ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ໂອ້ລົມກັບ ທ້າວພູນປະເສີດ ສີອະໂນໄທ ຜູ້ທີ່ຫາກໍເຂົ້າຮັບໜ້າທີ່ຕໍາຫຼວດ ຢູ່ທີ່ເມືອງຣິຈມອນ ລັດເວີຈິເນຍ


ທ້າວຕ້ອມ, ຜູ້ທີສອງຈາກຊ້າຍ, ແມ່ຂອງລາວ, ຊ້າຍສຸດ, ນ້ອງຊ້າຍ ແລະ ເອື້ອຍຂອງລາວ, ພາກັນມາຮ່ວມສະແດງຄວາມຍິນດີໃນມື້ຈົບຫຼັກສູດການຮຽນວິຊາຕໍາຫຼວດຂອງລາວ.
ທ້າວຕ້ອມ, ຜູ້ທີສອງຈາກຊ້າຍ, ແມ່ຂອງລາວ, ຊ້າຍສຸດ, ນ້ອງຊ້າຍ ແລະ ເອື້ອຍຂອງລາວ, ພາກັນມາຮ່ວມສະແດງຄວາມຍິນດີໃນມື້ຈົບຫຼັກສູດການຮຽນວິຊາຕໍາຫຼວດຂອງລາວ.

ການດໍາລົງຊີວິດຢູ່ໃນຕ່າງຖິ່ນ ໂດຍເລີ້ມຕົ້ນໃໝ່ທຸກຢ່າງ ຄືບັນຫາຫຍຸ້ງ ຍາກ ແລະສັບສົນທີ່ສຸດ, ແຕ່ສໍາລັບ ອາເລັກ ສີອະໂນໄທ ຊໍ້າພັດນໍາໃຊ້ໂອ ກາດຈາກປະສົບການ ເພື່ອໃຫ້ຕົນດໍາລົງຊີວິດໄດ້ ແລະມີວຽກເຮັດໃນສິ່ງທີ່ຕົນຕັ້ງໃຈ, ທິບສຸດາ ມີລາຍລະອຽດກ່ຽວກັບເລື້ອງນີ້.

ທ້າວຕ້ອມ ພູນປະເສີດ ສີອະໂນໄທ ຫຼື ອີກຊື່ນຶ່ງວ່າ ທ້າວ ອາເລັກຊານເດີ້, ອາຍຸ 25 ປີ, ເຊິ່ງມາຈາກບ້ານສີສີບຸນເຮືອງ ເມືອງຄັນທະບູລີ (ປັດຈຸບັນ ເປັນເມືອງໄກສອນພົມວິຫານ) ແຂວງສະຫວັນນະເຂດຂອງ ສປປ ລາວ, ຕ້ອມເປັນຊາວອາເມຣິກັນເຊື້ອສາຍລາວລຸ້ນທໍາອິດ ທີ່ມາດໍາລົງຊີວິດຢູ່ໃນສະຫະລັດ ໃນເດືອນທັນວາ ປີ 2011. ລາວກ່າວວ່າ ສິ່ງທີ່ເປັນອຸປະສັກອັນສໍາຄັນ ແມ່ນການຮຽນຮູ້ ແລະການນໍາໃຊ້ພາສາ ເນື່ອງຈາກວ່າ ລາວເອງບໍ່ມີພື້ນຖານ ຂອງພາສາອັງກິດເລີຍ, ໂດຍລາວເລົ່າສູ່ຟັງໃນຊ່ວງນັ້ນວ່າ:

“ເຮົາກະຍັງອາຍຸປະມານ 13 ປີນີ້ແຫຼະ ພາສາກະບໍ່ເປັນຈັກຄໍາເລີຍ, ຕອນມາຮອດໃໝ່ໆກະເຂົ້າໂຮງຮຽນ ກະເລີ້ມຕັ້ງແຕ່ຫ້ອງ 8, ມື້ແລກຂອງໂຮງຮຽນກະບໍ່ໄດ້ຄ່ອຍເວົ້ານໍາໃຜ ເພາະວ່າເຮົາກະເວົ້າບໍ່ເປັນເນາະ ບໍ່ຄ່ອຍໄດ້ລົມ, ສໍາລັບເຮົາກະເປັນປີສອງປີພຸ້ນເພື່ອເຮົາຊິວ່າໄດ້ເລີ້ມຄ່ອຍເຂົ້າໃຈ ເວົ້າໄດ້ກະຍ້ອນວ່າເຮົາໄປໂຮງຮຽນ ເຮົາໄດ້ຟັງຄູອາຈານທີ່ເຂົາສອນ ແລະມີໝູ່ທີ່ເວົ້ານໍາ ເຮົາກະເລີຍເວົ້າໄດ້ຫັ້ນນະ.”

