ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟິລິບປີນ ພະຍາຍາມ​​ ຫາທາງປັບປຸງ ກອງທັບຂອງ​ຕົນ ​ໃຫ້ທັນ​ສະ​ໄໝ​


Philippines Woos Arms Manufacturers
please wait

No media source currently available

0:00 0:02:02 0:00

ຄວາມເຄັ່ງຕຶງກ່ຽວກັບເລື້ອງເຂດນ້ຳແດນດິນຂອງຟີລິບປີນ ທີ່
ຍັງດຳເນີນ ຢູ່ຕໍ່ມາກັບ​ຈີນ ໄດ້ພາໃຫ້ປະເທດດັ່ງກ່າວ ​ພະຍາ
ຍາມຫາທາງປັບປຸງ ກອງທັບຂອງ​ຕົນ​ໃຫ້ກ້າວໜ້າທັນ​ສະ​ໄໝ​
ຊຶ່ງ​ເປັນ​ເວລາ​ຫລາຍ​ປີມາແລ້ວທີ່​ຟີລິບປິນເປັນ​ນຶ່ງ​ໃນ​ຈຳນວນ
ບັນດາ​ປະ​ເທດ ທີ່ມີ​ງົບປະມານ​ໜ້ອຍ​ທີ່​ສຸດໃນ​ເອ​ເຊຍ. ຟິລິບ
​ປີນ ກຳລັງ​ໃຊ້​ເງິນ​ຫລາຍ​ຂື້ນ​ເພື່ອຊື້ກຳ​ປັ່ນ ​ແລະ​ເຮືອບິນ​ລົບ
​ ທີ່ທັນ​ສະ​ໄໝ ​ແຕ່ຂະນະດຽວກັນກໍ​ຍັງ​ພະຍາຍາມຊັກ​ຊວນໃຫ້
ບັນ​ດາ​ຜູ້ຜະ​ລິດ​ອາວຸດ ໄປຕັ້ງໂຮງງານ​ຢູ່​ໃນ​ທ້ອງຖິ່ນ. Jason
Strother ລາຍ​ຈາກເກາະ Bataan ຊຶ່ງ ກິ່ງສະຫວັນ ຈະ​ນຳ​
ເລື້ອງ​ນີ້​ ມາສະ​ເໜີ​ທ່ານ.

ໃນແຕ່ລະ​ມື້ ມີການຜະລິດ​ລູກປືນ ​ຈຳນວນ 200,000 ລູກ​ ທີ່ສາງ​ອາວຸດ​ຂອງ​ລັດຖະບານ.
​ແຕ່​ວ່າບໍ່​ພຽງພໍ ​ທີ່ຈະສະໜອ​ງລູກປືນເຫຼົ່ານີ້ ໃຫ້​ແກ່ກອງທັບຟິລິບ​ປີນຕາມ​ທີ່​ທາງກອງທັບ
​ຕ້ອງການນັ້ນ.

ນັ້ນ​ແມ່​ນ​ອີງຕາມຄຳເວົ້າ​ຂອງ​ຫົວໜ້າ​ສາງ ທ່ານ Jonathan Martir ທີ່​ກ່າວ​ວ່າ ທ່ານ​ຕ້ອງ
​ກາ​ນ​ເປີດເຂດເສດຖະກິດ ດ້ານປ້ອງກັນປະເທດຢູ່​ທີ່​ນີ້ ​ຊຶ່ງເປັນ​ບ່ອນ​ທີ່​ບໍ່​ເກັບ​ພາສີສຳລັບ
ບັນດາບໍລິສັດຜະລິດອາວຸດ​ຕ່າງປະ​ເທດ ​ເພື່ອ​ຜະລິດອາວຸດຫຼາຍຂື້ນ ​ແລະມີຄຸນນະພາບ
ດີຂື້ນແກ່ ຟິລິບປີນ.

ທ່ານ Martir ກ່າວ​ວ່າ “ພວກ​ເຮົາ​ຈະ​ບັນລຸ ການ​ກຸ້ມຕົນ​ເອງໄດ້ ພຽງ​ແຕ່ພວກ​ເຮົາ​ຈະ​ຜະ​
ລິດຢູ່ທີ່ນີ້ ໃນຟິລິບປີນ ລອງວາດພາບເບິ່ງວ່າ ພວກເຮົາຜະລິດອຸບ ປະກອນ​ທີ່​ມີ ​ຄຸນ​ນະ
ພາບສູງ ອາວຸດຕ່າງໆ ທີ່ພວກເຮົາບໍ່ເຄີຍຜະລິດມາກ່ອນ.”

ການ​ຍົກ​ລະດັບ ຄັງອາວຸດ​ທີ່​ເກົ່າ​ແກ່ລ້າສະໄໝ​ຂອງມະນິລາເປັນ​ພຽງ​ພາກສ່ວນ​ນຶ່ງຂອງ
ແຜນການເທົ່ານັ້ນ.

ນອກນັ້ນມະນີ​ລາ ຍັງກຳລັງ​ທຳການ​ຊ້ອມ​ລົບທາງທະຫານ ຮ່ວມ​ກັບກຳລັງທະຫານຍີ່​ປຸ່ນ
ແລະ ​ອາ​ເມຣິກັນ ​ເພື່ອ​ປັບປຸງຄວາມ​ສາມາດ​ຂອງ​ປະ​ເທດ​ໃນການລາດຕະ​ເວນແລະ ​ຮັກ
ສາຫລາຍໆພັນເກາະ ທີ່ຢູ່ສອກຫລີກຫ່າງໄກ.

