ເຈົ້າໜ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນລົມພາຍຸເຂດຮ້ອນທີ່ມີການເຄື່ອນໄຫວຊ້າໆນັ້ນ
ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 180 ຄົນແລ້ວພ້ອມກັບປະມານອີກ 400 ຄົນຍັງຫາຍສາບສູນ ໃນທົ່ວບໍລິເວນກວ້າງຂອງພາກໃຕ້ຟີລິບປິນ.
ລົມພາຍຸເຂດຮ້ອນ Washi ພັດເຂົ້າຖະຫຼົ່ມເກາະມິນດາເນົາໃນພາກໃຕ້ຂອງຟີລິບປິນໃນຄືນ
ແລ້ວນີ້ດ້ວຍຝົນຕົກໜັກແລະມີລົມແຮງ.
ທ່ານ Benito Ramos ຫົວໜ້າຄຸ້ມຄອງໄພພິບັດແຫ່ງຊາດຂອງຟີລິບປິນກ່າວໃນວັນເສົາມື້
ນີ້ວ່າ ພວກເຈົ້າໜ້າທີ່ຍັງສືບຕໍ່ໄດ້ຮັບລາຍງານຈາກບໍລິເວນທີ່ເກີດ ເຫດແລະຈຳນວນພວກທີ່ ບາດເຈັບລົ້ມຕາຍອາດຈະມີເພີ່ມຂຶ້ນ.
ລົມພາຍຸຫົວນີ້ ເຮັດໃຫ້ຫຼາຍໆພັນຄົນຕ້ອງໄດ້ຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກ
ເຂົາເຈົ້າ.
ພວກນັກພະຍາກອນອາກາດກ່າວວ່າ ເປັນທີ່ຄາດກັນວ່າລົມພາຍຸ Washi ຈະເຄື່ອນອອກ
ຈາກປະເທດຟີລິບປິນໃນແລງວັນອາທິດມື້ອື່ນ.