ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນ ໃນແຂວງຜົ້ງສາລີ ພາກັນ ຢຸດປູກເຂົ້ານາແຊງ ແລ້ວຫັນໄປ ປູກພືດ ຊະນິດອື່ນໆແທນ


ຊາວກະສິກອນລາວ ຫັນໄປປູກສາລີ ໃນລະດູແລ້ງ ເນື່ອງ
ຈາກສະພາວະແຫ້ງແລ້ງ ໄດ້ເຮັດໃຫ້ບໍ່ມີນ້ຳພຽງພໍ ສຳລັບ
ການປູກເຂົ້ານາແຊງ ແລະຕົ້ນທຶນການປູກທີ່ສູງເກີນໄປ.
ຊາວກະສິກອນລາວ ຫັນໄປປູກສາລີ ໃນລະດູແລ້ງ ເນື່ອງ ຈາກສະພາວະແຫ້ງແລ້ງ ໄດ້ເຮັດໃຫ້ບໍ່ມີນ້ຳພຽງພໍ ສຳລັບ ການປູກເຂົ້ານາແຊງ ແລະຕົ້ນທຶນການປູກທີ່ສູງເກີນໄປ.

ກະເສດຕະກອນໃນແຂວງຜົ້ງສາລີ ພາກັນຢຸດປູກເຂົ້ານາແຊງ ເພາະໄພແຫ້ງແລ້ງ
ແລະຕົ້ນທຶນທີ່ສູງເກີນໄປ ໂດຍພາກັນທັນໄປປູກພືດເສດຖະກິດ ຊະນິດອື່ນແທນ
ເພາະມີພໍ່ຄ້າຈີນ ຮັບຊື້ທັງໝົດ.

ທ່ານສຸກໄຊ ຈະເລີນສຸກ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະປ່າໄມ້ ແຂວງ
ຜົ້ງສາລີ ໃຫ້ການຢືນຢັນວ່າ ກະເສດຕະກອນພາຍໃນແຂວງຜົ້ງສາລີ ໄດ້ພາກັນໂຈະ
ການປູກເຂົ້ານາແຊງໃນລະດູການປີ 2018 ນີ້ ເປັນສ່ວນຫຼາຍ ເນື່ອງຈາກສະພາວະ
ແຫ້ງແລ້ງ ໄດ້ເຮັດໃຫ້ມີນ້ຳບໍ່ພຽງພໍ ສຳລັບການປູກເຂົ້ານາແຊງ ທັງຍັງມີຕົ້ນທຶນສູງຂຶ້ນ
ຈາກລາຄາປຸຍ ແລະນ້ຳມັນ ທີ່ປັບລາຄາສູງຂຶ້ນ ຢ່າງຕໍ່ເນື່ອງດ້ວຍ ດັ່ງນັ້ນ ຈຶ່ງເຮັດໃຫ້
ພວກເຂົາເຈົ້າແກ້ໄຂບັນຫາດັ່ງກ່າວ ດ້ວຍການພາກັນຫັນໄປປູກພືດຊະນິດອື່ນໆແທນ
ເຊັ່ນສາລີ ແລະຖົ່ວຊະນິດຕ່າງໆ ໂດຍມີພໍ່ຄ້າຈີນເຂົ້າມາເກັບຊື້ ຈາກກະເສດຕະກອນ
ດັ່ງທີ່ ທ່ານສຸກໄຊ ຢືນຢັນວ່າ:

