ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ຈໍານວນຜູ້ເສຍຊີວິດ ຈາກໄພນໍ້າຖ້ວມ ໃນຟີລິບປິນ ເພີ່ມຂຶ້ນກາຍ 1000 ຄົນ


ຮູບຖ່າຍທາງອາກາດ ສະແດງໃຫ້ເຫັນຄວາມເສຍຫາຍ ທີ່ເກີດຈາກໄພນໍ້າຖວ້ມ ຫຼັງຈາກລົມພາຍຸໄຕ້ຝຸ່ນ Washi ພັດເຂົ້າຖະຫຼົ່ມ ທີ່ເມືອງ Iligan ເທິງເກາະມິນດານາວ ໃນພາກໃຕ້ຂອງຟີລິບປິນ (21 ທັນວາ 2011)

ເຈົ້າໜ້າ​ທີ່​ຟີ​ລິບ​ປິນກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ຈຳນວນ​ພວກ​ທີີ່​ຫາຍ​ສາບ​ສູນ​ຍ້ອນ​ໄພນໍ້າ​ຖ້ວມ​
ໃນ​ສັບປະດາ​ແລ້ວນີ້ ​ໄດ້​ເພີ່ມ​ຂຶ້ນ​ເປັນຫຼາຍກວ່າ 1 ພັນ​ຄົນ​ແລ້ວ.

ອົງການ​ຄຸ້ມ​ຄອງ​ໄພພິບັດ​ແຫ່ງ​ຊາດ​ຂອງ​ຟີ​ລິບ​ປິນກ່າວ​ວ່າ ລົມພາຍຸ​ເຂດ​ຮ້ອນ Washi ຊຶ່ງ​
ໄດ້ພາ​ໃຫ້​ເກີີດ​ໄພ​ນໍ້າ​ຖ້ວມ​ສຸຢູ່ທີ່​ເກາະ​ມິນ​ດາ​ນາວ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ ກໍ​ເຮັດ​ໃຫ້​ມີ​
ຜູ້​ເສຍ​ຊີວິດ​ບໍ່​ຕໍ່າ​ກວ່າ 1 ພັນ 80 ຄົນ.

ພະ​ແນ​ກການ​ດັ່ງກ່າ​ວຂອງ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໂຕ​ເລກ​ຂອງພວກ​ທີ່​ຫາຍ​ສາບ
ສູນ​ແມ່ນ 1 ພັນ 75 ຄົນ ​ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍຈາກ​ການ​ກະ​ປະມານ​ໃນ​ເມື່ອ​ກ່ອນ​ 50
ຄົນ.

ສ່ວນ​ໃຫຍ່​ຂອງ​ພວກ​ທີ່​ບາດ​ເຈັບ​ລົ້ມຕາຍ ​ແມ່ນ​ມີ​ຂຶ້ນທີ່​ເມືອງ Cagayan de ​Oro ​ແລະ
ເມືອງ Iligan ບ່ອນ​ທີ່​ປະຊາຊົນ​ຈຳນວນ​ຫຼາຍຮ້ອຍ​ພັນ​ຄົນ​ຕ້ອງ​ໄດ້ຍົກຍ້າຍ​ໜີ​ນັ້ນ.

XS
SM
MD
LG