ໃນຊ່ວງທີ່ລາວຍັງຮຽນຢູ່ຊັ້ນມັດທະຍົມປາຍ, ນອກຈາກຈະຮໍ່າຮຽນແລ້ວ ລາວຍັງໄດ້ໄປເຮັດວຽກຢູ່ຮ້ານອາຫານເພື່ອຫາລາຍໄດ້ພິເສດ ໂດຍເຮັດໜ້າທີ່ຊ່ວຍຢູ່ເຮືອນຄົວ, ຫຼັງຈາກນັ້ນ ເມື່ອພາສາຂອງລາວເກັ່ງຂຶ້ນ ລາວຈຶ່ງໄດ້ອອກມາເຮັດວຽກທາງໜ້າຮ້ານ ເພື່ອສື່ສານກັບລູກຄ້າ ແລະເປັນການຮຽນຮູ້ທັກສະໄປນໍາ.

ຕໍ່ມາ ເມື່ອລາວຮຽນຈົບຊັ້ນມັດທະຍົມປາຍ ລາວໄດ້ໄປຮຽນວິຊາ ESL ຢູ່ວິ ທະຍາໄລປະມານ 2 ປີ ເມື່ອຮຽນຈົບ ແລະໄດ້ໃບປະກາດ ລາວຈຶ່ງສຶກສາຄົ້ນຄວ້າກ່ຽວກັບການເປັນເຈົ້າໜ້າທີ່ຕໍາຫຼວດ ເຊິ່ງເປັນວິຊາທີ່ລາວຢາກຮຽນ ແລະເປັນອາຊີບທີ່ລາວຢາກເປັນ ມາແຕ່ຍັງນ້ອຍ ໂດຍລາວໄດ້ສະໝັກເອົາໜ້າທີ່ດັ່ງກ່າວນີ້ ຫຼັງຈາກທີ່ສຶກສາຄົ້ນຄວ້າກ່ຽວກັບຂໍ້ມູນມາໄດ້ໄລຍະນຶ່ງ, ເຊິ່ງລາວໄດ້ເລົ່າລາຍລະອຽດສູ່ຟັງດັ່ງນີ້:

“ຮຽນຈົບແລ້ວລະກະເລີຍຕັດສິນໃຈວ່າຢາກໄປເປັນຕໍາຫຼວດ ເປັນຄວາມຝັນທີ່ຕັ້ງໃຈໄວ້ແຕ່ນ້ອຍໆແລ້ວລະວ່າເປັນອາຊີບທີ່ເຮົາຈະມາເປັນຕໍາຫຼວດ ແລະເລີ້ມຄົ້ນຄວ້າຫາຂໍ້ມູນກ່ຽວກັບອົງການຕໍາຫຼວດຢູ່ໃນບ່ອນເຮົາຢູ່ ຂົງເຂດທີ່ເຮົາຢູ່, ເຂົາມີແບບຟຣີໂປແກຣມທີ່ວ່າໃຫ້ເດັກນ້ອຍນັກຮຽນເຂົ້າໄປຮຽນຮູ້ກ່ຽວກັບວຽກຕໍາຫຼວດຈັງຊີ້ນະ ເຂົາກະສອນເຂົາກະບອກເຮົາວ່າກ່ອນເຮົາຊິເຂົ້າໄປເປັນຕໍາຫຼວດເຮົາຕ້ອງມີຫຍັງແດ່ ເຮົາຕ້ອງໄດ້ເຮັດຫຍັງແດ່ ເພິ່ນກະບອກເຮົາທຸກຢ່າງ ກະເລີຍຕັດສິນໃຈວ່າລອງສະໝັກ, ກ່ອນທີ່ຈະເປັນຕໍາຫຼວດນິ ຢ່າງໜ້ອຍຕ້ອງມີຈົບມັດທະຍົມປາຍ ຕ້ອງໄດ້ຜ່ານການກວດປະຫວັດ ຕ້ອງໄດ້ໄປເສັງ ແລະມີວິດພື້ນແດ່ ມີກະໂດດຂ້າມ ຈະມີບັດສຸຂະພາບແດ່ ກວດຫຼາຍຢ່າງ ໄປສະໝັກເທື່ອດຽວກະໄດ້ເລີຍ.”

