ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພູ​ສຸກ​ສະຫວັດ ທາ​ນາ​ດາ​ບຸດ - ດອນ​ຈັນ​ແມ່​ຂອງ


ພູສົມສະນຸກ ທາ​ນາ​ດາ​ບຸດ
ພູສົມສະນຸກ ທາ​ນາ​ດາ​ບຸດ

ໃນ​ຄ່ຳ​ຄືນ​ຂອງ​ວັນ​ອາທິດ​ທ້າຍ​ເດືອນ​ພຶ​ດສະພາ​ນີ້
ວັນນະ​ສອນ​ຈະ​ພາ​ທ່ານ​ໄປ​ຟັງ​ເພງ​ຫວານ​ໃນ​ອະດີດ​
ຊຶ່ງ​ວັນນະ​ສອນ​ເອງ​ຄິດ​ວ່າ​ຄົງຍັງ​ມີ​ຜູ້​ຄົນຈຳນວນ​ຫຼາຍ
ໃຫ້​ຄວາມ​ສົນ​ໃຈ​ແລະ​ຍັງ​ຢາກ​ຟັງ​ຢູ່​ຕະລອດ​ໄປ.
ທຳ​ອິດ​ນີ້ ຂໍ​ສະ​ເນີ​ເພງ​ “ດອນ​ຈັນ​ແມ່​ຂອງ” ຊຶ່ງ​ເພງນີ້​
ຄົງ​ພາ​ໃຫ້​ຫຼາຍ​ໆທ່ານທີ່​ມີ​ຄວາມ​ຜູກ​ພັນ​ໃນແມ່ນ້ຳຂອງສ
າຍ​ນີ້ ​ຫວນ​ລະ​ລຶກ​ເຖິງ​ອະດີດ​ຄວາມ​ຫຼັງ ​ແລະ​ຫວັງ​ວ່າ​
ຄົງ​ອີກ​ບໍ່​ນານຄົງ​ຈະ​ຍ້ອນ​ກັບ​ໄປ​ຢຽມຢາມ​ອີກ​ຄັ້ງ. ຂໍ​ເຊີນ
ໄປ​ຟັງ​ຮ່ວມກັນ​ເລີຍ.

ເພງ: “ດອນ​ຈັນ​ແມ່​ຂອງ”

ວັນນະສອນ: ແລະ​ນີ້​ແມ່ນ​ຜົນງານ​ຂອງອ້າຍພູ​ສຸກ​ສະຫວັດ ທາ​ນາ​ດາ​ບຸດ ​ເປັນ​ນັກ​ຮ້ອງ​
ລາວ​ອະ​ເມຣິກັນ ທີ່ລັດ Illinoise ທີ່​ຫາ​ອອກ​ຜົນງານ​ຊຸດ​ທຳ​ອິດ​ໃນ​ຊີວິດ ​ໃຫ້​ຊື່ຊຸດວ່າ
“ຄັ້ງນຶ່ງ​ໃນ​ຊີວິດ” ​ແລະຕັ້ງ​ໃຈນຳ​ເອົາ​ຜົນງານ​ເພງ​ເດັ່ນ​ໆ​ໃນ​ອາ​ດີດ ມາ​ຂັບ​ຮ້ອງ​ໃຫ່ມ
ແລະ​ເພງຕໍ່​ໄປນີ້​ຊ່າງເຂົ້າ​ກັບ​ບັນຍາກາດ​ພໍດີ ​ເພາະ​ວ່າທີ່​ປະ​ເທດລາວ​ຄົງ​ຈະ​ເຂົ້າ​ຫນ້າ​ຝົນ
ແລ້ວ ​ເອົາ​ໄປ​ຮັບ​ຟັງ​ເພງ​ນີ້​ “ຝົນ​ມາ​ຂ້າ​ເສົ້າ” ພ້ອມໆ​ກັນເລີຍແລະ​ຄົງ​ຈະ​ບໍ່​ໃຫ້​ທ່ານ​ເສົ້າ
ຕາມ​ຊື່​ຂອງເພງນີ້.

ເພງ: “ຝົນ​ມາ​ຂ້າ​ເສົ້າ”

ວັນນະສອນ: ແລະເພງ​ “ຖິ່ນ​ແກ້ວ”​ ນີ້ ວັນນະສອນຈັດ​ແຖ​ມ​ໃຫ້​ເປັນພິ​ເສດ ​ຊຶ່ງ​ທຸກ​ຄັ້ງ​
ທີ່​ໄດ້​ຍິນ​ເພງ​ນີ້​ ກໍ​ຍັງມວ່ນຫູ​ແລະ​ຍັງມີ​ຄົນນິຍົມຕລອດ​ການ.

ເພງ: “ຖິ່ນ​ແກ້ວ”

ວັນນະສອນ: ຂໍມອບ​ເພງ​ “ຢ່າ​ຫ່ວງ” ຂອງ ອ້າຍພູ​ສຸກ​ສະຫວັດ ທາ​ນາ​ດາ​ບຸດ ​ໃຫ້​ຟັງ
ອີກ​ຕື່ມ​ເພງ​ນຶ່ງ ​ແລະເພງ​ນີ້​ເປັນ​ເພງ​ທີ່​ເຄີ​ຍດັງ​ຫຼາຍ​ໃນ​ອະດີດ​ແລະ​ທຸກ​ຄົນ​ຈຳໄດ້​ແນ່ນອນ
ຈັດ​ມອບໃຫ້​ແຟນ​ເພງ​ທັງຫຼາຍ​ທີ່​ຄອຍ​ຕິດຕາມ​ຮັບ​ຟັງ​ລາຍການ​ສຽງ​ເພງ​ຈາກແດນ​ໄກ
ແລະ​ກ່ອນ​ຈາກ​ໄປ​ໃນ​ຄ່ຳ​ຄືນ​ນີ້​ວັນນະ​ສອນ ຂໍ​ຝາກ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ມາກັບ​ສຽງ​
ເພງ​ນີ້ ​ແລະ​ຂໍໃຫ້ທຸກໆທ່ານ​ນອນ​ລັບ​ຝັນ​ຫວານ​.

ເພງ: “ຢ່າ​ຫ່ວງ”

XS
SM
MD
LG