ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຸກ​ຕາ ພູ​ມີວົງ - “ພໍ່”


ອ. ຄໍາຫຼ້າ ໜໍ່ແກ້ວ ແລະ ຕຸກຕາ ພູມິວົງ
ອ. ຄໍາຫຼ້າ ໜໍ່ແກ້ວ ແລະ ຕຸກຕາ ພູມິວົງ
ສະບາຍດີແຟນລາຍການ​ທຸກຖ້ວນ​ໜ້າ​ ມາບິດ​ດຽວ​ກໍ​ຢ່າງ​ເຂົ້າ​
ເດືອນ​ມິຖຸນາ-ກາງ​ປີ​ແລ້ວ ຫວັງ​ວ່າ​ຄົງ​ເປັນ​ເຄິງ​ປີ​ທີ່​ປະສົບ​ຜົນ
​ສໍາ​ເລັດ​ຂອງ​ທ່ານ​ຜູ້​ຟັງ​ແລະ​ຂໍໃຫ້​ອີກເຄິງປີຂ້າງ​ໜ້ານີ້ ກໍ​ຍິ່ງ
ສົມ​ຫວັງພອກ​ພູນ ສົມ​ປະສົງ​ທຸກ​ປະການ​ ​ເນື່ອງ​ຈາກ​ວ່າ​ຄໍ່າ​ຄືນ
​ນີ້​ເປັນວັນ​ສະ​ເຫຼີມສະຫຼອງ​ວັນ​ພໍ່​ ຢູ່ໃນ​ສະຫະລັດ ວັນນະ​ສອນ​
ຈຶ່ງຂໍມອບ​ເພງ ພໍ່​ທີ່ ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ​ປະພັນ​ໄວ້​
ໃນ​ບົດ​ເພງ​ເພື່ອ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄຸນງາມຄວາມດີຂອງ
ບົດບາດແລະ​ໜ້າ​ທີ່​ຂອງ​ບິດາ​ທັງ​ໂລກຊຶ່ງ​ບຸນຄຸນ​ລົ້ນ​ເກົ້າ
​ເຫຼືອແຜ່ນດິນຂອງ​ພໍ່​ນີ້ ພວກ​ລູກໆ​ຄົງ​ອາດ​ທົດ​ແທນ ບໍ່​ໝົດ​ບໍ່​ສິ້ນ
​ນອກຈາກ​ຈະ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ສຸກ​ກາຍ​ສະ​ລາຍ​ໃຈ​ໃນຊ່ວງ​
ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ນີ້​ແຫຼະດີ​ ຊຶ່ງເພ​ງ ພໍ່ ໄດ້ສຽງ​ໄສໆ​ຂອງ
ຕຸກ​ຕາ ພູ​ມີວົງ ຂັບ​ຮ້ອງ ຍິ່ງ​ເຮັດ​ໃຫ້​ເພງ​ນີ້​ໜ້າ​ຟັງ​ຍິ່ງ​ຂຶ້ນ
​ຈຶ່ງ​ຂໍ​ມອບ​ໃຫ້​ບັນດາ​ພໍ່​ ທຸກ​ຖ້ວນ​ໜ້າ. ​
ລິງໂດຍກົງ


ເພງທີ່​ມີ​ຄວາມ​ໝາຍ​ກ່ຽວກັບ​ພໍ່​ອີກ​ຕື່ມ​ເພງ​ນຶ່ງ​ນີ້ ວັນນະ​ສອນ​ຂໍ​ຈັດ​ມອບ​ໃຫ້ ທ່ານ ນວນ​ຕາ ​
ແກ້ວມະນີ ພໍ່​ຂອງອະນຸສອນ ​ແກ້ວມະນີ ທີ່ໄດ້ຂຽນ​ email ເຂົ້າ​ມາ ຜ່ານ​ທາງຫົວໜ້າ​ຜະແນ​ກ
ຍາ​ເອື້ອຍ ດາຣາ ບັກ​ກໍາ​ ວັນນະສອນ ​ຂໍ​ຝາກ​ເພງ “A Song For Dad,” ທີ່ມີ​ທັງ​ເນື້ອ​ຮ້ອງ
​ແລະ​ທໍານອງ​ໜ້າ​ຟັງ​ທີ່​ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ​ໜຸ່ມ Keith Urban ອອກແນວ country rock
…​ໄປ​ຟັງ​ມ່ວນໆ​ນໍາ​ກັນເລີຍ​…
ລິງໂດຍກົງ


ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ທີ່​ມີ​ຄວາມ​ໝາ​ຍອີ​ກຕື່ມ​ເພງ​ນຶ່ງ ມອບ​ໃຫ້​ແກ່​ຕໍ່​ພໍ່ທຸກໆ​ທ່ານ​ເປັນ​ເພງ
​ຂອງແຊມ ອິນທະຣະພິທັກ ນັກ​ດົນຕີ ນັກ​ຮ້ອງ​ແລະ​ນັກ​ແຕ່ງ​ເພງຄົນ​ເກັ່ງ ຈາກ ສປປ ລາວ
ທີ່​ແຊມ ​ໄດ້​ແຕ່ງ​ເພງ​ນີ້​ແທນ​ຄວາ​ຮູ້ສຶກ​ຂອງ​ລາວ​ ເພື່ອ​ມອບ​ໃຫ້​ພໍ່ ຊຶ່ງປະຈຸ​ບັນ​ນີ້ ​ທັງ​ແຊມ​
ແລະ​ວັນນະ​ສອນ ​ເອງ​ກໍ​ບໍ່ມີ​ພໍ່​ໃຫ້ໂທ​ຫາ ​ຄອຍຄໍາ​ປຶກສາ​ແລະ​ສະ​ແດງ​ຄວາມ​ເຄົາລົບ
​ອີກ​ຕໍ່​ໄປ​ແລ້ວ ​ແລະ​ສິ່ງ​ທີ່​ວັນ​ນະ​ສອນ​ຈະ​ເຮັດ​ໄດ້​ກໍ​ຄື​ຕັ້ງໜ້າ​ກະທໍາ​ຄວາມ​ດີ​ຕໍ່​ໄປ ​
ເພື່ອ​ເປັນ​ລູູກທີ່​ດີ​ຂອງ​ພໍ່​ຕະຫຼອດ​ໄປ...​ຊຶ່ງ​ເພງ​ນີ້ ແຊມ ຂຽນ​ເປັນ​ພາສາ​ອັງກິດ ທີ່​ມີ​ຄວາມ​
ໝາຍວ່າ…ຄົງ​ຫຼົງ​ເຫຼືອ​ໄວ້​ແຕ່​ພຽງ​ຄວາມ​ຊົງ​ຈໍາ​ນັ້ນ…ທີ່ແປ​ຈາກ​ພາສາອັງກິດ ທີ່​ເປັນຊື່​
ຂອງ​ເພງ​ນີວ່າ All That Remains.
ລິງໂດຍກົງ
XS
SM
MD
LG