ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ເປີດ​ເຜີຍ​ຈະ​ລອບ​ສັງ​ຫານ​ຜູ້​ນຳ ທ່ານ ມາກອ​ສ ຈູ​ເນຍ


ຮອງ​ປະ​ທານ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ ເຂົ້າ​ຮ່ວມ​ການ​ໃຫ້​ການ​ຮ່ວມ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ເມືອງ ເກ​ຊອນ, ຟີ​ລິບ​ປິນ, 13 ພະ​ຈິກ, 2024.(AP Photo/Aaron Favila)
ຮອງ​ປະ​ທານ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ ເຂົ້າ​ຮ່ວມ​ການ​ໃຫ້​ການ​ຮ່ວມ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ເມືອງ ເກ​ຊອນ, ຟີ​ລິບ​ປິນ, 13 ພະ​ຈິກ, 2024.(AP Photo/Aaron Favila)

ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ກ່າວ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ທ່ານ​ນາງ​ໄດ້​ວ່າ​ຈ້າງ​ມື​ສັງ​ຫານ​ໃຫ້​ລອບ​ສັງ​ຫານ​ປະ​ທາ​ນາ​ທິ​ບໍ​ດີ ເຟີ​ດີ​ນານ ມາກອ​ສ ຈູ​ເນຍ ແລະ ພັນ​ລະ​ຍາ ລວມ​ທັງ​ປະ​ທານ​ສະ​ພາ​ຕ່ຳ ຫາກວ່າ​ທ່ານ​ນາງ​ເອງ​ຖືກ​ສັງ​ຫານ ຖື​ເປັນ​ການ​ຂົ່​ມ​ຂູ່​ຢ່າງ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ ຊຶ່ງ​ທ່ານ​ນາງ​ຢ້ຳ​ດ້ວຍ​ວ່າບໍ່​ແມ່ນ​ເລື່ອງ​ລໍ້ຫຼິ້ນ.

ສຳ​ນັກ​ງານ​ຄວາມ​ປອດ​ໄພ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ສັງ​ຫານ​ເພີ່ມ​ກຳ​ລັງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເຟີ​ດີ​ນານ ມາກອ​ສ ຈູ​ເນຍ ທັນ​ທີຫຼັງ​ຄຳ​ຂູ່​ດັ່ງ​ກ່າວ ແລະ ບອກວ່າ​ຄຳ​ຂູ່​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ດູ​ເຕີ​ເຕ ຖື​ເປັນ​ເລື່ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໂດຍ​ຢືນ​ຢັນ​ວ່າ​ໄດ້​ມີ​ການ​ປະ​ສານ​ໄປ​ຍັງ​ໜ່ວຍ​ຮັກ​ສາ​ກົດ​ໝາຍ​ຕ່າງໆ ດຳ​ເນີນ​ການກວດ​ສອບ ແລະ ປົກ​ປ້ອງ​ໄພ​ຄຸກ​ຄາມ​ໃດໆ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແລ້ວ.

ຕໍ່​ມາ​ທ່ານນ​າງ ຊາ​ຣາ ດູ​ເຕີ​ເຕ ຊຶ່ງ​ເປັນ​ທະ​ນາຍ​ຄວາມ ແລະ ລູກ​ສາວ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີຄົນ​ກ່ອນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ພະ​ຍາ​ຍາມ​ທີ່​ຈະ​ແກ້​ຄຳ​ເວົ້າ​ຂອງ​ທ່ານ​ນາງ ໂດຍບອກວ່າ ນັ້ນ​ບໍ່​ແມ່ນ​ຄຳ​ຂູ່​ແທ້ ແຕ່​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ກັງ​ວົນ​ຂອງ​ທ່ານ​ນາງ​ເອງ ຫຼັງ​ຈາກ​ທີ່​ທ່ານ​ນາງ​ຖືກ​ຄຸກ​ຄາມ​ຊີ​ວິດ​ເຊັ່ນ​ກັນ.

ທ່ານ​ນາງ ກ່າວ​ຕໍ່​ນັກ​ຂ່າວ​ວ່າ “ຫາກວ່າ​ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ກັງ​ວົນ ພວກ​ເຂົາ​ກໍ​ບອກວ່າ​ນັ້ນ​ເປັນ​ການ​ຂູ່​ເອົາ​ຊີ​ວິດ ປະ​ທາ​ນາ​ທິ​ບໍ​ດີ​ຈັ່ງ​ຊັ້ນ​ບໍ? ແລະ​ກ່າວ​ວ່າ “ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ສັງ​ຫານ​ທ່ານ ຫາກບໍ່​ແມ່ນ​ເປັນ​ການ​ແກ້​ແຄ້ນ​ຈາກ​ກາ​ນ​ຖືກ​ສັງ​ຫານ​ກ່ອນ? ບໍ່​ມີ​ເຫດ​ຜົນ​ຫຍັງ​ເລີຍ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ເຊັ່​ນ​ນັ້ນ ມີ​ປະ​ໂຫຍ​ຫຍັງ?

ຢ່າງ​ໃດ​ກໍ​ຕາມ ພາຍ​ໃຕ້​ກົດ​ໝາຍ ຟີ​ລິບ​ປິນ ການ​ຂູ່​ຄຸກ​ຄາມ​ຢ່າງ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ​ອາດ​ຖື​ເປັນ​ຄວາມ​ຜິດ​ທາງ​ອາ​ຍາ ແລະ ອາດ​ຕ້ອງ​ຖືກ​ໂທດ​ປັບ​ໃໝ ແລະ ຂັງ​ຄຸກ​ໄດ້.

ລັດ​ຖະ​ທຳ​ມະ​ນູນ ຟີ​ລິບປິນ ລະ​ບຸ​ໄວ້​ວ່າ ຫາກ​ປະ​ທາ​ນາ​ທິ​ບໍ​ດີ​ຖືກ​ແກ່​ກຳ, ພິ​ການ​ຈົນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້, ຖືກ​ຖອດ​ຖອນ ຫຼື ລາ​ອອກ ຜູ້​ທີ່​ຈະ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແທນ​ຄື​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເວ​ລາ​ນັ້ນ.

ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ເມື່ອ​ປີ 2022, ທ່ານ ມາກອ​ສ ຈູ​ເນຍ ໄດ້​ລົງ​ສະ​ໝັກ ໂດຍ​ມີ​ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ ລົງ​ແຂ່ງ​ຄູ່​ກັນ​ໃນ​ຕຳ​ແໜ່ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ. ແລະ ທັງ​ສອງ​ສາ​ມາດ​ຊະ​ນະ​ການ​ເລືອກ​ຕັ້ງ​ໄດ້​ຢ່າງ​ຖະຫຼົ່ມ​ທະ​ລາຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG