ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບໍລິການໂທລະສັບ ຢູ່ໃນທັອງກາ ໄດ້ຮັບການຟື້ນຟູບາງສ່ວນແລ້ວ ຫຼັງຈາກການປະທຸຂອງພູໄຟ​ໄຕ້ທະເລ


ແຟ້ມຮູບ-ຮູບທີ່ຖ່າຍທາງດາວທຽມນີ້ ມອບໃຫ້ໂດຍ ມາຊາ ເທັກໂນໂລຈີ ສະແດງໃຫ້ເຫັນພາບລວມຂອງພູໄຟ ຮັນກາ ທັອງກາ ຮັນກາ ຮ່າ'ອະໄປ ໃນປະເທດທັອງກາ, ວັນທີ 6 ມັງກອນ 2022, ກ່ອນການປະທຸໃຫຍ່ຂອງພູໄຟໄຕ້ທະເລ.
ແຟ້ມຮູບ-ຮູບທີ່ຖ່າຍທາງດາວທຽມນີ້ ມອບໃຫ້ໂດຍ ມາຊາ ເທັກໂນໂລຈີ ສະແດງໃຫ້ເຫັນພາບລວມຂອງພູໄຟ ຮັນກາ ທັອງກາ ຮັນກາ ຮ່າ'ອະໄປ ໃນປະເທດທັອງກາ, ວັນທີ 6 ມັງກອນ 2022, ກ່ອນການປະທຸໃຫຍ່ຂອງພູໄຟໄຕ້ທະເລ.

ການບໍລິການໂທລະສັບລະຫວ່າງທັອງກາ ແລະບັນດາປະເທດຕ່າງໆ ໄດ້ຮັບການຟື້ນຟູແລ້ວບາງສ່ວນ ໃນມື້ວັນພຸດວານນີ້, ອີງຕາມລາຍງານຈາກຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບມືຖື ດີຈີເຊລ, ແຕ່ ບໍລິສັດທີ່ໃຫ້ບໍລິການສາຍໂທລະສັບກ່າວວ່າ ການເຊື່ອມຕໍ່ທາງອິນເຕີເນັດຢ່າງສົມບູນນັ້ນ ອາດຈະໃຊ້ເວລາຢ່າງໜ້ອຍນຶ່ງເດືອນ.

ການສື່ສານກັບປະເທດໝູ່ເກາະທີ່ມີປະຊາກອນປະມານ 100,000 ຄົນ ໄດ້ຖືກຕັດຂາດ ໃນມື້ວັນເສົາທີ່ຜ່ານມາ ເມື່ອພູໄຟໃຕ້ນໍ້າໄດ້ລະເບີດຂຶ້ນ, ເຊິ່ງເປີດເຜີຍໃຫ້ເຫັນ ໃນສິ່ງທີ່ສະຖາບັນວິໄຈກ່ຽວກັບນໍ້າ ແລະບັນຍາກາດແຫ່ງຊາດຂອງປະ ເທດນິວຊີແລນກ່າວວ່າ ມັນເປັນຍ້ອນການກະທົບຈາກຄື້ນຟອງຄວາມກົດດັນ ທີ່ຮຸນແຮງໄວກວ່າສຽງ ເຊິ່ງປາ​ກົດ​ວ່າ​ໄດ້​ຕັດສາຍໂທລະສັບໃຕ້ທະເລ ທີ່ເຊື່ອມຕໍ່ລະຫວ່າງທັອງກາ ແລະປະເທດອື່ນໆໃນທົ່ວໂລກ.

ໃນຂະນະທີ່ບໍລະສັດດີຈີເຊລ ໄດ້ປະກາດວ່າ “ການບໍລິການໂທລະສັບລະຫວ່າງປະເທດໄດ້ກັບມາແລ້ວ,” ປະທານບໍລິສັດ ທັອງກາ ເຄໂບລ ຈໍາກັດ ທ່ານຊາມູເອລາ ໂຟນົວ (Samiuela Fonua) ກ່າວວ່າ ການບໍລິການເຄືອຂ່າຍຈະບໍ່ສົມບູນເທື່ອ ຈົນກວ່າສາຍໂທລະສັບທີ່ຢູ່ໃຕທະເລນັ້ນຈະໄດ້ຮັບການສ້ອມແປງ.

ທ່ານ ໂຟນົວ ກ່າວວ່າ ກໍາປັ່ນສ້ອມແປງຈະອອກຈາກພອດມໍເຣສບີ, ເຊິ່ງເປັນນະຄອນຫຼວງຂອງປະເທດປາປົວນິວກີນີ ພາຍໃນທ້າຍອາທິດນີ້. ທ່ານໂຟນົວ ໄດ້ເຕືອນບໍລິສັດຕ່າງໆ ແລະບັນດາຜູ້ໄດ້ຮັບຜົນກະທົບວ່າຈະ “ໂຊກດີ” ຖ້າຫາກການສ້ອມແປງນັ້ນ ສໍາເລັດພາຍໃນນຶ່ງເດືອນ, ສັງເກດວ່າ ມັນຈະໃຊ້ເວລາເຖິງ 9 ມື້ໃນການແລ່ນກໍາປັ່ນມາປະເທດຊາມົວ ສໍາລັບອຸປະກອນກ່ອນການອອກເດີນທາງທີ່ບໍ່ແນ່ນອນ ໄປຫາຂົງເຂດທີ່ມີການປະທຸຂອງພູໄຟດັ່ງກ່າວນັ້ນ.

ທ່ານຍັງໄດ້ກ່າວອີກວ່າ ມັນຍັງບໍ່ເປັນທີ່ແນ່ນອນວ່າເມື່ອໃດທີ່ກໍາປັ່ນສ້ອມແປງຈະສາມາດສ່ຽງເຂົ້າໄປໃກ້ບໍລິເວນພູໄຟໃຕ້ທະເລ ເພື່ອເລີ້ມປະຕິບັດການທີ່ປອດໄພໄດ້.

ລັດຖະບານຂອງທັອງກາ ແລະບໍລິສັດການສື່ສານ ບໍ່ໄດ້ໃຫ້ຄວາມຄິດເຫັນໃດໆກ່ຽວກັບສະຖານະການຂອງການສື່ສານພາຍໃນປະເທດທັນທີ.

ທາງເຈົ້າໜ້າທີ່ກ່າວວ່າ ການລະເບີດຂອງພູໄຟ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງ
ໜ້ອຍ 3 ຄົນ, ແລະເຮັດໃຫ້ນໍ້າດື່ມພາຍໃນປະເທດເຕັມໄປດ້ວຍການປົນເປື້ອນກັບຂີ້ເຖົ່າ ຈາກການລະເບີດຂອງພູໄຟດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG