ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ນົມ​ເປັນ ປະ​ຕິ​ເສດ ​ການ​ລົງ​ໂທດ​ ຂອງ​ສະ​ຫະ​ລັດ ຕໍ່​ນາຍ​ທະ​ຫານເຮືອ​ກຳ​ປູ​ເຈຍ 2 ຄົນ


ພວກ​ທະ​ຫານ​ເຮືອ​ຂອງ​ກຳປູ​ເຈຍ ​ພວມຢືນ​ຢູ່​ເທິງ​ເຮືອ​ລາດ​ຕະ​ເວນ ທີ່​ຖານ​ທັບ​ເຮືອ​ຮຽມ ​ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019.
ພວກ​ທະ​ຫານ​ເຮືອ​ຂອງ​ກຳປູ​ເຈຍ ​ພວມຢືນ​ຢູ່​ເທິງ​ເຮືອ​ລາດ​ຕະ​ເວນ ທີ່​ຖານ​ທັບ​ເຮືອ​ຮຽມ ​ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019.

ສະ​ຫະ​ລັດ​ໄດ້​ປະ​ກາດ​ລົງ​ໂທດ​ ຕໍ່​ນາຍ​ທະ​ຫານ​ຊັ້ນ​ສູງ​ຂອງ​ກຳ​ປູ​ເຈຍສອງ​ຄົນ​ໃນອາ​ທິດ​ແລ້ວນີ້ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ພາ​ຍຸ​ ໃນ​ການ​ປະ​ນາມ​ຢ່າງ​ຮຸນ​ແຮງ​ແລະ​ເພີ້ມທະ​ຄວາມ​ເຄັ່ງ​ຕຶງ​ ທີ່​ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ຖານທັບ​ເຮືອ​ຍຸດ​ທະ​ສາດ ​ຣຽມ.

ໃນ​ຖະ​ແຫຼງ​ການ ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ສະ​ຫະ​ລັດ​ໄດ້​ອ້າງ​ເຖິງ​ການ​ຄໍ​ຣັບ​ຊັ່ນ​ທີ່​ພົວ​ພັນ​ກັບ​ຖານ​ທັບ​ເຮືອ​ຍຸດ​ທ​ສາດ ຊຶ່ງ​ໄດ້​ກາຍ​ເປັນ​ຈຸດ​ເດືອດ​ທາງ​ດ້ານ​ພູ​ມີ​ສາດ​ການ​ເມືອງ ​ລະ​ຫວ່າງ​ປະ​ເທດ​ມະ​ຫ​າ​ອຳ​ນາດ ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ມີ​ຄວາມ​ເປັນ​ຫ່ວງ ​ຢ້ານ​ວ່າ​ມັນ​ຈະ​ກາຍ​ເປັນ​ຖານ​ທັບ​ຂອງ​ຈີນ ທີ່​ຕັ້ງ​ຢູ່​ໃນ​ເຂດ​ປາກ​ອ່າວ​ໄທ.

ໃນ​ວັນ​ທີ 10 ພະ​ຈິກ​ຜ່ານ​ມານີ້ ກະ​ຊວງ​ການ​ເງິນ ແລະ​ກະ​ຊວງ​ຕ່າງ​ປະ​ເທດ​ສະຫະ​ລັດ ໄດ້​ປະ​ກາດ​ການ​ລົງ​ໂທດ​ຕໍ່​ນາຍ​ພົນ​ຈາວ ພິ​ຣຸນ (Chau Phirun) ຜູ້​ອຳນວຍ​ການ ພະ​ແນກ​ບໍ​ລິ​ການ​ອຸບ​ປະ​ກອນ​ແລະ​ເຕັກ​ນິກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະເທດ​ກຳ​ປູ​ເຈຍແລະ​ພົນ​ເຮືອ​ເອກ​ເທຍ ວິນ (Tea Vinh) ຜູ້​ບັນ​ຊາ​ການກອງ​ທັບເຮືອ​ຂອງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຊຶ່ງ​ເປັນ​ນ້ອງ​ຊາຍ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ເທຍ ບັນ (Tea Banh.)

