ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຟິລິບປິນ ຈະສັ່ງຫ້າມ ບໍ່ໃຫ້ປະຊາຊົນ ໄປເຮັດວຽກ ຢູ່ໃນ 41 ປະເທດ


ແຜນທີ່ຟີລິບປິນ
ແຜນທີ່ຟີລິບປິນ

ລັດຖະບານຟິລິບປິນກ່າວວ່າ ຕົນຈະສັ່ງຫ້າມບໍ່ໃຫ້ປະຊາຊົນຂອງຕົນບໍ່ໃຫ້ໄປເຮັດວຽກຢູ່
ໃນ 41 ປະເທດບ່ອນທີ່ ການປົກປ້ອງຄຸ້ມຄອງຕໍ່ຕ້ານການລ່ວງລະເມີດດ້ານແຮງງານ ບໍ່
ໄດ້ຮັບການຄໍ້າປະກັນ ຢ່າງເປັນທີ່ໜ້າພໍໃຈນັ້ນ.

ທ່ານນາງ Rosalinda Baldoz ລັດຖະມົນຕີກະຊວງແຮງງານແລະຈັດຫາອາຊີບຂອງຟີລິບ
ປິນ ກ່າວເມື່ອວັນພຸດມື້ນີ້ວ່າ ພວກຄົນງານຈຳນວນນ້ອຍໆຈຸນຶ່ງ ຈະໄດ້ຮັບຜົນກະທົບຈາກ
ຂໍ້ຫ້າມດັ່ງກ່າວ ເນຶ່ອງຈາກບໍ່ມີປະ ເທດໃດໃນຈໍານວນ 41 ປະເທດ ຮັບເອົາຄົນງານຊາວຟິ
ລິບປິນເປັນຈຳນວນຫຼວງຫຼາຍ. ປັດຈຸບັນນີ້ມີຊາວຟີລິບປິນຫລາຍເຖິງ 10 ເປີເຊັນຂອງ
ປະຊາກອນທັງໝົດ 94 ລ້ານຄົນ ໄປທໍາງານຢູ່ຕ່າງປະເທດ.

ທ່ານນາງ Baldoz ກ່າວວ່າ ການສັ່ງຫ້າມຄັ້ງນີ້ ຈະບໍ່ກະທົບພວກຄົນານທີ່ຖືກວ່າຈ້າງ
ໂດຍພວກບໍລິສັດໃຫຍ່ ທີ່ມີສາຂາຫຼາຍໆແຫ່ງໃນຕ່າງປະເທດ. ທ່ານນາງກ່າວຕື່ມວ່າ ລັດ ຖະບານຈະຊ່ວຍທ້ອນໂຮມພວກຄົນງານຊຸມໃດກໍຕາມ ທີ່ປະສົງຢາກຈະກັບຄືນບ້ານຈາກ
ພວກປະເທດທີ່ໄດ້ ຮັບຜົນກະທົບຈາກຂໍ້ຫ້າມ.

ພວກປະເທດດັ່ງກ່າວນັ້ນ ມີໂຮມທັງ ອັຟການີສຖານ ປາກີສຖານ ລີເບຍ ແລະ ອີຣັກ.

XS
SM
MD
LG