ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຮ.ປະທານາທິບໍດີ ຟີລິບປິນ ເຈລະຈາ ກັບກຸ່ມກະບົດ ມຸສລິມ (ວີດີໂອ)


ທະຫານຟິລິບປີນ ລາດຕະເວນຢູ່ຕາມຖະໜົນ ໃນຄະນະທີ່ ພວກກະບົດ ດໍາເນີນການຕໍ່ສູ້ຢູ່ເມືອງ Zamboaga
ທະຫານຟິລິບປີນ ລາດຕະເວນຢູ່ຕາມຖະໜົນ ໃນຄະນະທີ່ ພວກກະບົດ ດໍາເນີນການຕໍ່ສູ້ຢູ່ເມືອງ Zamboaga
ຮອງ​ປະທານາທິບໍດີຟີ​ລິບ​ປີນ ມຸ້ງ​ໜ້າ​ສູ່ເມືອງ Zamboaga ​ໃນ
​ພາກ​ໃຕ້​ຂອງ​ປະ​ເທດ ​ໃນວັນ​ເສົາ​ມື້​ນີ້ ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ
ການຢຸດ​ຍິງ​ກັບກຸ່​ມກະບົດ​ມຸສລິ​ມ ທີ່​ໄດ້​ຈັບຕົວພົນລະ​ເຮືອນຈຳ
ນວນ​ນຶ່ງ​ໄວ້​ເປັນໂຕ​ປະກັນ.

ທ່ານ​ Jejomar Binay ກ່າວວ່າ ຜູ້​ນໍາຂອງ​ພວກ​ກະບົດ ທ່ານ
Nur Misuari ​ໄດ້ຕົກລົງຈະ​ຢຸດ​ຍິງ​ ໃນ​ຕອນ​ແລງ​ວັນສຸກວານ​ນີ້.

​ແຕ່​ເ​ຖິງຢ່າງ​ໃດ​ກໍ​ດີ ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດຟີ​ລິບ​ປິນ ທ່ານ Voltaire Gazmin ກ່າວ​ວ່າ ຍັງບໍ່​ມີ​ການ​ຈັດຕັ້ງປະຕິບັດ​ກ່ຽວ​ກັບ​ການ​ຢຸດ​ຍິງ​ໃດໆ​ກໍ​ຕາມ ​ແລະ​ພວກ​ກະບົດ ຍັງ​ທຳການ​ຕໍ່ສູ້ຢູ່ຕໍ່​ມາ.

ທະຫານ​ຟິລິບ​ປີນຢູ່​ໃນເມືອງ Zamboaga ທ່າ​ເຮືອ​ທີ່​ສໍາຄັນໃນ​ພາກ​ ໃຕ້ຂອງ​ປະ​ເທດ ກໍາລັງຕໍ່​ສູ້​ກັບ​ພວກ​ກະບົດ ປະມານ 200 ຄົນ ທີ່​ພົວ ພັນ​ກັບ​ພວກ​ນັກ​ລົບ ຂອງ​ກຸ່ມແນວ​ໂຮມ​ປົດ​ປ່ອຍ​ຊາດ Moro ຫຼື MNLF ຜູ້​ທີ່ໄດ້ບຸກ​ໂຈມ​ຕີ​ເມືອງ​ດັ່ງກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ແລະ​ໄດ້​ເອົາ​ໂຕ​ປະກັນໄ​ວ້ຈຳ​ນວນ​ນຶ່ງ ​ທີ່​ບັນດາ​ເຈົ້າ​ກ່າວ​ວ່າ ​ເພື່ອໃຊ້​ເປັນ​ເກາະ​ກໍາ​ບັງລູກປືນ​ນັ້ນ.

ຢ່າງ​ໜ້ອຍ 22 ຄົນ​ໄດ້ເສຍ​ຊີວິດ​ໃນ​ການ​ສູ້​ລົບ ທີ່​ບັງ​ຄັບບ​ໃຫ້​ປະຊາຊົນ ປະມານ 13,000 ພັນ​ຄົນ ພາກັນຫລົບໜີອອກ​ຈາກ​ເມືອງ​ດັ່ງກ່າວ.

ປະທານາທິບໍດີ Benigno Aquino ​ໄດ້​ຢ້ຽມຢາມ​ເມືອງ Zamboanga ​ໃນ​ວັນ​ສຸກ​ວານ​ນີ້ “​ດ້ວຍ​ຕົນ​ເອງ​ເພື່ອ​ຊັ່ງ​ຊາເບິ່ງສະຖາ ນະ​ການ.”

ຜູ້​ກໍ່​ຕັ້ງ​ກຸ່ມກຸ່ມ MNLF ທ່ານ Misuari ​ໄດ້​ຕິຕຽນ​ລັດຖະບານ ກ່ຽວ​ກັບ ການເຈລະຈາ​ສັນຕິພາບ ກັບ​ກຸ່່ມກະບົດ​ທີ່​ແຍກ​ຕົວ​ອອກ​ໄປ​ ຄືກຸ່ມແນວ​ໂຮມ​ປົດ​ປ່ອຍ​ມຸສລິ​ມ Moro ຫລື MILF ​ເພາະ​ຢ້ານ​ວ່າ ການ​ເຈ​ລະ​ຈາອາດ​ຈະ​ເຮັດ​ໃຫ້​ກຸ່ມ​ຂອງ​ຕົນ​ ມີອໍາ​ນາດໜ້ອຍ​ລົງ ​ໃນເດືອນ​ແລ້ວ​ນີ້ ທ່ານ Misuari ​ໄດ້ປະກາດ​ສ່ວນ​ນຶ່ງຂອງ​ຂົງ​ເຂດ ​ໃຫ້​ເປັນ​ເອກ​ກະລາດ​ຈາກ​ກຸງ​ມະນີ​ລາ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະແຈ້​ງ​ເທື່ອວ່າ ທ່ານ Misuari ​ພົວ​ພັນ​ກັບ​ການປະ ​ເຊີນ​ໜ້າ​ຄັ້ງນີ້ຫລື​ບໍ່ ​ໃນ​ຂະນະ​ທີ່​ທ່ານ​ບໍ່​ໄດ້​ປະກົດ​ໂຕ​ ຢູ່​ໃນສາທາລະ ນະຫລື​ອອກ​ຖະ​ແຫລ​ງການ​ຢ່າງ
ເປັນ​ທາງ​ການໃດໆນັ້ນ.

Philippines
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG