ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮູບພາບດາວທຽມ ສະແດງໃຫ້ເຫັນວ່າ ລົດໄຟຂອງທ່ານກິມ ຈອດຢູ່ບ້ານຕາກອາກາດ ທີ່ເມືອງວອນຊານ


ທ່ານກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ
ທ່ານກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ

ຮູບພາບຈາກດາວທຽມສະແດງເຫັນວ່າ ລົດໄຟຊຶ່ງເຊື່ອກັນວ່າເປັນຂອງຜູ້ນຳເກົາຫຼີເໜືອ
ທ່ານກິມ ຈົງ ອຶນ ໄດ້ຈອດຢູ່ທີ່ບ້ານພັກຂອງທ່ານ ຢູ່ເມືອງຕາກອາກາດ ແຫ່ງນຶ່ງ ທາງພາກ
ຕາເວັນອອກຂອງປະເທດ ທ່າມກາງທີ່ມີຂ່າວລືກ່ຽວກັບສຸຂະ ພາບຂອງຜູ້ນຳເກົາຫຼີເໜືອ
ທ່ານນີ້.

ເວັບໄຊ 38 ນອທ ທີ່ຊ່ຽວຊານໃນການສຶກສາຄົ້ນຄວ້າກ່ຽວກັບເກົາຫຼິເໜືອ ໄດ້ ນຳອອກ
ເຜີຍແຜ່ບັນດາຮູບພາບໃນວັນເສົາແລ້ວ ໂດຍກ່າວວ່າ ລົດໄຟໄດ້ຈອດ ຢູ່ທີ່ສຖານີໃນ
ເມືອງວອນຊານທີ່ສະຫງວນໄວ້ໃຫ້ຄອບຄົວຂອງທ່ານກິມໃນວັນ ທີ 21 ແລະ 23 ເມສາ.

ເຖິງຢ່າງໃດກໍດີ ເວັບໄຊ ກ່າວວ່າ ການປາກົດໂຕຂອງລົດໄຟ “ບໍ່ໄດ້ພິສູດໃຫ້ ເຫັນວ່າ ຜູ້
ນຳເກົາຫຼີເໜືອຢູ່່ໃສກັນແທ້ ຫຼືບອກໃຫ້ຮູ້ກ່ຽວກັບສຸຂະພາບຂອງທ່ານ”

ຂ່າວລືກ່ຽວກັບສຸຂະພາບຂອງທ່ານກິມ ໄດ້ມີຂຶ້ນ ຫຼັງຈາກທ່ານບໍ່ໄດ້ໄປຮ່ວມວັນຄ້າຍວັນ
ເກີດຄົບຮອບ 108 ປີໃຫ້ແກ່ປູ່ຂອງທ່ານ ທ່ານກິມ ອິນ ຊຸງຜູ້ກໍ່ຕັ້ງເກົາ ຫຼີເໜືອ ເມື່ອວັນທີ
15 ເມສາຜ່ານມາ.

ນັບແຕ່ນັ້ນມາປະເທດເພື່ອນບ້ານເກົາຫຼີໃຕ້ ບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ຂ່າວລືທີ່ວ່າ
ທ່ານກິມ ຈົງ ອຶນ ໄດ້ເຈັບປ່ວຍໜັກ.

ອ່ານຂ່າວນີ້ເພີ້ມເປນພາສາອັງກິດ

XS
SM
MD
LG