“ສຳລັບການຜະລິດລະດູແລ້ງປີ 2018 ນີ້ ມາຮອດປັດຈຸບັນນີ້ ລ່ະແມ່ນຖືວ່າ ໄດ້
ເກັບກ່ຽວ ສຳເລັດແລ້ວ ຢູ່ໃນນີ້ ມັນມີສາລີ ມີໝາກຖົ່ວ ຖົ່ວນີ້ ກໍມີຖົ່ວເບີ ຖົ່ວເຫຼືອງ
ຖົ່ວຂຽວ ຖົ່ວລັນເຕົາ ຖົ່ວຈີນ ແລ້ວກະຖົ່ວຝັກຍາວ ນາແຊງງປີນີ້ໜິ ຕາມແຜນພວກ
ເຮົາວາງນີ້ ກໍມີຢູ່ ແຕ່ວ່າປະຕິບັດຕົວຈິງບໍ່ໄດ້ເນາະ ເພາະວ່າ ປະຊາຊົນສ່ວນຫຼາຍນີ້
ແມ່ນເຂົາເຈົ້າໄດ້ຫັນໄປປູກພືນລະດູແລ້ງນີ້ ຫຼາຍກວ່າ ເພາະວ່າ ມັນມີຜູ້ລົງທຶນແລ້ວ
ມາເກັບຊື້ເດ້ເນາະ ມີທັງຫົວໜ່ວຍທຸລະກິດ ທາງຝ່າຍຈີນມາເກັບຊື້.”

ຊາວນາລາວ ພາກັນປູກເຂົ້ານາແຊງ ໃນລະດູການປີ 2018.
ຊາວນາລາວ ພາກັນປູກເຂົ້ານາແຊງ ໃນລະດູການປີ 2018.

ທັງນີ້ຜົນຜະລິດໃນພາກກະສິກຳ ຄິດເປັນສັດສ່ວນ 53 ເປີເຊັນ ຂອງຍອດຜະລິດຕະພັນ
ພາຍໃນ ຫຼື (GDP) ຂອງແຂວງຜົ້ງສາລີ ຊຶ່ງມີມູນຄ່າລວມ 162 ລ້ານໂດລາ ຫຼືຖົວສະ
ເລ່ຍເປັນລາຍໄດ້ ຂອງປະຊາຊົນໃນແຂວງຜົ້ງສາລີ ໄດ້ທີ່ລະດັບ 910 ໂດລາ ຕໍ່ຄົນໃນປີ
2017 ແລະຄາດວ່າ ຈະເພີ້ມຂຶ້ນເປັນ 970 ໂດລາ ຕໍ່ຄົນໃນປີ 2018 ຖ້າຫາກເສດຖະກິດ
ຂະຫຍາຍຕົວເພີ້ມຂຶ້ນຕາມແຜນການ ທີ່ວາງໄວ້ໃນອັດຕາສະເລ່ຍ 7 ເປີເຊັນ ຫາກແຕ່ວ່າ
ການປູກເຂົ້ານາແຊງລົດລົງດັ່ງກ່າວ ກໍເຮັດໃຫ້ຄາດໝາຍວ່າ ປະຊາຊົນໃນແຂວງຜົ້ງສາລີ
ຈະມີຜົນຜະລິດເຂົ້າບໍ່ພໍກິນເປັນເວລາເຖິງ 4 ເດືອນ ໃນຕະຫຼອດປີ 2018 ນີ້ ຊຶ່ງກໍເຮັດ
ໃຫ້ຈະຕ້ອງຊື້ເຂົ້າຈາກຕ່າງແຂວງ ມາຕອບສະໜອງ ໃຫ້ພຽງພໍກັບຄວາມຕ້ອງການ ໃນ
ປະລິມານລວມ ບໍ່ຕ່ຳກວ່າ 24,000 ໂຕນ ນັ້ນເອງ.

ໂດຍສຳລັບໃນປີ 2018 ນີ້ ລັດຖະບານລາວ ໄດ້ວາງແຜນການ ຈະຊຸກຍູ້ການຜະລິດ
ເຂົ້າໃຫ້ໄດ້ 4 ລ້ານ 2 ແສນ 2 ໝື່ນໂຕນ ດ້ວຍການຂະຫຍາຍເນື້ອທີ່ປູກເຂົ້າໃຫ້ກວ້າງ
ກວ່າ 1 ລ້ານເຮັກຕາ ແລະມີສະມັດຖະພາບ ສະເລ່ຍ 4 ລ້ານ 2 ແສນໂຕນ ຕໍ່ເຮັກຕາ
ໃນທົ່ວປະເທດ ແບ່ງເປັນຜົນຜະລິດເຂົ້ານາແຊງ 475,600 ໂຕນ ເຂົ້ານາປີ 3,553,000
ໂຕນ ແລະເຂົ້າໄຮ່ 200,000 ໂຕນ.

