕແຜ່ເຊື້ອ ມາຫາລາວ 95 ເປີເຊັນແມ່ນອອກຈາກໄທ.”

ເຖິງແມ່ນວ່າຫຼາຍຄົນກ້າທີ່ຈະສະແດງຄວາມຄິດເຫັນກ່ຽວກັບການລົງໂທດຕໍ່ແມ່ ຍິງ 2 ຄົນ ທີ່ສັງຄົມເຊື່ອກັນວ່າ ເປັນຕົ້ນເຫດ ພາໃຫ້ເກີດກະແສການລະບາດ ຢ່າງຮ້າຍແຮງໃນປັດຈຸບັນນີ້ ຍ້ອນໄດ້ນໍາພາຜູ້ຊາຍໄທ 2 ຄົນ ທີ່ລັກລອບເຂົ້າ ລາວໄປທ່ຽວໃນນະຄອນໃຫຍ່ 2 ແຫ່ງ ຂອງປະເທດກໍຕາມ ແຕ່ວ່າກໍມີບາງຄົນ ທີ່ບໍ່ກ້າ ໃຫ້ຄໍາເຫັນກ່ຽວກັບຕໍາຫລວດ 2 ຄົນທີ່ມີສ່ວນກ່ຽວພັນກັບສະພາບການ ລັກລອບ ເຂົ້າປະເທດຂອງຜູ້ຊາຍໄທ 2 ຄົນ ນັ້ນ ດັ່ງອາຈານ ລະດັບອະວຸໂສ ໃນແຂວງໄຊຍະບູລີ ໃຫ້ຄໍາເຫັນວ່າ: ​


“ອັນຕະລາຍເນາະ ຄິດກະຄິດຢູ່ ແຕ່ຕອນນີ້ ໃຜກະບໍ່ຢາກເປັນເນາະ ແຕ່ມັນເປັນໄປແລ້ວຕ້ອງຍອມຮັບຄວາມຈິງເນາະ ເຮົາຊິເວົ້າໃຫ້ຜູ້ນີ້ມັນກະບໍ່ຖືກເນາະ ຂອງອັນນີ້ມັນບໍ່ຄືເອດສ໌ ອື ມັນຕິດທາງລົມຫາຍໃຈ ມັນເປັນໄປແລ້ວກະຕ້ອງຍອມຮັບຄວາມຈິງ ກະຊ່ວຍກັນໄປແມ່ນບໍ່ເນາະອື.”

ສະຫລຸບແລ້ວປະຊາຊົນລາວ ທີ່ເຄີຍຢູ່ໃນສະພາບ ທີ່ບໍ່ໄດ້ຢ້ານກົວຕໍ່ ການຕິດໂຄວິດ-19 ມາໄດ້ປີນຶ່ງແລ້ວນັ້ນ ປັດຈຸບັນນີ້ ໂດຍລວມແມ່ນໄດ້ຮັບຜົນກະທົບຫຼາຍ ຈາກສະພາບການລະບາດຢ່າງໜັກຂອງພະຍາດອັນຕະລາຍນີ້. ສະນັ້ນ ເຂົາເຈົ້າມີຄວາມເສຍໃຈ ຕໍ່ຜູ້ທີ່ມີສ່ວນກ່ຽວຂ້ອງຕົ້ນຕໍທີ່ພາໃຫ້ເກີດກະແສການ ລະບາດນີ້ ແຕ່ວ່າຫຼາຍຄົນແມ່ນອອກປາກອອກສຽງສະໜັບສະໜູນ ຕໍ່ການຈັບ ກຸມ ແລະການລົງໂທດຕໍ່ຍິງສາວລາວ 2 ຄົນ ທີ່ໃຫ້ການນໍາທ່ຽວແກ່ຜູ້ຊາຍໄທ 2 ຄົນທີ່ລັກລອບເຂົ້າປະເທດນັ້ນ ແຕ່ກໍມີບາງຄົນຍັງບໍ່ກ້າໃຫ້ຄໍາເຫັນຕໍ່ການລົງ ໂທດຕໍ່ຕໍາຫລວດລາວ 2 ຄົນທີ່ມີສ່ວນຮູ້ເຫັນການລັກລອບຂ້າມຊາຍແດນຂອງ ຜູ້ຊາຍໄທ 2 ຄົນທີ່ວ່ານັ້ນ.

XS
SM
MD
LG