ຟັງລາຍງານ:
ປະທານາທິບໍດີອາຄີໂນ ໄດ້ກ່າວເປັນເທື່ອທໍາອິດເມື່ອວັນຈັນອາທິດແລ້ວນີ້ ຕໍ່ອົງການຂ່າວ
ຣອຍເຕີ ວ່າ ຟິລິບປິນອາດຈະຮ້ອງຂໍຄວາມຊ່ວຍເຫລືອ ຈາກເຮືອບິນສອດແນມທະຫານ
ຂອງສະຫະລັດ ໃຫ້ທໍາການລາດຕະເວນ ຢູ່ເທິງນ່ານຟ້າເຂດທະເລຈີນໃຕ້.
ແຕ່ທ່ານ Ramon Carandang ເລຂາຝ່າຍສື່ສານປະຈໍາປະທານາທີບໍດີໄດ້ເນັ້ນຍໍ້າຜ່ານ
ທາງທີວີ ທີ່ລັດເປັນຜູ້ຄວບຄຸມເມື່ອວັນອັງຄານຕໍ່ມາວ່າ ເວລານີ້ຍັງບໍ່ມີການຕັດສິນໃຈໃດໆ
ກ່ຽວກັບເລື່ອງນີ້ເທື່ອ ແລະວ່າຄວາມຮັບຜິດຊອບຂັ້ນຕົ້ນໃນການຕິດຕາມເບີ່ງນັ້ນ ແມ່ນຍັງ
ຕົກຢູ່ກັບລັດຖະບານຟິລິບປິນ. ທ່ານ ຄາຣັນດັງກ່າວວ່າ:
“ຂ້າພະເຈົ້າຂໍເວົ້າຕື່ມນໍາອີກວ່າ ຖ້າຫາກວ່າມັນເກີດຂຶ້ນແທ້ໆແລ້ວ ມັນກໍເປັນການ
ບິນປະຕິບັດການສອດແນວຫຼາຍກວ່າ ບໍ່ແມ່ນການປະຕິບັດການທີ່ເກາະຜິດຄິດ
ຮ້າຍກັນ. ທີ່ມີເປົ້າໝາຍພຽງແຕ່ເພື່ອຄວບຄຸມສັງເກດການເບິ່ງດິນແດນຂອງພວກ
ເຮົາເທົ່ານັ້ນ. ບໍ່ມີຄວາມສາມາດໃນການໂຈມຕີໃດໆໃນທີ່ນີ້ ດັ່ງນັ້ນກໍບໍ່ໜ້າຈະມອງ
ເບິ່ງຖ້ອຍຖະແຫຼງນີ້ວ່າເປັນການເກາະຜິດຄິດຮ້າຍແຕ່ຢ່າງໃດ.”
ທ່ານ ຄາຣັນດັງ ກ່າວຕໍ່ໄປວ່າ ຟິລິບປິບຍັງກໍາລັງພິດຈາລະນາຈະຊື້ກໍ່າປັ່ນລໍາໃໝ່ອີກຫຼາຍ
ລໍາ ເພື່ອເສີມຂະຫຍາຍກອງທັບເຮືອທີ່ນ້ອຍໆຂອງຕົນໃຫ້ມີອານຸພາບຫຼາຍຂຶ້ນ.
ໂຄສົກກະຊວງຕ່າງປະເທດຈີນກ່າວເມື່ອວັນຈັນຜ່ານມານີ້ວ່າ ປັກກິ່ງຫວັງວ່າ ຟິລິບປິນຈະ
ຢຸດເຊົາກ່າວຖ້ອຍຖະແຫຼງແບບເກາະຜິດຄິດຮ້າຍ ກ່ຽວກັບຂໍ້ຂັດແຍ້ງເລຶ່ອງການເດີນເຮືອນັ້ນ.