ທະ​ຫານ​ເຮືອ​ຢືນ​ລົມ​ກັນ ​ຢູ່​ໃກ້ໆ​ເຮືອ​ລາດ​ຕະ​ເວນ ທີ່​ຖານ​ທັບ​ເຮືອ​ຍຸດ​ທະ​ສາດ ຣຽມ ຂອງ​ກຳ​ປູ​ເຈຍ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019.
ທະ​ຫານ​ເຮືອ​ຢືນ​ລົມ​ກັນ ​ຢູ່​ໃກ້ໆ​ເຮືອ​ລາດ​ຕະ​ເວນ ທີ່​ຖານ​ທັບ​ເຮືອ​ຍຸດ​ທະ​ສາດ ຣຽມ ຂອງ​ກຳ​ປູ​ເຈຍ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2019.

ການ​ລົງ​ໂທດ​ດັ່ງ​ກ່າວ ແມ່ນ​ໄດ້​ຫ້າມ​ບໍ່​ໃຫ້​ບຸກ​ຄົນ​ທັງ​ສອງ​ແລະ​ຄອບ​ຄົວ​ຂອງ​ເຂົາເຈົ້າ​ເດີນ​ທາງ​ໄປ​ສະ​ຫະ​ລັດ ແລະ​ກັກ​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າ​ ທີມີ​ຢູ່​ໃນ​ປະ​ເທດສະ​ຫະ​ລັດ ຮວມ​ທັງ​ຊັບ​ສິນ​ໃດໆ​ກໍ​ຕາມ​ທີ່​ພວກ​ເຂົາ​ເຈົ້າ​ຖື​ຮຸ້ນ​ສ່ວນ​ໃຫຍ່​ຢູ່ນັ້ນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດກ່າ​ວວ່າ ທ່ານ​ຈາວ ພິ​ຣຸນ ແລະ ເທັຍ​ ວິນ ແມ່ນ​ພົວ​ພັນ​ນຳ​ການ​ຄໍ​ຣັບ​ຊັ່ນ ທີ່​ບ່ອນ​ທຳ​ລາຍ​ຕໍ່​ການ​ປົກ​ຄອງ​ ດ້ວຍ​ຕົວ​ບົດ​ກົດ​ໝາຍ ແລະ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ສະ​ຖາ​ບັນ​ຕ່າງໆ. ການ​ລົງ​ໂທດຍັງ​ໄດ້​ກ່າ​ວ​ເປັນ​ການ​ສະ​ເພາະ​ວ່າ ທ່ານ​ຈາວ ພິ​ຣຸນ​ ໄດ້​ຮັບ​ຜົນ​ປະ​ໂຫຍດ ເປັນການ​ສ່ນ​ຕົວ​ຈາກ​ການ​ປັບ​ປຸງ​ກໍ່​ສ້າງ​ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດທີ່​ຖານ​ທັບ​ເຮືອ ຣຽມ ໃນ​ປີ 2020 ແລະ 2021 ແລະ​ໄດ້​ອ້າງວ່າ ຄ່າໃຊ້​ຈ່າຍທີ່​ພົວ​ພັນ​ກັບ​ການ​ກໍ່​ສ້າງ​ສູງກວ່າ​ຄວາມ​ເປັນ​ຈິງ.

ໂຄ​ສົກ ສະ​ຖານ​ທູດ​ສະ​ຫະ​ລັດ ທ່ານ​ແຊດ ໂຣ​ດີ​ເມຍ (Chad Roedemeier) ທີ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ໄດ້​ກ່າວ​ອ້າງ​ເຖິງ​ການ​ຄໍ​ຣັບ​ຊັ່ນ​ຢ່າງ​ເປັນ​ລະ​ບົບ ອົງການ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ເມື່ອ​ມີ​ການ​ຖາມ​ກ່ຽວກັບ​ການ​ເອົາ​ບາດ​ກ້າວ​ເພື່ອ​ລົງ​ໂທດ​ນາຍ​ພົນ​ທັງ​ສອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG