ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອ ຟີລິບປິນ ແລະຫວຽດນາມ ຂະຫຍາຍການຮ່ວມມື


ປະທານາທິບໍດີຟີລິບປິນ ທ່ານ Benigno Aquino ທີ 3 (ຂວາ) ຈັບມືກັບປະທານປະເທດຫວຽດນາມ ທ່ານ Truong Tan Sang ໃນລະຫວ່າງພິທີຕ້ອນຮັບທີ່ທຳນຽບ Malacanang ໃນກຸງມະນີລາ (26 ຕຸລາ 2011)
ປະທານາທິບໍດີຟີລິບປິນ ທ່ານ Benigno Aquino ທີ 3 (ຂວາ) ຈັບມືກັບປະທານປະເທດຫວຽດນາມ ທ່ານ Truong Tan Sang ໃນລະຫວ່າງພິທີຕ້ອນຮັບທີ່ທຳນຽບ Malacanang ໃນກຸງມະນີລາ (26 ຕຸລາ 2011)

ປະທານາທິບໍດີຟີລິບປິນແລະຫວຽດນາມໄດ້ຕົກລົງທີ່ຈະເສີມຂະຫຍາຍການຮ່ວມມືລະຫວ່າງ
ກອງທັບເຮືອຂອງປະເທດທັງສອງເພື່ອຮັບມືກັບເຫດຮ້າຍຕ່າງໆຢູ່ໃນເຂດທະເລຈີນໃຕ້ບ່ອນ
ທີ່ປະເທດທັງສອງຕ່າງ​ກໍກ່າວຫາກຳປັ່ນຂອງຈີນວ່າ ໄດ້ປະຕິບັດການແບບຮຸກຮານໃນໄລຍະ
ສອງສາມເດືອນຜ່ານມານີ້.

ປະທານາທິບໍດີ Benigno Aquino ແຫ່ງຟີລິບປິນ ແລະຄູ່ຕຳແໜ່ງຫວຽດນາມທີ່ໄປຢ້ຽມ
ຢາມຟີ​ລິບ​ປີນທ່ານ Truong Tan Sang ໄດ້ໄປຮ່ວມພິທີລົງນາມ ໃນຂໍ້ຕົກລົງທາງທະເລ
ຫຼາຍໆສະບັບລຸນຫຼັງການເຈລະຈາທີ່ນະຄອນຫຼວງມະນີລາໃນວັນພຸດວານນີ້.

ຂໍ້ຕົກລົງເຫຼົ່ານີ້ແມ່ນຮຽກຮ້ອງໃຫ້ມີການແບ່ງປັນຂໍ້ມູນກັນລະຫວ່າງກອງທັບເຮືອຂອງຟີລິບ
ປິນແລະຫວຽດນາມ ແລະສ້າງຕັ້ງສາຍດ່ວນລະຫວ່າງໜ່ວຍຍາມຝັ່ງຂອງປະເທດທັງສອງ.

ພາຍໃຕ້ຂໍ້ຕົກລົງເຫຼົ່ານີ້ເຈົ້າໜ້າທີ່ຟີລິບປິນແລະຫວຽດນາມຈະຮ່ວມມືກັນໃນການຮັບມືກັບໄພ
ພິບັດທຳມະຊາດ ປ້ອງກັນການລັກລອບຄ້າຂອງເຖື່ອນແລະໂຈນທະເລ ຕະຫຼອດທັງປົກປ້ອງ ຊັບພະຍາກອນທຳມະຊາດຢູ່ໃນເຂດທະເລຈີນໃຕ້ ຊຶ່ງຟີລິບປິນ ເອີ້ນເຂດທະເລດັ່ງກ່າວນີ້ວ່າ ທະເລຟີລິບປິນຕາເວັນຕົກ ຂະນະທີ່ຫວຽດນາມເອີ້ນວ່າ ທະເລຕາເວັນອອກ.

XS
SM
MD
LG