ໂຄສົກ ຫຼິວ ເຫວ່ໝິ່ນ ກ່າວວ່າ ມັນເປັນຄວາມຫວັງຂອງຝ່າຍຈີນ ທີ່ວ່າ ສັນຕິພາບແລະສະ
ຖຽນລະພາບ ຈະສາມາດຮັກສາເອົາໄວ້ໄດ້ຢູ່ໃນຂົງເຂດເອເຊຍປາຊິຟິກ ແລະພັກຝ່າຍຕ່າງໆ
ທີ່ກ່ຽວຂ້ອງນັ້ນ ຈະປະຕິບັດການໃນສິ່ງທີ່ຈະນໍາມາຊຶ່ງສັນຕິພາບແລະສະຖຽນລະພາບໃນ
ຂົງເຂດ.
ຟິລິບປິນ ຫວຽດນາມ ມາເລເຊຍ ແລະບຣູໄນ ທັງໝົດນີ້ ໄດ້ອ້າງເອົາບາງສ່ວນຂອງເຂດ
ທະເລທີ່ຢູ່ໃກ້ຝັ່ງທະເລຂອງພວກຕົນ ໃນຂະນະທີ່ຈີນແລະໃຕ້ຫວັນອ້າງເອົາເກືອບວ່າທັງ
ໝົດເຂດທະເລດັ່ງກ່າວ ຊຶ່ງເປັນເສັ້ນທາງເດີນເຮືອທີ່ສໍາຄັນ ແລະອຸດົມສົມບູນດ້ວຍນໍ້າມັນ
ແລະແກສທໍາມະຊາດ.
ທ່ານ Carl Thayer ຊ່ຽວຊານຄວາມໝັ້ນຄົງຂົງເຂດເອເຊຍຕາເວັນອອກສຽງໃຕ້ປະຈໍາມະຫາ
ວິທະຍາໄລ New South Wales ປະເທດອອສເຕຣເລຍ ກ່າວວ່າ ດຽວນີ້ ຈີນແມ່ນຈະມອງ
ເຫັນທຸກສິ່ງທີ່ກ່ຽວພັນກັບການເຄື່ອນໄຫວທາງທະຫານຂອງສະຫະລັດ ຢູ່ໃນເຂດນ່ານນໍ້າທີ່
ເປັນຂໍ້ຂັດແຍ້ງກັນນັ້ນ ວ່າເປັນການເກາະຜິດຄິດຮ້າຍ.
ແຕ່ແນວໃດກໍດີ, ທ່ານ ເທເອີ ກ່າວວ່າ ທ່ານຄາດວ່າ ສະຫະລັດຈະພະຍາຍາມເຮັດໃຫ້ສະຖາ
ນະການສະຫງົບລົງໄດ້ ໂດຍສະເພາະຢ່າງຍິ່ງໃນຂະນະທີ່ບັນດາປະເທດສະມາຊິກສະມາຄົມ
ອາຊ່ຽນ ກໍາລັງຈັດກອງປະຊຸມສຸດຍອດດ້ານຄວາມໝັ້ນຄົງຄັ້ງສໍາຄັນຂຶ້ນໃນອາທິດນີ້. ທ່ານ
ເທເອີ ກ່າວວ່າ:
“ສະຫະລັດຈະພະຍາຍາມເຮັດໃຫ້ທຸກຝ່າຍມີຄວາມເຊື່ອໝັ້ນ ໃນຄວາມຕັ້ງໃຈຂອງຕົນ
ທີ່ຈະຮ່ວມມືກັບຈີນ ດັ່ງນັ້ນ ການເຄື່ອນໄຫວໃດໆກັບຟິລິບປິນນັ້ນ ຈະຕ້ອງອອກມາໃນ
ຮູບ ທີ່ພາໃຫ້ຂົງເຂດເອເຊຍຕາເວັນອອກສຽງໃຕ້ ມອງເຫັນວ່າ ສະຫະລັດກໍາລັງພະຍາ
ຍາມປະຕິບັດງານກັບຈີນນັ້ນຫຼາຍກວ່າ ບໍ່ແມ່ນພະຍາຍາມສ້າງບັນຫາຂຶ້ນໄປຕື່ມນັ້ນ.”
