ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດມີການກໍ່ການຮ້າຍຢູ່ຟີລິບປິນ


ແຜນທີ່ຟີລິບປິນ
ແຜນທີ່ຟີລິບປິນ

ສະຫະລັດ ອັງກິດແລະອອສ
ເຕຣເລຍ ໄດ້ພາກັນເຕືອນປະ
ຊາຊົນຂອງຕົນໃຫ້​ລະວັງການ
ໂຈມຕີຂອງ ພວກກໍ່ການຮ້າຍ
ທີ່ອາດມີຂຶ້ນຢູ່ຟີລິບປິນ ຮວມ
ທັງນະຄອນຫຼວງມະນີລາ.

ການເຕືອນກ່ຽວກັບການເດີນທາງທີ່ນຳອອກເຜີຍແຜ່ໃນມື້ວານນີ້ ໂດຍກຸງວໍຊິງຕັນແລະແຄນ
ເບີຣານັ້ນເວົ້າວ່າມີຄວາມສ່ຽງສູງເພີ່ມຂຶ້ນທີ່ຟີລິບປິນອາດຈະຖືກໂຈມຕີໃນເວລາໃດກໍໄດ້. ທັງ
ສອງນະຄອນ​ຫລວງເວົ້າວ່າ ເປົ້າໝາຍທີ່ອາດຈະຖືກໂຈມຕີ ແມ່ນຮວມທັງສະຖານທີ່ຕ່າງໆທີ່
ພວກຄົນ​ອາ​ເມຣິກັນ​ແລະ​ອອສ​ເຕຣ​ເບຍທີ່​ດໍາລົງ​ຊີວິດ​ຢູ່​ທີ່​ນັ້ນກັບຊາວຕ່າງປະເທດມັກພາກັນ
ໄປ ເຊັ່ນຮ້ານສັບພະສິນຄ້າແລະສະໜາມບິນຕ່າງໆ.

ຄຳ​ເຕືອນທີ່ວ່ານີ້ບໍ່ໄດ້ແຈ້ງໃຫ້ຊາບວ່າ ເປັນຫຍັງລັດຖະບານຂອງປະເທດທັງສອງຈຶ່ງເຊື່ອວ່າ
ການໂຈມຕີຈະມີຂຶ້ນ ແຕ່ຢູ່ໃນຫຼາຍໆປະເທດ ໄດ້ມີຄວາມວິຕົກກັງວົນສູງຂຶ້ນ ລຸນຫຼັງທີ່ໄດ້ມີ
ການພົບຫໍ່ລະເບີດ ທີ່ສົ່ງຈາກເຢເມນມາຍັງສະຫະລັດ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງຟີລິບປິນທ່ານ Voltaire Gazmin ກ່າວວ່າ ລັດ
ຖະບານຂອງທ່ານບໍ່ໄດ້ຮູ້ເລື່ອງກ່ຽວກັບການຂົ່ມຂູ່ທີ່ສະເພາະເຈາະຈົງ​ໃດໆແຕ່ກໍເວົ້າວ່າ ເຈົ້າ
ໜ້າທີ່ຖືຄຳເຕືອນເຫຼົ່ານີ້ຢ່າງຈິງຈັງ.

XS
SM
MD
LG