ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ເສຍຊີວິດ ໃນເຫດ ພູໄຟ Mayon ຂອງຟິລິບປີນ ລະເບີດ (ວີດີໂອ)


Philippines Vocanos
please wait
Embed

No media source currently available

0:00 0:00:14 0:00

ພູເຂົາໄຟ ຂອງຟິລິບປີນໄດ້ລະເບີດຂຶ້ນ​

ພູເຂົາໄຟໜ່ວຍ​ນຶ່ງ​ ໃນ​ຈໍານວນ​ຫລາຍໆໜ່ວຍ​ທີ່​ຍັງ​ບໍ່​ຕາຍ
ຂອງຟິລິບປີນໄດ້ລະເບີດຂຶ້ນ​ໃນມື້​ນີ້ ​ໂດຍໄດ້ສັງຫານພວກ
ປີນພູ ຢ່າງນ້ອຍ 5 ຄົນ ແລະຕັນສິບກ່ວາຄົນ​ໄວ້ ຢູ່ໃກ້ໆ
ກັບຂຸມພູໄຟ ທີ່ລະເບີດຂຶ້ນນັ້ນ.

ເຈົ້າໜ້າທີ່ຟິລິບປີນ ກ່າວວ່າ ມີນັກປີນພູ ພ້ອມດ້ວຍຜູ້ນໍາທ່ຽວ ຢ່າງນ້ອຍ 20 ຄົນ ກໍາລັງ​ພາກັນປີນພູ
Mayon ທີ່​ສູງ 2,460 ແມັດນັ້ນຢູ່ ໃນຕອນທີ່ມັນລະເບີດຂຶ້ນ ໃນເຂົ້າວັນອັງຄານມື້ນີ້.

ທງ​ການ​ໄດ້​ຈັດ​ສົ່ງ ຄະນະກູ້ໄພແລະເຮືອບິນເຮລິຄົບເຕີ ​ໄປຍັງ​ພູ​ໄຟ​ໜ່ວຍ​ນັ້ນ ຢູ່​ທາງພາກກາງ
ຂອງຟິລິບປີນ ໃນຄວາມພະຍາຍາມ​ເພື່ອກູ້​ເອົາພວກທີ່​ເສຍ​ຊີວິດແລະບາດເຈັບ ອອກ​ມາ.

ເມກໝອກໄດ້ເລີ່ມຈາງ​ຫາຍ​ໄປຈາກພູເຂົາໄຟດັ່ງກ່າວ​ ແລະພູ​ໄຟກໍໄດ້ສະງົບລົງ​ແລ້ວ
ໃນ​ເວລາ​ຕໍ່​ມາ ​ຂອງເຊົ້າມື້​ນີ້.
XS
SM
MD
LG