ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄວາມເຄັ່ງຕຶງ ລະຫວ່າງຈີນ ແລະຟິລິບປີນ ກ້າວເຂົ້າສູ່ ມື້ທີສາມ


ຮູບພາບທະຫານຟີລິບປິນກວດກາເບິ່ງເຮືອປະມົງລໍານຶ່ງຂອງຈີນ ທີ່ພົບເຫັນ ໃນບໍລິເວນເກາະ Scarborough ທີ່ທະເລຈີນໃຕ້
ວັນທີ 12 ເມສາ 2012.
ຮູບພາບທະຫານຟີລິບປິນກວດກາເບິ່ງເຮືອປະມົງລໍານຶ່ງຂອງຈີນ ທີ່ພົບເຫັນ ໃນບໍລິເວນເກາະ Scarborough ທີ່ທະເລຈີນໃຕ້ ວັນທີ 12 ເມສາ 2012.

ຟີ​ລີບ​ປິນ​ໄດ້​ຖອນ​ກໍາ​ປັ່ນ​ລົບ​ໃຫຍ່ທີ່​ສຸດ​ຂອງ​ຕົນ​ອອກ​ຈາກ​ຂົງ​ເຂດ​ທີ່ເປັນ​ບັນຫາ​ໂຕ້​ແຍ່ງ​ໃນ​
ທະ​ເລ​ຈີນ​ໃຕ້ ​ໃນ​ຄວາມ​ພະຍາຍາມ​ຢ່າງ​ຈະ​ແຈ້ງ​ ເພື່ອ​ຜ່ອນຄາຍ​ຄວາມ​ເຄ່ງ​ຕຶງ​ລົງ​ກັບ​ຈີນ
ກ່ຽວ​ກັບ​ການ​ປະ​ເຊີນໜ້າ​ກັນ​ຂອງ​ກຳປັ່ນ​ລົບ ໃນ​ເຂດ​ນ່ານນໍ້າ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ.

ທ່ານ Albert del Rosario ລັດຖະມົນຕີ​ຕ່າງປະ​ເທດ​ຟີ​ລິບ​ປິນ ກ່າວ ໃນ​ວັນ​ພະຫັດ​ມື້​ນີ້​
ວ່າ ຈະ​ມີ​ການ​ສົ່ງ​ເຮືອ​ຍາມ​ຝັ່ງ​ນ້ອຍ​ລໍາ​ນຶ່ງ​ເຂົ້າ​ໄປແທນກໍາ​ປັ່ນ​ລົບ​ທີ່​ເກາະ Scarborough
ຊຶ່ງ​ຕັ້ງ​ຢູ່​ປະມານ 230 ຫຼັກ​ກິ​ໂລ​ແມັ​ດ ຫ່າງ​ຈາກແຄມ​ທະ​ເລຂອງ​ຟີ​ລີບ​ປິນ​ໄປທາງ​ທິດຕາ​
ເວັນ​ຕົກ​ສຽງ​ເໜືອຂອງ​ຟີ​ລິບ​ປິນ​ນັ້ນ.

ການ​ປະ​ເຊີນ​ໜ້າ​ກັນ​ໄດ້​ເລີ້​ມຂຶ້ນ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ​ເວລາ​ເຮືອ​ລາດ​ຕາ​ເວັນ​ຂອງ​ຈີນ
2 ລໍາ ໄປ​ກີດ​ກັນ​ກໍາ​ປັ່ນ​ລົບ​ Gregorio del Pilar ທີ່​ສ້າງ​ຂຶ້ນ​ໃນ​ສະຫະລັດຂອງ​ຟີ​ລິບ​ປິນ
ບໍ່​ໃຫ້ຈັບ​ກຸມ​ຊາວ​ປະມົງ​ຈີນ​ຈຸ​ນຶ່ງ​ຢູ່​ທີ່​ນັ້ນ.

ທັງ​ສອງ​ຝ່າຍ​ເວົ້າ​ວ່າ ພວກ​ຕົນ​ຢາກ​ແກ້​ໄຂ​ສະຖານະ​ການ​ດັ່ງກ່າວ​ທາງການ​ທູດ ​ແຕ່​ບັນດາ
​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ ກ່າວ​ວ່າ ຈີນ​ໄດ້​ສົ່ງ​ເຮືອ​ລໍາ​ທີ 3 ຊຶ່ງ​ເປັນ​ເຮືອ​ອອກ​ຈາກ​ຫ້ອງການ​ປະມົງ​
ຂອງ​ກຸງ​ປັກ​ກິ​ງ ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ຂະນະ​ທີ່ກຸງ​ປັກ​ກິ​ງປາກົດ​ວ່າເອົາ
​ທ່າ​ທີ​ແຂງ​ຂຶ້ນ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

XS
SM
MD
LG