ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຖ່າຍຮູບບັງກລາແດັສທີ່ມີຊື່ສຽງ ຖືກກັກຂັງ ໃນການເຜີຍແຜ່ຮູບການປະທ້ວງ


ພວກນັກຮຽນພາກັນຮ້ອງໂຮ ໃນຂະນະທີ່ເຂົ້າຮ່ວມປະທ້ວງ ການສັນຈອນ ທີ່ເຮັດໃຫ້ນັກຮຽນສອງຄົນເສຍຊີວິດ ໃນເມືອງ ດັກກາ ປະເທດອິນເດຍ ວັນທີ 5 ສິງຫາ 2018.
ພວກນັກຮຽນພາກັນຮ້ອງໂຮ ໃນຂະນະທີ່ເຂົ້າຮ່ວມປະທ້ວງ ການສັນຈອນ ທີ່ເຮັດໃຫ້ນັກຮຽນສອງຄົນເສຍຊີວິດ ໃນເມືອງ ດັກກາ ປະເທດອິນເດຍ ວັນທີ 5 ສິງຫາ 2018.

ຕຳຫຼວດ​ບັງ​ກລາ​ແດັສກ່າວ​ໃນ​ໃນວັນ​ຈັນ​ມື້​ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ທ້າວ​ຊາ​ຮີ​ດູ​ນລ ອາ​ລຳ
ນັກ​ຖ່າຍຮູບ​ທີ່ມີຊື່ສຽງ ທີ່​ລາວ​ໄດ້​ເຜີຍ​ແຜ່​ຢູ່​ໜ້າ​ເຟສບຸກ ​ແລະ​ຖະ​ແຫຼ​ງການ​ຢູ່​ແຫຼ່ງສື່​ຂ່າວອື່ນໆກ່ຽວ​ກັບ​ການ​ປະ​ທ້ວງ​ຂອງ​ພວກ​ນັກຮຽນ​ໃນ​ນະຄອນຫຼວງ​ດັກ​ກາ ຮຽກຮ້ອງ​
ໃຫ້​ມີ​ການ​ບັງ​ຂັບ​ກົດໝາຍ​ຈາລະ​ຈອນ​ທີ່ມີ​ຄວາມ​ປອດ​ໄພ ​ແລະ​ປ້ອງ​ກັນ​ຄົນ​ຂ້າມ​ທາງ
ເພີ້​ມຂຶ້ນ ​ຢູ່​ໃກ້​ໆກັບໂຮງຮຽນ​ຕ່າງໆ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ ທ່ານ​ມົສຊິ​ອູ ຣາຣມານ ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງ (AFP) ວ່າ
ທ້າວ​ອາ​ລໍາ​ໄດ້​ຖືກ​ນຳ​ໂຕ​ໄປ​ປ້ອມ​ຕຳຫຼວດ​ໃນ​ຕອນ​ເຊົ້າ​ວັນ​ຈັນມື້ນີ້ ​ແລະ​ໄດ້​ຖືກ​ສອບ​
ຖາມ​ໃນ​ຖານ “​ໃຫ້​ຂໍ້​ມູນ​ຜິດພາດ​ແກ່​ອົງການຂ່າວ​ຕ່າງໆ ​ທັງ​ມີ​ຄຳ​ເວົ້າ​ທີ່​ກໍ່ກວນ.” ທ່ານ
ຣາຣມານ ກ່າວ​ວ່າ ການ​ປະຕິບັດ​ດ້ານ​ກົດໝາຍ​ຈະຖືກດຳ​ເນີນ ຕ້ານ​ນັກ​ຖ່າຍຮູບຄົນນີ້.

ຕຳຫຼວດ​ນອກ​ເຄື່ອງ​ແບບ 30 ຄົນ ​ໄດ້​ນຳ​ໂຕ​ທ້າວ​ອາ​ລໍາ ຈາກ​ເຮືອນ​ຂອງ​ລາວ​ໃນ​ຕອນ
​ແລງ​ວັນ​ອາທິດວານ​ນີ້ໄປ.