ທ່ານ ເທເອີ ກ່າວວ່າ ມະນິລາມີທາງເລືອກທີ່ເປັນການເກາະຜິດນ້ອຍກວ່າການຂໍຄວາມຊ່ວຍ
ເຫຼືອຈາກເຮືອບິນສອດແນມຂອງສະຫະລັດ ສໍາລັບຄວບຄຸມເບິ່ງເສັ້ນທາງເດີນເຮືອນັ້ນ ໂຮມ
ທັງການໃຊ້ເຣດ້າເພື່ອສັງເກດເບິ່ງ ແລະກວດຫາກໍ່າປັ່ນຕ່າງປະເທດ. ທ່ານ ເທເອີ ຍັງເຫັນດີ
ນໍາການໃຊ້ແສງ ອິນຟຣາເຣດ ເພື່ອຈັບການເຄື່ອນໄຫວນັ້ນນໍາ. ທ່ານກ່າວຕໍ່ໄປວ່າ ແຕ່ມັນຈະ
ຕ້ອງອາໄສການລົງທຶນຢ່າງໃຫຍ່ໃສ່ອຸບປະກອນ ປະເພດ Hardware ທີ່ອາດມາຈາກສະຫະ
ລັດ ແຕ່ມັນກໍຈະເຮັດໃຫ້ສະຫະລັດມີບົດບາດ ແບບບໍ່ອອກໜ້າຫລາຍກ່ວາ ໃນຖານະເປັນ
ພຽງຜູ້ຂາຍເທົ່ານັ້ນ.
ຟິລິບປິນແລະສະຫະລັດ ມີສົນທິສັນຍາປ້ອງກັນປະເທດຮ່ວມກັນ ແຕ່ສະຫະລັດກໍປະຕິເສດ
ຢູ່ຕະຫຼອດມາ ທີ່ຈະເອົາຈຸດຢືນໃດນຶ່ງກ່ຽວກັບບັນຫາຂັດແຍ້ງກັນເລື້ອງເຂດນໍ້າແດນດິນນັ້ນ.
ພາຍໃຕ້ສົນທິສັນຍາທີ່ວ່ານີ້ ຟິລິບປິນກໍາລັງປັບປຸງສະມັດຖະພາບທາງທະຫານ ທີ່ມີຂະໜາດ
ນ້ອຍຫລາຍຂອງຕົນນັ້ນ ດ້ວຍອຸບປະກອນທີ່ທັນສະໄໝຫຼາຍຂຶ້ນ ທີ່ຊື້ຈາກສະຫະລັດໃນລາ
ຄາຫລຸດໃຫ້. ນອກນີ້ແລ້ວ ຟິລິບປິນຍັງໄດ້ເປີດທ່າເຮືອຂອງຕົນ ໃຫ້ກໍ່າປັ່ນຂອງສະຫະລັດ
ຊຶ່ງຄັ້ງນຶ່ງເປັນຜຸູ້ຄຸ້ມຄອງຖານທັບເຮືອສໍາຄັນ ທີ່ອ່າວ Subic ຫຼື Subic Bay ນັ້ນ ເຂົ້າມາຢຸດ
ແວ່ເລື້ອຍຂຶ້ນ.
ທີ່ກອງປະຊຸມສຸດຍອດສະມາຄົມອາຊ່ຽນປີ 2010 ນັ້ນ ທ່ານນາງຮິລແລຣີ ຄລິນຕັນ ລັດຖະ
ມົນຕີຕ່າງປະເທດສະຫະລັດ ໄດ້ສ້າງຄວາມໂມໂຫໃຫ້ຈີນ ເວລາທ່ານນາງກ່າວວ່າ ຂໍ້ຂັດແຍ້ງ
ກັນໃນເລື້ອງນີ້ ໜ້າຈະຈັດການແກ້ໄຂກັນບົນພື້ນຖານແບບຫຼາຍຝ່າຍ. ແຕ່ຝ່າຍຈີນກໍຢືນຢັດ
ຢູ່ຕະຫລອດມາວ່າ ຢາກໃຫ້ມີການເຈລະກັນແບບນຶ່ງຕໍ່ນຶ່ງ ກັບບັນດາປະເທດທີ່ອ້າງເອົາກໍາ
ມະສິດໃນເຂດທະເລຈີນໃຕ້ນັ້ນ ໂດຍສະເພາະ.