ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟິລິບປີນ ບັນລຸ ຂໍ້ຕົກລົງສັນຕິພາບ ກັບກຸ່ມກະບົດມຸສລິມ ໂມໂຣ


ລັດຖະບານຟີລິບ​ປີນ ກ່າວວ່າ ຕົນ​ໄດ້​ບັນລຸຂໍ້​ຕົກລົງ​ສັນຕິພາບ
ຂັ້ນ​ຕົ້ນ​ ກັບພວກ ກະບົດມຸສລິ​ມ ທີ່​ພາກໃຕ້​ຂອງ​ປະ​ເທດ ​ໂດຍ​
ມີ​ຈຸດປະສົງ ​ເພື່ອ​ສີ້​ນສຸດ​ການ​ກໍ່​ກະບົດ​ມາ​ເປັນ​ເວລາ​ຫລາຍ​ສິບ​
ປີ ທີ່​ໄດ້​ເຮັດໃຫ້​ມີ​ການ​ເສຍ​ຊີວິດ​ຫລາຍກວ່າ 120.000 ພັນ
​ຄົນນັ້ນ.


ປະທານາທິບໍດີ Benigno Aquino ກ່າວ​ຜ່ານຄໍາ​ປະກາດທາງ
ໂທລະພາບແຫ່ງ​ຊາດ ​ໃນ​ວັນ​ອາທິດມື້​ນີ້​ວ່າ ຂໍ້​ຕົກລົງ​ກັບກຸ່ມ​ແນວ​
ໂຮມປົດ​ປ່ອຍອິສລາ​ມ ໂມ​ໂຣ ​ຫລື MILF ຈະ​ມີ​ການ​ລົງ​ນາມກັນ
​ໃນອີກ​ບໍ່​ເທົ່າ​ໃດ​ມື້ ​ຢູ່​ນະຄອນ​ຫລວງ ມະນີ​ລາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຂໍ້​ຕົກລົງ​ດັ່ງກ່າວໄດ້ຈັດ​ຕັ້ງ​ຂອບ​ເຂດ​ຂອງອໍາ​ນາດ​ ລາຍໄດ້ ​ແລະດິນ​ແດນທາງພາກ​ໃຕ້​ໃຫ້​ພວກ​ກະບົດ ກໍ​ຄືສ້າງ​ຕັ້ງ​ເຂດ​ປົກຄອງ ຕົນ​ເອງ​ໃໝ່​ໃຫ້​ຊາວມຸສລິ​ມ ທີ່ເອີ້ນ​ວ່າ “Bangsamono.

​ໂຄງຮ່າງ​ຂໍ້​ຕົກລົງ ທີ່​ໄດ້​ມີການ​ເຈລະຈາກັບກຸ່ມ​ກະບົດ MILF ຢູ່ນະຄອນ​ຫລວງ​ ກົວ​ລາ​ລໍາ​ເປີ ຂອງມາ​ເລ​ເຊຍ ​ໃນອາທິດແລ້ວ​ນີ້ ​ໄດ້​ຈັດ​ຕັ້ງ​ຄະນະກໍາມາທິການໄລຍະ​ຂ້າມ​ຜ່ານທີ່​ປະກອບ​ດ້ວຍ​ສະມາຊິກ 15 ຄົນຂຶ້ນ​ມາ. ຄະນະ​ກໍາມາ​ທິການ ​ດັ່ງກ່າວ​ຈະ​ມີ​ເວລາ​ຮອດ​ປີ 2015 ​ເພື່ອ​ຮ່າງ​ກົດໝາຍ​ຈັດ​ຕັ້ງຂົງ​ເຂດໃໝ່​ນັ້ນ​ຂຶ້ນມາ.

ການ​ສູ້​ລົບ​ຢ່າງ​ຮ້າຍ​ແຮງ ​ເປັນ​ເວລາ​ສີ່​ສິບປີ ​ໃນພາກ​ໃຕ້ ​ໄດ້​ຂັດຂວາງ​ບໍ່​ໃຫ້​ມີ​ການ​ພັດທະນາ​ຢູ່​ໃນ​ຂົງ​ເຂດ.

ກ່ຽວຂ້ອງກັນ

XS
SM
MD
LG