ທາງດ້ານທ່ານພວງປະລິສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ
ປ່າໄມ້ ຢືນຢັນວ່າ ລັດຖະບານລາວ ໄດ້ວາງແຜນຊຸກຍູ້ການຜະລິດໃນພາກກະສິກຳ
ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 2.8 ເປິເຊັນ ໃນປີ 2018 ທຽບໃສ່ປີ 2017
ໂດຍຈະເຮັດໃຫ້ຜົນຜະລິດໃນພາກກະສິກຳ ມີສັດສ່ວນຄິດເປັນ 15.73 ເປີເຊັນ ຂອງ
ມູນຄ່າ GDP ທັງໝົດຂອງລາວ ໃນປີ 2018 ນີ້ ເພື່ອຮັບປະກັນ ຄວາມໝັ້ນຄົງດ້ານ
ສະບຽງອາຫານ ໃຫ້ໄດ້ຢ່າງແທ້ຈິງ.

ແຕ່ຢ່າງໃດກໍຕາມ ການຜະລິດໃນດ້ານກະສິກຳຂອງລາວ ໃນປີ 2017 ທີ່ຜ່ານມາ ກໍສາ
ມາດຈັດຕັ້ງປະຕິບັດ ໄດ້ຕ່ຳກວ່າແຜນການ ທີ່ວາງໄວ້ ໂດຍສະເພາະ ກໍແມ່ນການຜະລິດ
ເຂົ້າໄດ້ຕ່ຳກວ່າເປົ້າໝາຍ ທີ່ວາງໄວ້ເຖິງ 300,000 ໂຕນ ເພາະຜົນກະທົບ ຈາກໄພນ້ຳ
ຖ້ວມ ແລະໄພແຫ້ງແລ້ງ ໃນປີດຽວກັນ ຊຶ່ງເຮັດໃຫ້ການຜະລິດ ດ້ານສະບຽງອາຫານ
ສາມາດຈັດຕັ້ງປະຕິບັດໄດ້ 85 ເປີເຊັນ ຂອງແຜນການປີ.

ທັງນີ້ ອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ລະບຸວ່າ ພາຍຸ
ເຊິ່ນກາ ເຮັດໃຫ້ເນື້ອທີ່ນາຂອງກະເສດຕະກອນລາວ ເສຍຫາຍໄປຫຼາຍກວ່າ 37,800
ເຮັກຕາ ແລະການປູກເຂົ້າທີ່ຢູ່ນອກເຂດຊົນລະປະທານ ກໍມີຄວາມສ່ຽງສູງ ຕໍ່ການປ່ຽນ
ແປງຂອງສະພາບດິນຟ້າອາກາດ ທັງໄພແຫ້ງແລ້ງ ແລະໄພນ້ຳຖ້ວມ ຈະເຫັນໄດ້ຈາກປີ
2017 ກະເສດຕະກອນລາວປູກເຂົ້ານາແຊງໄດ້ ໃນເນື້ອທີ່ 97,700 ເຮັກຕາ ຄິດເປັນ 75
ເປີເຊັນ ຂອງແຜນການ ແລະໃນຫຼາຍພື້ນທີ່ ກໍຈັດຕັ້ງປະຕິບັດໄດ້ພຽງ 35 ເປີເຊັນ ຂອງ
ແຜນການເທົ່ານັ້ນ ໂດຍມີສາເຫດມາຈາກໄພທຳມະຊາດ ແລະການມີລະບົບຄອງຊົນລະ
ປະທານ ຢ່າງຈຳກັດດັ່ງກ່າວ.

XS
SM
MD
LG