ຂໍ້ບັງຄັບທີ່ໃຫ້ພົນລະເມືອງຂອງສະຫະລັດ ຂໍວີຊາເສຍກ່ອນ ສຳລັບການເດີນທາງເຂົ້າໄປໃນ ປະເທດຟີລິບປິນນັ້ນ ທີ່ເຮັດໃຫ້ອຸດສາຫະກຳດ້ານການທ່ອງທ່ຽວຂອງປະເທດເອເຊຍຕາເວັນສຽງໃຕ້ແຫ່ງນີ້ ຊັກຊ້າລົງ ແລະຈະບໍ່ຜ່ອນຄາຍການຜິດຖຽງກັນດ້ານການເມືອງໃນລະດັບຂັ້ນສູງ ອີງຕາມການກ່າວຂອງບັນດານັກວິເຄາະທັງຫຼາຍ.
ດຽວນີ້ ພົນລະເມືອງຂອງສະຫະລັດ ສາມາດເຂົ້າໄປທ່ຽວຫາດຊາຍຂອງໝູ່ເກາະຟີລິບປິນໄດ້ ໂດຍຈະໄດ້ຮັບວິຊາຟຣີເມື່ອເດີນທາງໄປຮອດ ຊຶ່ງຈະປະຢັດເວລາ ແລະຄ່າໃຊ້ຈ່າຍໃນການຍື່ນເອກະສານໃດໆ ກ່ອນໜ້າການເດີນທາງ.
ທ່ານນາງມາເຣຍ ແອລາ ອາທີຊາ ອາຈານດ້ານລັດຖະສາດຢູ່ທີ່ມະຫາວິທະຍາໄລ ດີລລີແມນ ຂອງຟີລິບປິນ ກ່າວວ່າ “ຖ້າພວກເຮົາເບິ່ງສະພາບການຂອງຟີລິບປິນ ໃນດ້ນສາຍສຳພັນກັບສະຫະລັດແລ້ວ ແນ່ນອນ ຟີລິບປິນ ຈະເປັນຝ່າຍສູນເສຍຫຼາຍກວ່າ ຊາວອາເມຣິກັນ ກ່ຽວກັບທາງເລືອກແບບກົດລະບຽບວີຊາ.” ທ່ານນາງກ່າວຕື່ມວ່າ “ຊາວອາເມຣິກັນ ຈະມີທາງເລືອກອື່ນໆດ້ວຍ.”
ປະທານາທິບໍດີຟີລິບປິນ ທ່ານໂຣຣີໂກ ດູເຕີເຕ ໄດ້ກ່າວເມື່ອເດືອນແລ້ວນີ້ ໂດຍຜ່ານທາງເວັບໄຊ້ຈາກສຳນັກງານຂອງທ່ານ ທີ່ວ່າ ຊາວອາເມຣິກັນ ຈະຕ້ອງຍື່ນເອກະສານຂໍວີຊາທ່ຽວທ່ຽວ ຖ້າຫາກສະຫະລັດ ຫ້າມບໍ່ໃຫ້ບັນດາເຈົ້າໜ້າທີ່ຂອງມານີລາ ຜູ້ທີ່ເຊື່ອມໂຍງກັບ ທ່ານນາງລີລາ ເດີ ລີມາ ສະມາຊິກສະພາສູງ ທີ່ຖືກຄຸມຂັງຢູ່ ຜູ້ທີ່ຂັດແຍ້ງກັບ ທ່ານດູເຕີເຕ ນັ້ນ ເຂົ້າປະເທດ.
ຂໍ້ບັງຄັບດ້ານວີຊາ ຈະລົດຄວາມພໍໃຈລົງພາຍໃນກຸ່ມຊາວຟີລິບປິນ ຜູ້ທີ່ເຊື່ອວ່າ ກົດລະບຽບຕ່າງໆໃນເວລານີ້ ແມ່ນບໍ່ເປັນທຳເລີຍ. ຊາວຟີລິບປິນ ຕ້ອງໄດ້ຈ່າຍຄ່າຂໍວີຊາ 160 ໂດລາ ໃຫ້ແກ່ສະຫະລັດ ແຕ່ກໍບໍ່ໄດ້ຮັບວີຊາໂດຍສະເໝີໄປ ເພາະບໍ່ມີຄຸນສົມບັດ.
ການຜິດຖຽງກັນກັບໄປກັບມາ ຈະສົ່ງຜົນກະທົບຕໍ່ອຸດສາຫະກຳດ້ານການທ່ອງທ່ຽວ ທີ່ໄດ້ສ້າງລາຍຮັບ 4.78 ຕື້ໂດລາ ໃນໄລຍະເຄິງປີທຳອິດຂອງ 2019 ອີງຕາມການກ່າວຂອງບັນດານັກວິເຄາະ ເພາະວ່າ ສະຫະລັດ ເປັນແຫລ່ງທີ່ຄົນເດີນທາງເຂົ້າມາ ຫຼາຍທີ່ສຸດອັນດັບສາມ ຕາມຫຼັງ ເກົາຫຼີໃຕ້ ແລະຈີນ.