ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໓ ມີນາ ໒໐໒໖

ຟີ​ລິບ​ປິນຄິດວ່າ ຈະມີການຕໍ່ສູ້ກັບ ພວກ​ກະບົດ​ຊາວ​ມຸສລິ​ມ ເປັນເວລາດົນນານ

ຄົນພື້ນເມືອງຊຶ່ງລວມທັງ ຊາວມຸສລິມຈາກເມືອງ Marawi ທີ່ຖືກປິດລ້ອມນັ້ນ ດຶກສີແດງໃສ່ກາທີ່ມີຮູບຂອງ ປະທານາທິບໍດີ Rodrigo Duterte ເພື່ອປະທ້ວງຕໍ່ການປິດລ້ອມທີ່ມີເລື້ອຍມາ ແລະກົດໄອຍະການເສິກທີ່ວາງອອກມາໂດຍທ່ານ Duterte ຢູ່ທັງໝົດໃນພາກໃຕ້ຂອງເຂດ Mindanao, ໃນວັນທີ 31 ສິງຫາ, 2017.

ນັກ​ຈິໄຈ​ເຫດການ​ເວົ້າວ່າ ປະຊາຊົນ​ຊາ​ວຟີ​ລິບ​ປິນກໍາລັງຕຽມຕົວ​ຮັບ​ມື​ກັບ​ສົງຄາມ​
ອັນແກ່ຍາວຕ້ານ​ກັບພວກ​ກະບົດ​ຊາວ​ມຸສລິ​ມທີ່​ຄຸກ​ຄາມ​ຢູ່​ໃນເມືອງ​ແຫ່ງໜຶ່ງຢູ່​ທາງ​
ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ທີ່ຖືກ​ທໍາລາຍ​ໂດການກໍ່ຄວາມ​ຮຸນ​ແຮງ ​ເຖິງ​ແມ່ນ​ລັດຖະບານ​
ໃຫ້​ສັນຍາ​ວ່າ ຈະ​ເຮັດ​ໃຫ້​ສົງຄາມ​ດັ່ງກ່າວ​ຢຸດຕິ​ໂດຍ​ໄວ​ກໍ​ຕາມ.​

ທ່ານ Rodrigo Duterte ປະທານາທິບໍດີ​ຟີລິບ​ປິນ ​ແລະ​ພວກເຈົ້າໜ້າທີ່ນາຍ​ທະຫານ
​ໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ​ຕີ​ກຸ່ມ Maute ​ໃຫ້​ເສຍ​ໄຊ​ຢ່າງ​ໄວວາ ຢູ່​ຖານ​ທັບ​ຂອງ​ພວກ
​ເຂົາ ຢູ່​ເມືອງ Marawi. ພວກ​ນັກວິ​ໄຈ​ເວົ້າວ່າ ການ​ຕໍ່ສູ້​ກັນຢູ່​ໃນ​ເມືອງດັ່ງກ່າວ ຢູ່​ໃນ​
ເກາະ Mindanao ​ມີ​ການ​ຕໍ່ສູ້​ກັນ​ເປັນ​ເວລາ​ດົນ​ນານນັ້ນ ສາມາດ​ແກ່ຍາວ​ຕໍ່​ໄປຈົນ
​ກວ່າ​ວ່າ ກຸ່ມ​ດັ່ງກ່າວ​ຫລື ພວກ​ທີ່ເຫັນ​ພ້ອມ​ກັບເຂົາ​ເຈົ້າ​ໄດ້​ທໍາ​ການ​ຂົ່ມ​ຂູ່​ແບບ​ກໍ່ການ​
ຮ້າຍ ​ແລະກໍ​ບໍ່ມີສັນຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄພ​ຂົ່ມຂູ່​ນັ້ນຈະ​ຫລຸດ​ນ້ອຍ​ຖອຍ​ລົງ​ເລີຍ. ການກໍ່ການ​ຮ້າຍ​ຂອງ​ພວກ​ກະບົດ​ໄດ້​ສັງຫານປະມານ 120,000 ນັບ​ແຕ່​ຊຸມປີ 1960 ​ເປັນຕົ້ນມາ ຢູ່​ໃນ​ເກາະ Mindanao ​ແລະ​ຖືກ​ຫລຸດ​ລົງ​ສ່ວນ​ໃຫຍ່ໂດຍ​ຄວາມທຸກ​ຈົນ​ທາງ​ດ້ານ​ພັດທະນາ​ເສດ ຖະກິດ​ຂອງ​ເກາະ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG