ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟີລິບປິນບໍ່ໄປຮ່ວມພິທີ ມອບລາງວັນໂນແບລໃຫ້ ​ນາຍ Lio Xiaobo


ໃບປະກາດມອບລາງວັນ​ໂນ​ແບລ​ຂະ​ແໜງ​ສັນຕິພາບ​ ໃຫ້ແກ່ທ່ານ Liu-Xiaobo ວາງຢູ່ເທິງຕັ່ງ
ໃບປະກາດມອບລາງວັນ​ໂນ​ແບລ​ຂະ​ແໜງ​ສັນຕິພາບ​ ໃຫ້ແກ່ທ່ານ Liu-Xiaobo ວາງຢູ່ເທິງຕັ່ງ

ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ພາກັນ​ປະນາມ​ຟີ​ລິບ​ປິນ ທີ່​ຕັດສິນ​ໃຈ​ບໍ່​ໄປ​ຮ່ວມ​ໃນ​ພິທີ​ມອບ​ລາງວັນ​ໂນ​ແບລ​ຂະ​ແໜງ​ສັນຕິພາບ​ ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ໃຫ້​ນາຍ Lio Xiaobo ຜູ້ຄັດຄ້ານ​ລັດຖະບານ​ຈີນ​ທີ່​ກໍາ​ລັງ​ຖືກ​ຂັງ​ຄຸກ​ໃນ​ເວລາ​ນີ້.

ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິ​ນອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ນີ້ ​ຢືນຢັນ​ວ່າ ຈະ​ບໍ່​ມີ​ຜູ້ຕາງໜ້າ​ຂອງ​ຟີ​ລິບ​ປິນ​ໄປ​ຮ່ວມ​ພິທີ ທີ່ກຸງ Oslo ປະ​ເທດ Norway ນັ້ນ.

ນາງ Elaine Pearson ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ກັບ​ກຸ່ມ​ສົ່ງ​ເສີມ​ສິດທິ​ມະນຸດ Human

Rights Watch ​ເອີ້ນ​ການ​ຕັດສິນ​ໃຈ​ຂອງ​ລັດຖະບານ​ກຸງ​ມາ​ນີລາ​ວ່າ ໜ້າ​ຕົກ​ໃຈ ​ຍ້ອນ​ວ່າການ​ຕັດສິນ​ໃຈ​ທີ່​ວ່ານີ້ ​ມາ​ຈາກ​ປະ​ເທດ​ນຶ່ງ​ທີ່​ມີ​ຄວາມ​ພາກພູມ​ໃຈໃນ​ຕົນ​ເອງ ​ກ່ຽວ​ກັບ​ຄ່າ​ນິຍົມ​ດ້ານ​ປະຊາທິປະ​ໄຕ​ນັ້ນ.

ຟີ​ລິບ​ປິນ​ເປັນ​ນຶ່ງ​ໃນ​ຈໍານວນ 18 ປະ​ເທດ​ ນອກຈາກ​ຈີນ ທີ່​ໄດ້ແຈ້ງໃຫ້​ຄະນະ​ກໍາມະການ​ມອບ​ລາງວັນ​ໂນ​ແບລຊາບວ່າ​ ພວກ​ຕົນ​ຈະ​ບໍ່​ຮັບ​ຄໍາ​ເຊື້ອ​ເຊີນ​ໄປ​ຮ່ວມ​ພີ​ທີ​ດັ່ງກ່າວ. ສະຖາ​ບັນໂນ​ແບລ ກ່າວ​ວ່າ 44 ປະ​ເທດ​ໄດ້​ຮັບ​ຄໍາ​ເຊີນ ​ເຖິງ​ແມ່ນໄດ້​ມີ​ການກົດ​ດັນ​ຈາກ​ກຸງ​ປັກ​ກິິ່ງ ທີ່ຂູ່​ວ່າ ຈະ​ມີ​ຜົນຮັບ​ຕິດຕາມ​ມາ​ສໍາລັບ​ພວກ ປະເທດ​ໃດ​ ​ທີ່ໄປ​ຮ່ວມ​ພິທີ​ດັ່ງກ່າວ.

XS
SM
MD
LG