ປັກ​ກິ່ງ ​ໄດ້​ສ້າງ​ຄ້າຍທະຫານຂອງຕົນ ຢູ່​ໃນຫລາຍໆເຂດຂອງທະ​ເລຈີນ​ໃຕ້ ຊຶ່ງຮູ້​ກັນ​ຢູ່​ທີ່
ນີ້ວ່າ ທະເລຟິລິບປີນຕາເວັນຕົກ. ໃນນັ້ນ ແມ່ນຮວມທັງທາງແລ່ນເຮືອບິນ ຊຶ່ງຄັ້ງນຶ່ງເຄີຍ​
ເປັນເກາະຫີນ ທີ່ຈົມນຳ້ຢູ່.

ທັງ​ສອງປະທດກ່າວ​ວ່າ ​ເຂົາ​ເຈົ້າພະຍາຍາມ​ຫຼີກ​ລ່ຽງການ​ປະ​ເຊີນ​ໜ້າ​ກັນ​ແຕ່​ທ່ານ Jose Antonio Custodio ທີ່ປຶກສາ​ດ້ານ​ປ້ອງກັນປະເທດທີ່ມີ​ຫ້ອງການ​ຢູ່​ໃນນະຄອນມະນີ​ລາ
ກ່າວວ່າ ບໍ່ມີພາບລວງຕາໃດໆກ່ຽວກັບການປຽບທຽບຂອງທັງສອງກຳລັງທະຫານ​ໃສ່​ກັນ​
ໄດ້.

ທ່ານ Custodio ກ່າວ​ວ່າ “ການຕ້ານ​ປະ​ເທດຄື​ກັນກັບຈີນ ແລະການຂາດສະ​ມັດ​ຖະພາບຂອງ​ທາງຝ່າ​ຍຟິລິບ​ປີນ ຄ້າຍທະຫານຕ່າງໆຢູ່ໃນເຂດທະ​ເລຟິລິບ​ປີນ​ຕາ​ເວັນ​ຕົກສາມາດ
ຖືກບຸກລຸກໄດ້ ບໍ່ກາຍເຄິ່ງມື້.”

ຄວາມ​ພະຍາຍາມທີ່​ຈະ​ເຮັດ​ໃຫ້ກຳລັງ​ທະຫານ​ເຫລົ່າ​ນັ້ນ​ ເປັນ​ທີ່​ເກັງ​ຂາມ​ຫຼາຍ​ຂື້ນ ກຳລັງ
ໄດ້ຮັບການຫລໍ່ຫລອມຢູ່ທີ່ສາງອາວຸດຂອງລັດຖະບານ ເຖິງແມ່ນວ່າອຸບປະກອນ​ຈຳນວນ
ນຶ່ງຢູ່ທີ່ນີ້ ແມ່ນມີອາຍຸຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີສອງກໍຕາມ.

ທ່ານ Martir ກ່າວ​ວ່າ “ສະພາບ​ການລ້າຫຼັງຂອງອຸດສາຫະກຳດ້ານປ້ອງ​ກັນ​ປະເທດຂອງ
ພວກເຮົາໃນປັດຈຸບັນນີ້ ເຖິງແມ່ນວ່າປາດສະຈາກການຂົ່ມຂູ່ຈາກທະເລຈີນໃຕ້ ພວກເຮົາ
ຍັງຕ້ອງໄດ້ປັບປຸງ ສະມັດຖະພາບ ຂອງພວກເຮົາ ເພື່ອຜະລິດລູກປືນຂອງພວກເຮົາເອງ”.

ທ່ານ Martie ກ່າວ​ວ່າ ຄັງອາວຸດ ​ຍັງຈະ​ຕ້ອງໄດ້​ຮັບ​ການ​ອະນຸມັດ ຈາກປະທານາທິບໍດີ
ເພື່ອອະນຸຍາດໃຫ້ບໍລິສັດຕ່າງປະເທດ ຜະລິດອາວຸດຢູ່ທີ່ນີ້ໄດ້.

The Philippines ongoing territorial tensions with China have led it to try to modernize its military which for years had one of the smallest budgets in Asia. The country is spending more on more advanced ships and planes, but it is also trying to entice arms manufacturers to set up shop locally. Jason Strother reports from Bataan.

Each day 200,000 bullets are produced here at the Government Arsenal. But it is not enough to supply the Philippine Armed Forces with the ammunition it requires.

That is according to the facility's director Jonathan Martir, who says he wants to open a defense economic zone here, a tax-free place for foreign arms manufacturers to make more and better weapons for the Philippines.

"We're going to achieve self-reliance simply because we're going to manufacture here in the Philippines... imagine us manufacturing high level equipment, weaponry, that we've never manufactured before."

Upgrading Manila's aging arsenal is just one part of the plan.

Manila is also conducting joint exercises with Japanese and American forces, improving the country's ability to patrol and secure its thousands of remote islands.

Beijing has built military outposts in parts of the South China Sea, known here as the West Philippine Sea. That includes a landing strip on a once-submerged reef.

Both countries say they are trying to avoid confrontation, but Manila-based defense consultant Jose Antonio Custodio says there are no illusions about how the two armed forces compare.

"Against a country like China and the lack of any capabilities on the Philippine side, the West Philippines Sea installations can be overrun in barely half a day."

The effort to try to make those forces more formidable is taking shape at Government Arsenal, even though some of the equipment here dates back to the Second World War.

"The sorry state of our defense industry right now, even without the threat from the South China Sea, we still have to improve our capability to manufacture our own ammunition.

Martir says that the arsenal still needs presidential approval to allow foreign firms to make weapons here.

XS
SM
MD
LG