ທ້າວຕ້ອມ ແລະບັນດາຍາດພີ່ນ້ອງ ໃນມື້ຈົບຫຼັກສູດວິຊາຕໍາຫຼວດຂອງລາວ, ເມືອງຣິຈມອນ, ລັດເວີຈິເນຍ.
ທ້າວຕ້ອມ ແລະບັນດາຍາດພີ່ນ້ອງ ໃນມື້ຈົບຫຼັກສູດວິຊາຕໍາຫຼວດຂອງລາວ, ເມືອງຣິຈມອນ, ລັດເວີຈິເນຍ.

ຫຼັງຈາກຜ່ານການກວດກາປະຫວັດ, ທົດສອບຄວາມພ້ອມ, ທົດສອບຄວາມແຂງແຮງຂອງຮ່າງກາຍມາໄດ້ປະມານປີນຶ່ງ, ລາວໄດ້ຈົບຫຼັກສູດດັ່ງກ່າວ ແລະໄດ້ກາຍມາເປັນເຈົ້າໜ້າທີ່ຕໍາຫຼວດດັ່ງທີ່ໃຈລາວປາດຖະໜາ ໃນເດືອນມິຖຸນາທີ່ຜ່ານມາ ຢູ່ທີ່ເມືອງ ຣິຈມອນ ລັດ ເວີຈິເນຍ, ເຊິ່ງລາວກ່າວວ່າ ມັນເປັນຄວາມພາກພູມໃຈອັນນຶ່ງ, ເປັນລາງວັນທີ່ຕົນໄດ້ຮັບຈາກຄວາມພະຍາຍາມ, ໂດຍລາວກ່າວວ່າ:

“ຝຶກໜັກມາເປັນປີ ມາເຖິງຈຸດນີ້ໄດ້ກະຖືວ່າຄຸ້ມຄ່າ ຄືວ່າງານຕໍາຫຼວດມັນກະເປັນງານທີ່ວ່າເປັນກຽດ ເປັນງານທີ່ວ່າມີກຽດ ຄືວ່າທຸກມື້ນີ້ເຮົາໃສ່ຊຸດຕໍາຫຼວດຍ່າງໄປໃສນິ ຄົນກະຍ່າງເຂົ້າມາຫາເຮົາວ່າ ຂອບໃຈ ຂອບໃຈທີ່ວ່າ Thank you for your service, ກະຖືວ່າມາໄກເຕີບ ຄັນກັບໄປຄືນກັບມື້ແລກທີ່ມາຢຽບອາເມຣິກາເນາະ ຈາກທີ່ບໍ່ເປັນພາສາຫຍັງເລີຍ ຂຽນບໍ່ໄດ້ ເວົ້າບໍ່ໄດ້ ແຕ່ໄດ້ມາເປັນເຈົ້າໜ້າທີ່ຢູ່ໃນອາເມຣິກາ ກະຖືວ່າເປັນຄວາມສໍາເລັດທີ່ວ່າຍິ່ງໃຫຍ່ ກະພູມໃຈໃນໂຕເອງທີ່ວ່າສາມາດມາເຖິງຈຸດນີ້ໄດ້.”

ລາວຍັງກ່າວອີກວ່າ ນອກຈາກຄວາມພາກພູມໃຈທີ່ຕົນເອງໄດ້ຮັບຈາກອາຊີບດັ່ງກ່າວນີ້ແລ້ວ ຕົນເອງຍັງພາກພູມໃຈທີ່ຕົນໄດ້ຕອບແທນສັງຄົມ, ຕອບແທນຜືນແຜ່ນດິນແຫ່ງນີ້ ແລະ ດີໃຈທີ່ໄດ້ຮັບໃຊ້ປະຊາຊົນ, ເຊິ່ງລາວກ່າວໃຫ້ຟັງດັ່ງນີ້:

“ຄືວ່າອາຊີບຕໍາຫຼວດນີ້ ກະຖືວ່າເປັນອາຊີບທີ່ເຮົາເສຍສະຫຼະ ເຮົາຊ່ວຍຜູ້ຄົນ ເປັນອາຊີບທີ່ອັນຕະລາຍຢ່າງນຶ່ງ ເພື່ອທີ່ວ່າເຮົາຈະປົກປ້ອງຄົນອື່ນຈັງຊີ້ນະ ແຕ່ວ່າເຮົາກະຍອມຮັບໃນໂຕນີ້ ແຕ່ວ່າເຮົາກະພູມໃຈທີ່ເຮົາຮູ້ວ່າໄດ້ຊ່ວຍເຫຼືອຄົນ ບໍ່ວ່າຈະເປັນຄົນອາເມຣິກາ ບໍ່ວ່າຈະເປັນຄົນຊາດໃດ ຖືວ່າເຮົາໄດ້ທໍາໃນສິ່ງທີ່ເຮົາຢາກເຮັດ ເຮົາໄດ້ຊ່ວຍຊີວິດຄົນ ເຮົາກະພູມໃຈລະ.”

