ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ​ຟີ​ລິບ​ປິນ​ ອອກໝາຍຈັບ ​ອະດີດ​ ປ. ອາ​ຣອຍ​​ໂຢ


ພວກຜູ້ຊ່ວຍຂອງ​ອະດີດ​ປະທານາທິບໍດີຟີລິບປິນ ທ່ານ​ນາງ ກລໍ​ເຣຍ ອາ​ຣອຍ​​ໂຢ (ກາງ) ຊ່ວຍໂຊມໂຕແລະຍູ້ລໍ້ ໃຫ້ທ່ານນາງ ໃນຂະນະທີ່ທ່ານນາງ ແລະສາມີຖືກກັກໂຕ ຫ້າມບໍ່ໃຫ້ຂຶ້ນເຮືອບິນ ທີ່ເດີ່ນບິນໃນນະຄອນຫລວງ
ມະນີລາ ເມື່ອວັນຄານ ທີ 15 ພະຈິກ 2011, ຊຶ່ງທ່ານນາງກໍາລັງຈະໄປຮັບການ
ປິ່ນປົວ
ພວກຜູ້ຊ່ວຍຂອງ​ອະດີດ​ປະທານາທິບໍດີຟີລິບປິນ ທ່ານ​ນາງ ກລໍ​ເຣຍ ອາ​ຣອຍ​​ໂຢ (ກາງ) ຊ່ວຍໂຊມໂຕແລະຍູ້ລໍ້ ໃຫ້ທ່ານນາງ ໃນຂະນະທີ່ທ່ານນາງ ແລະສາມີຖືກກັກໂຕ ຫ້າມບໍ່ໃຫ້ຂຶ້ນເຮືອບິນ ທີ່ເດີ່ນບິນໃນນະຄອນຫລວງ ມະນີລາ ເມື່ອວັນຄານ ທີ 15 ພະຈິກ 2011, ຊຶ່ງທ່ານນາງກໍາລັງຈະໄປຮັບການ ປິ່ນປົວ

ສານ​ຂອງ​ຟີ​ລິບ​ປິນ​ອອກໝາຍຈັບ ​ອະດີດ​ປະທານາທິບໍດີ ທ່ານ​ນາງ ກລໍ​ເຣຍ ອາ​ຣອຍໂຢ
(Gloria Arroyo) ໃນ​ວັນສຸກ​ມື້ນີ້ ​ໃນຂໍ້​ຫາ​ປອມ​ແປງຄະ​ແນນ​ສຽງ​ເລືອກ​ຕັ້ງ​ຢ່າງຂະໜານ
​ໃຫຍ່.

ການ​ອອກໝາຍຈັບ​ດັ່ງກ່າວ ​ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ລຸນ​ຫລັງທີ່​ຄະນະ​ກໍາມະການເລືອກ
​ຕັ້ງຂອງຟີ​ລິບ​ປິນ ​ໄດ້​ອະນຸມັດໃຫ້​ຕັ້ງຂໍ້​ຫາ​ຕໍ່​ອະດີດ​ຜູ້​ນໍາຟີ​ລິບ​ປິນຄົນ​ນີ້. ຄະນະ​ກໍາມະການ
​ກ່າວ​ວ່າ ການ​ລົງ​ໂທດ​ທີ່​ສູງ​ສຸດ​ສໍ​າລັບອາ​ຊະຍະ​ກໍາ​ອັນ​ນີ້ ກໍ​ຄື​ການ​ຈໍາ​ຄຸກ​ຕະຫລອດ​ຊີວິດ.

ໝາຍຈັບ​ດັ່ງກ່າວ​ ຫ້າມທ່ານ​ນາງອາ​ຣອຍໂຢ (Arroyo) ​ບໍ່​ໃຫ້​ອອກ​ຈາກ​ປະ​ເທດ​ໄປ. ທ່ານ
​ນາງ ອາ​ຣອຍໂຢ ​ແລະ​ສາມີ​ຂອງ​ທ່ານ​ນາງ ​ໄດ້​ພະຍາຍາມຈະ ​ເດີນທາງອອກ​ຈາກ​ປະ​ເທດ
​ໃນ​ວັນ​ອັງຄານ​ຜ່ານ​ມານີ້ ​ໂດຍ​ກ່າວວ່າທ່ານ​ນາງ​ຈະ​ໄປ​ຫາ​ທາງ​ປິ່ນປົວ​ກະດູກທີ່​ເຈັບ​ຢູ່. ພວກ
ທ່ານ​ໄດ້​ຖືກຕໍາຫລວດ​ຢຸດ​ ຢູ່​ທີ່​ ສະໜາມບິນມະນີ​ລາ ​ແລະ​ຂັດຂວາງ​ບໍ່​ໃຫ້​ອອກ​ເດີນທາງ
​ຍ້ອນ​ວ່າການ​ສອບ​ສວນ​ຍັງ​ດໍາ​ເນີນ​ໄປ​ຢູ່.

ກະຊວງ​ຍຸດຕິ​ທໍາ ​ໄດ້​ທໍາການ​ສືບສວນ​ ທ່ານ​ນາງອາ​ຣອຍໂຢ ​ໃນ​ຂໍ້​ຫາ​ສໍ້​ໂກງ ​ຄະ​ແນນ​ສຽງ
​ໃນການ​ເລືອກ​ຕັ້ງ​ຄັ້ງ ​ປີ 2004 ​ແລະ 2007. ທ່ານ​ນາງ ​ແລະ​ສາມີ​ ຍັງກໍາລັງຖືກ​ສອບ​ສວນ​
ໃນ​ຂໍ້​ຫາຄໍຣັບ​ຊັນ ທີ່​ກ່ຽວພັນ​ກັບການ​ເຊັນ​ສັນຍາອະນຸມັດຕ່າງໆຂອງ​ລັດຖະບານ ອີກ​ດ້ວຍ.



XS
SM
MD
LG