ພວກ​ນັກຮຽນ​ປະ​ທ້ວງ​ຍັງ​ປະ​ທະ​ກັບ​ຕຳຫຼວດ​ໃນ​ວັນ​ອາທິດ​ວານ​ນີ້ ​ເປັນ​ມື້​ທີ່​ແປດ​ຂອງ​
ການ​ປະ​ທ້ວງ ​ພ້ອມກັບ​ຄຳ​ຮຽກຮ້ອງ​ຂອງ​ເຂົາ​ເຈົ້າ​ໃຫ້​ປັບປຸງ​ກົດໝາຍ​ຈາລະ​ຈອນ​ໃຫ້​ດີ​
ຂຶ້ນ ​ແລະ​ປ້ອງ​ກັນ​ພວກຄົນ​ຂ້າມ​ທາງ.

​ໃນ​ຕອນ​ແລງ​ວັນ​ເສົາທີ່​ຜ່ານ​ມາ ລົດ​ຄັນ​ນຶ່ງ​ທີ່​ນຳພາ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ
ປະຈຳ​ບັງ​ກລາ​ແດັສ ທ່ານ​ນາງ​ມາຣ​ເຊຍ ​ເບີ​ນິ​ແຄັດ ​ໄດ້​ຖືກໂຈມ​ຕີ​ໂດຍ​ພວກ​ຜູ້​ຊາຍ​ຕິດອາວຸດກຸ່ມ​ນຶ່ງ​ ​ແຕ່​ບໍ່​ມີໃຜ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດການ​ດັ່ງກ່າວ.

ຕຳຫຼວດ​ໄດ້​ໃຊ້​ແກັສນໍ້າຕາ ​ແລະ​ໄມ້ຄ້ອນ​ເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງ ​ໃນຂະນະ​ທີ່​ພວກ
​ປະ​ທ້ວງ​ພາກັນແກວ່ງ​ກ້ອນ​ຫີນ​ໃສ່.

ພວກນັກຮຽນຫຼາຍພັນຄົນເຂົ້າຮ່ວມປະທ້ວງ ກ່ຽວກັບອຸບັດເຫດການສັນຈອນ ທີ່ເຮັດໃຫ້ເດັກນ້ອຍ ຜູ້ຊາຍ ແລະເດັກນ້ອຍແມ່ຍິງ ເສຍຊີວິດ ຢູ່ເມືອງກັກກາ ປະເທດບັງກລາແດັສ ວັນທີ 5 ສິງຫາ 2018.
ພວກນັກຮຽນຫຼາຍພັນຄົນເຂົ້າຮ່ວມປະທ້ວງ ກ່ຽວກັບອຸບັດເຫດການສັນຈອນ ທີ່ເຮັດໃຫ້ເດັກນ້ອຍ ຜູ້ຊາຍ ແລະເດັກນ້ອຍແມ່ຍິງ ເສຍຊີວິດ ຢູ່ເມືອງກັກກາ ປະເທດບັງກລາແດັສ ວັນທີ 5 ສິງຫາ 2018.

ພວກ​ເຫັນ​ເຫດການ​ກ່າວ​ວ່າ​ຕຳຫຼວດ​ ໄດ້​ຍິງ​ລູກປືນ​ຢາງ​ໃ​ສ່ພວກນັກຮຽນ​ປະ​ທ້ວງ ​ແຕ່
​ຕຳຫຼວດ​ໄດ້​ປະຕິ​ເສດວ່າບໍ່ໄດ້ໃຊ້​ລູກປືນ​ຢາງ.​

ທ່ານ​ກ່າວ​ວ່າ ທ້າວອັ​ຟດັສ ຊັບ​ເບຣ ທ່ານໝໍ​ປະ​ຈຳຫ້ອງ​ສຸກ​ເສີນ ກ່າວ​ຕໍ່​ອົງການ​ຂ່າວ
​ຝຣັ່ງ (AFP) ວ່່າ ​ໂຮງໝໍ​ຂອງ​ທ່ານ​ໄດ້​ປິ່ນປົວ​ນັກຮຽນຫຼາຍກວ່າ 115 ຄົນ​ໃນວັນ​ເສົາ
ວານ​ນີ້ ​ແລະເຂົາ​ເຈົ້າ​ຈຳນວນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລູກປືນ​ຢາງ. ນັກຮຽນ​ຈຳນວນ
​ນຶ່ງ “​ຕົກ​ຢູ່​ໃນ​ສະພາບ​ທີ່​ຮ້າຍ​ແຮງ.”

ອ່ານຂ່າວນີ້ເພີມເປັນພາສາອັງກິດ

XS
SM
MD
LG