ແນວໃດກໍຕາມ ການເຮັດວຽກ ຫຼື ອາຊີບໃດນຶ່ງ ແນ່ນອນຕ້ອງພົບກັບຄວາມກົດດັນຫຼາຍຢ່າງ ໂດຍສະເພາະອາຊີບຕໍາຫຼວດ ເພາະຈະເຫັນທັງເລື້ອງຄວາມຮຸນແຮງ ສິ່ງທີ່ສະເທືອນໃຈ ເຊິ່ງມັນອາດສ້າງຄວາມກົດດັນໃຫ້ຕົນເອງໄດ້, ແຕ່ຕ້ອມ ກໍມີວິທີທາງຮັບມືກັບສິ່ງດັ່ງກ່າວ ດ້ວຍການພັກຜ່ອນ, ອອກກໍາລັງກາຍ ແລະຮັບປະທານອາຫານທີ່ດີຕໍ່ສຸຂະພາບ, ເຊິ່ງລາວກ່າວວ່າ:

“ອາຊີບຕໍາຫຼວດນີ້ບາງທີ ບາງມື້ມັນກະງ່າຍເນາະ ບາງມື້ມັນກະຍາກ ເພາະວ່າແຕ່ລະມື້ນີ້ເຮົາກະບໍ່ຮູ້ວ່າເຮົາຊິປະເຊີນກັບບັນຫາຫຍັງ ເຮົາຕ້ອງໄດ້ມີສະຕິຢູ່ຕະຫຼອດເວລາເນາະ ເຮົາເຫັນໃນສິ່ງທີ່ວ່າຄົນທໍາມະດາບໍ່ເຫັນຫັ້ນນະ ມັນອາດຈະເຮັດໃຫ້ເຮົາມີຄວາມຄຽດ ແຕ່ວ່າ ການທີ່ເຮົາຈະຄວບຄຸມຄວາມຄຽດຂອງເຮົານີ້ກະຄື ເວລາທີ່ເຮົາພັກຜ່ອນນີ້ ເຮົາຕ້ອງນອນໃຫ້ເຕັມອິ່ມ ອາຫານການກິນນີ້ເຮົາຕ້ອງໄດ້ກິນອາຫານທີ່ມັນມີປະໂຫຍດ ສິ່ງທີ່ສໍາຄັນທີ່ສຸດເລີຍນີ້ກະແມ່ນການອອກກໍາລັງກາຍ ເຮົານີ້ກະອອກກໍາລັງກາຍປະມານ 5 ມື້ຕໍ່ອາທິດ, ມື້ນຶ່ກະປະມານຊົ່ວໂມງເຄິ່ງ.”

ທ້າວຕ້ອມ ແລະຍາດພີ່ນ້ອງ ໃນມື້ຈົບຫຼັກສູດການຮຽນກ່ຽວກັບຕໍາຫຼວດ.
ທ້າວຕ້ອມ ແລະຍາດພີ່ນ້ອງ ໃນມື້ຈົບຫຼັກສູດການຮຽນກ່ຽວກັບຕໍາຫຼວດ.

ຕ້ອມຍັງກ່າວໃຫ້ຟັງອີກວ່າ ປັດຈຸບັນລາວກໍາລັງຮຽນຮູ້ ແລະເກັບກ່ຽວປະສົບການຈາກວຽກທີ່ລາວເຮັດຢູ່, ເຊິ່ງຕໍ່ໄປໃນອະນາຄົດ ລາວຍັງຕ້ອງການຍົກລະດັບຄວາມຮູ້ ຄວາມສາມາດຂຶ້ນຕື່ມ ເພື່ອໃຫ້ມີໜ້າທີ່ຕໍາແໜ່ງທີ່ສູງຂຶ້ນ ແຕ່ຈະຍັງຄົງຢູ່ໃນວຽກງານກ່ຽວກັບຕໍາຫຼວດນີ້ຕໍ່ໄປ.

XS
SM
MD
LG